ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ປະນາມ ຂໍ້ຕົກລົງ ດ້ານນິວເຄລຍ ກັບອີຣ່ານ ແຕ່ ສປຊ ແລະ ບັນດາປະເທດຕ່າງໆ ກັບຍ້ອງຍໍ


World Leaders Comment on Iran Nuclear Deal
please wait

No media source currently available

0:00 0:00:57 0:00

ຊົມວີດີໂອ ລາຍງານນີ້

ຂ່າວ​ກ່ຽວກັບບັນດາປະເທດມະຫາອຳນາດຂອງໂລກ ແລະ
ອີຣ່ານ ໄດ້ ບັນລຸຂໍ້ຕົກລົງ ຄັ້ງປະຫວັດສາດ ທີ່​ແນ​ເປົ້າໝາ​ຍ
​ໃສ່ ​ເພື່ອ​ຮັບປະກັນ​ວ່າ ອີຣ່ານຈະ​ບໍ່​ສາມາດ ມີລະ​ເບີດ​ນິວ​ເຄລຍ
ຢູ່ໃນຄວາມຄອບຄອງນັ້ນ ​ແມ່ນ​ໄດ້ຮັບ​ການ​ປະນາມ ຈາກ
ອິສຣາ​ແອ​ລ ​ແຕ່​ໄດ້​ຖືກ​ຍ້ອງຍໍ​ໂດຍ​ອົງການ​ສະ ຫະ​ປະຊາ​ຊາດ
​ແລະ ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ ເຕຫະ​ຣ່ານ.

ນາຍົກ​ລັດຖະມົນຕີ ອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ເອີ້ນ ຂໍ້​ຕົກລົງດ້ານ​ນິວ​ເຄລຍ ກັບ​ອີຣ່ານ ​ໃນວັນ​ອັງຄານ​ວານ​ນີ້ ວ່າ “​ເປັນຄວາມ​ຜິດພາດ ຢ່າງ​ໃຫຍ່​ຫລວງ ທີ່​ບໍ່​ໜ້າ​ເຊື່ອ​ເລີຍ.”

​ມາຮອດຕອນ​ແລງ​ຂອງວັນ​ອັງຄານວານນີ້ ຊາ​ອຸ​ດີ ອາ​ເຣ​ເບຍ ຍັງບໍ່ໃຫ້ ຄວາມເຫັນຢ່າງ​
ເປີດ​ເຜີ​ຍໃດໆ ກ່ຽວກັບ​ຂໍ້​ຕົກລົງ​ດັ່ງກ່າວ ​ແຕ່​ ​ເຈົ້າໜ້າ​ທີ່​ທ່ານ​ໜຶ່ງ ຜູ້​ທີ່​ບໍ່​ປະສົງ​ອອກ​ຊື່
ກ່າວ​ຕໍ່​ອົງການ​ຂ່າວ Reuters ວ່າ ຖ້າ​ຂໍ້​ຕົກລົງ​ນັ້ນ ອະນຸຍາດ ​ໃຫ້​ອີຣ່ານ “ສ້າງ​ຄວາມ​
ວຸ້ນວາຍ ​ໃນ​ຂົງ​ເຂດ”
ພາກຕາ​ເວັນ​ອອກ​ກາງ​ໂດຍ​ລວມ​ແລ້ວ ມັນ​ອາດ​ຈະ​ເປັນ​ອັນຕະ ລາຍຫຼາຍກວ່າ ທີ່ມີ​ຢູ່​ແລ້ວ.

​ສ່ວນເລ​ຂາ​ທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ສັນລະ​ເສີນ
​ຍ້ອງຍໍ ບັນດາ​ຜູ້​ເຈລະຈາທີ່ນະຄອນ Vienna ທີ່ໄດ້ບັນລຸຂໍ້​ຕົກລົງດັ່ງກ່າວ ຢູ່​ໃນ​ຖະ​ແຫລ​ງ
ການ​ສະບັບ​ໜຶ່ງ ໃນ​ວັນ ອັງຄານ​ວານ​ນີ້.

ຢູ່​ທີ່ຣັດ​ເຊຍ ປະທາ​ນາ​ທິບໍດີ Vladimir Putin ກ່າວ​ວ່າ ດ້ວຍ​ຂໍ້​ຕົກ ລົງ​ນິວ​ເຄລຍດັ່ງກ່າວ
​ໂລກ​ສາມາດ​ຫາຍ​ໃຈ​ດ້ວຍ​ຄວາມໂລ່ງອົກ ​ແລະ ວ່າ ບັນດາ​ປະ​ເທດ​ ທີ່​ທຳ​ການ​ເຈລະຈາ​
​ໄດ້​ຕັດສິນ​ໃຈ​ເລືອກ​ເອົາ ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື. ສະຫະພາບ​ຢູ​ໂຣບ ​ກໍໄດ້​
ຍ້ອງຍໍ ຂໍ້ຕົກລົງນີ້ວ່າ ​ເປັນ​ບົດ​ຕອນ​ໃໝ່ຂອງ​ຄວາມ​ຫວັງ ສຳ​ຫລັບ​ໂລກ.

ກະສັດ​ຂອງ​ສະຫະລັດ​ອາຣັບ​ເອ​ເມີ​ເຣັສ ​ເຈົ້າຊາຍ Khalifa bin Zayed Al Nahyan ​ໄດ້​
ສົ່ງ​ສານ​ສັນລະ​ເສີນ​ຍ້ອງຍໍ ​ໄປຍັງ​ປະທານາ ທິບໍດີ ອີຣ່ານ ທ່ານ Hassan Rouhani ອິງ​
ຕາມ​ການ​ລາຍ​ງານ ຂອງ​ອົງການ​ຂ່າວ​ທາງ​ການຂອງສະຫະລັດ​ອາຣັບ​ເອ​ເມີ​ເຣັສ.

ລັດຖະບານ​ຂອງອີຣັກ ປາ​ກິ​ສຖານ ​ແລະ ອັຟກາ​ນິສຖານ ​ກໍໄດ້ອອກ ຖະ​ແຫລ​ງການ
ສະແດງຄວາມຍິນ​ດີ​ນຳ​ຂໍ້​ຕົກລົງ​ນີ້.

​ໂຄສົກ​ຂອງນາຍົກລັດຖະມົນຕີ ທ່ານ Haider al-Abadi ກ່າວ​ວ່າ ​ຂໍ້​ຕົກລົງ​ນີ້ ຈະ​ເປັນ
“​ແຮງ​ກະ​ຕຸ້ນ ຕໍ່ສະຖຽນ​ລະ​ພາບ​ໃນ​ຂົງ​ເຂດ.”

ປະທາ​ນາທິບໍດີ​ອັຟກາ​ນິສຖານ ທ່ານ Ashraf Ghani ກ່າວ​ໃນ​ຖະ​ແຫລ​ງການ​ສະບັບ​ໜຶ່ງ​
ວ່າ “ມີ​ຄວາມຍິນດີ ນຳ​ຄວາມ​ພະຍາຍາມ​ໃດໆ ກໍຕາມທີ່​ຍັງ​ຜົນ​ໃຫ້ມີການ​ຂະຫຍາຍ
ຕົວຂອງ​ການ​ພົວພັນ ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ ລະຫວ່າງ ປະ​ເທດ
ຕະຫລອດ​ເຖິງ ການ​ສັງ​ລວມ ​ແລະ ການ​ເສີມ​ຄວາມ​ເຂັ້ມ​ແຂງ ໃຫ້ແກ່ສັນຕິພາບ
​ແລະ ສະຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ​.”

ປາ​ກິ​ສຖານ ກ່າວ​ວ່າ ​ຕົນ​ “​ໄດ້​ຢືນຢັນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍຕະຫລອດມາ ວ່າ
ບັນຫາ​ນິວ​ເຄລຍອີຣ່ານນັ້ນ ຄວນ​ຈະໄດ້ຮັບການ​ແກ້​ໄຂ​ ແບບສັນຕິວິທີ ​ຜ່ານ​ການ​
ເຈລະຈາ​ກັນ.”

ຢູ່​ໃນ​ຊີ​ເຣຍ ປະທານາທິບໍດີ Bashar al-Assad ຊຶ່ງ​ລັດຖະບານ​ຂອງ​ທ່ານ ​ໄດ້​ຮັບ​ການ​
ສະໜັບສະໜູນ ທາງ​ດ້ານ​ທະຫານ ​ແລະ ດ້ານ​ການ​ເງິນ ຈາກ​ເຕຫະຣ່ານ ​ໃນ​ລະຫວ່າງ 4
ປີ ​ຂອງສົງຄາມກາງ​ເມືອງ​ທີ່ນັ້ນ ​ໄດ້​ກ່າວ​ຍົກຍ້ອງຂໍ້​ຕົກລົງນີ້ເຊັ່ນ​ກັນ.

ລັດຖະມົນຕີ​ຕ່າງປະ​ເທດ ອີ​ຈິບ ​ເອີ້ນ​ຂໍ້​ຕົກລົງ​ນີ້ ວ່າ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ສຳຄັນ ທີ່​ອາດ​
ນຳ​ໄປ​ສູ່​ຄວາມ​ໝັ້ນຄົງ​ໃນ​ຂົງ​ເຂດ ​ແລະ ຫັນປ່ຽນ ​ບໍ່ໃຫ້ເກີດການແຂ່ງຂັນດ້ານອາວຸດ.
ອີ​ຈິບ ​ແລະ ອີຣ່ານ ບໍ່​ມີ​ການ​ພົວ ພັນ​ທາງ​ການ​ທູດ​ນຳ​ກັນ​ໂດຍ​ເຕັມ ນັບ​ຕັ້ງ​ແຕ່ ປີ 1979
​ເປັນຕົ້ນມາ ​ ​ເວລາ ອີຣ່ານ ​ໄດ້​ທຳ​ການ​ປະຕິວັດ​ທາງ​ສາສະໜາ ​ແລະ Cairo ​ໄດ້​ລົງ​ນາມ ​
ໃນ​ຂໍ້​ຕົກລົງ​ສັນຕິພາບ ກັບ​ອິສຣາ​ແອ​ລ.

The news that major world powers and Iran reached a historic deal aimed at ensuring that Iran does not obtain the nuclear bomb was met with condemnation by Israel but hailed by the United Nations and Tehran's regional neighbors.

Israeli Prime Minister Benjamin Netanyahu called Tuesday's nuclear deal with Iran a "stunning historic mistake."

By late Tuesday, Saudi Arabia had not commented publicly on the deal; however, one official, who spoke anonymously to Reuters, said if the nuclear deal allowed Iran to "wreak havoc in the region," the overall Middle East would be more dangerous than it already is.

United Nations Secretary-General Ban Ki-moon congratulated negotiators in Vienna on finalizing an agreement in a statement Tuesday.

In Russia, President Vladimir Putin said, with the nuclear agreement, the world can breathe a sigh of relief, and that the negotiating countries made hard choices for stability and cooperation. The European Union hailed it as a new chapter of hope for the world.

The ruler of the United Arab Emirates, Sheikh Khalifa bin Zayed Al Nahyan, sent a note of congratulations to Iran's President Hassan Rouhani, the UAE's official news agency WAM reported.

The governments of Iraq, Pakistan and Afghanistan released statements welcoming the agreement.

The spokesman for Iraqi Prime Minister Haider al-Abadi said the nuclear deal will be "a catalyst for regional stability."

Afghan President Ashraf Ghani, in a statement, "welcomed any efforts that result in expansion of political and economic relations between states as well as consolidation and strengthening of peace and stability in the region."

Pakistan said it "has consistently maintained that the Iran nuclear issue should be peacefully resolved through dialogue.

In Syria, President Bashar al-Assad, whose government has received military and financial support from Tehran during its four-year civil war, praised the agreement.

Egypt's Foreign Ministry calls the deal an important development that could lead to regional stability and head off an arms race.Egypt and Iran have not had full diplomatic ties since 1979, when Iran had its Islamic revolution and Cairo signed a peace deal with Israel.

XS
SM
MD
LG