ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ປ່ຽນ​ຊື່​ບ້ານ​ຊາວ ຢິວ ເປັນ​ຊື່ ທ​ຣຳ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສຣາ​ແອ​ລ (ທີ​ສອງ​ຂວາ) ແລະ ທູດ​ສະ​ຫະ​ລັດ ປະ​ຈຳ ອິ​ສ​ຣາ​ແອ​ລ ທ່ານ ເດ​ວິດ ໄຟ​ຣດ​ແມນ (ຊ້າຍ) ຕົບ​ມື ຫຼັງ​ຈາກ​ເປີດ​ບ້ານ​ຊື່​​ໃໝ່ ເປັນ"Trump Heights", ພູ​ພຽງ ໂກ​ລານ ໄຮ​ທ​ສ໌. 16 ມິ​ຖຸ​ນາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສຣາ​ແອ​ລ (ທີ​ສອງ​ຂວາ) ແລະ ທູດ​ສະ​ຫະ​ລັດ ປະ​ຈຳ ອິ​ສ​ຣາ​ແອ​ລ ທ່ານ ເດ​ວິດ ໄຟ​ຣດ​ແມນ (ຊ້າຍ) ຕົບ​ມື ຫຼັງ​ຈາກ​ເປີດ​ບ້ານ​ຊື່​​ໃໝ່ ເປັນ"Trump Heights", ພູ​ພຽງ ໂກ​ລານ ໄຮ​ທ​ສ໌. 16 ມິ​ຖຸ​ນາ, 2019.

ຊື່ “ທ​ຣຳ ຫຼື Trump” ໄດ້​ປາ​ກົດ​ຢູ່ໜ້າ​ໂຮງ​ແຮມ​ທີ່​ສູງ, ຕຶກ​ຊີ້​ຟ້າ​ຂອງ​ຫ້ອງ​ການ​, ແລະ
ບ້ານ​ພັກ​ຕາ​ກ​ອາ​ກາດ ກິ​ລາ ກອ​ຟ ຕ່າງໆ.

​ແຕ່ຕອນນີ້​ມັ​ນ​ໄດ້​ກາຍ​ເປັນ​ຊື່​ຂອງ​ບ້ານ​ຂະ​ໜາດ​ນ້ອຍ​ຂອງ​ຊາວ ຢິວ ແຫ່ງ​ນຶ່ງ ໃນ​ພູ​ພຽງ
ໂກລານ ໄຮທສ໌ (Golan Heights).

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ທ່ານ ເດ​ວິດ ໄຟ​ຣດແມນ (David Friedman) ໄດ້​
ໄປຮ່ວມໃນງານໃນວັນອາທິດວານນີ້ ຕອນທີ່ບ້ານ ບຣູຈິມ (Bruchim) ໄດ້ປ່ຽນຊື່ໃໝ່
ຢ່າງເປັນທາງການມາເປັນ “ທຣຳ ໄຮທສ໌” (Trump Heights).

ທ່ານ ໄຟ​ຣດ​ແມນ ໄດ້​ສົ່ງ​ສຽງ​ຮ້ອງວ່າ “ມັນ​ສວຍ​ງານ​ແທ້ໆ.” ທ່ານ​ໄດ້​ກ່າວ​ວ່າ “ຂ້າ​ພະ​
ເຈົ້າບໍ່ສາມາດຄິດຫາຂອງຂວັນວັນເກີດທີ່ເໝາະສົມ ແລະ ງາມໄປ ກວ່ານີ້.”

ທ່ານ ທ​ຣຳ, ຜູ້​ທີ່​ໄດ້​ສະ​ເຫຼີມ​ສະຫຼອງ​ອາ​ຍຸ 73 ປີ​ຂອງ​ທ່ານ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ໄດ້​ຂຽນ​
ຂໍ້ຄວາມໃນທວິດເຕີວ່າ “ຂອບໃຈ ນາຍົກລັດຖະມົນຕີ ເນຕັນຢາຮູ ແລະ ປະເທດ ອິສ
ຣາແອລ ສຳລັບກຽດທີ່ຍິ່ງໃຫຍ່ນີ້.”

ມີ​ປະ​ມານ 10 ຄົນ​ອາ​ໄສ​ຢູ່​ໃນ​ບ້ານ​ນ້​ອຍໆດັ່ງ​ກ່າວ.

ຄະ​ນະ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອລ ໄດ້​ປ່ຽນ​ຊື່ໃໝ່​ຂອງ​ມັນ ເພື່ອ​ເປັນ​ການ​ຂອບ​ໃຈ​ທ່ານ
ທຣຳ ສຳລັບການຮັບຮູ້ອຳນາດອະທິປະໄຕຂອງ ອິສຣາແອລ ໃນພູພຽງ ໂກລານ ໄຮທສ໌.
ອິສຣາແອລ ໄດ້ຍຶດເອົາມັນໄປຈາກປະເທດ ຊີເຣຍ ໃນສົງຄາມທີ່ຕໍ່ສູ້ກັນຫົກມື້ໃນປີ
1967 ແລະ ໄດ້ເຂົ້າຄວບຄຸມມັນໃນປີ 1981, ເປັນການເຄື່ອນໄຫວທີ່ຫຼາຍປະເທດໄດ້
ເອີ້ນວ່າຜິດກົດໝາຍ, ແຕ່ ອິສຣາແອລ ໄດ້ເອີ້ນມັນວ່າສຳຄັນສຳລັບຄວາມປອດໄພແຫ່ງ
ຊາດຂອງເຂົາເຈົ້າ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ພູ​ພຽງ
ໂກລານ ໄຮທສ໌ ໄດ້ເປັນ ແລະ ຈະເປັນພາກສ່ວນທີ່ບໍ່ສາມາດແຍກອອກຈາກປະເທດ
ຂອງພວກເຮົາໄດ້ຕະຫຼອດໄປ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ ຫວັງ​ວ່າ ການ​ຕັ້ງ​ຊື່​ໃໝ່​ຂອງ​ບ້ານ​ດັ່ງ​ກ່າວ​ເປັນ Trump
Heights ຈະນຳໄປສູ່ການພັດທະນາໃໝ່ໃນພູພຽງ ໂກລານ ໄຮທສ໌.

ແຕ່​ສະ​ມາ​ຊິກ​ສະ​ພາ​ພັກ​ຝ່າຍ​ຄ້ານ ທ່ານ ສວີ ຮາວ​ເຊີ ໄດ້​ເອີ້ນ​ການ​ຕັ້ງ​ຊື່​ຂົງ​ເຂດ​ດັ່ງ​
ກ່າວເປັນ ທຣຳ ວ່າເປັນງານປະຊາສຳພັນທີ່ຕ່ຳ.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ບໍ່​ໄດ້​ມີ​ການ​ໃຫ້​ທຶນ, ບໍ່​ມີ​ແຜນ, ບໍ່​ມີ​ສະ​ຖານ​ທີ່.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG