ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ພົບປະ ກັບ ປ. ປາແລສໄຕນ໌


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ໄດ້ເຈລະຈາຫາລື ແບບນຶ່ງຕໍ່ນຶ່ງກັບ ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ທີ່ເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ລຸນຫລັງການເຈ ລະຈາສັນຕິພາບພາກຕາເວັນອອກກາງ ເປັນເວລາ 2 ມື້ ທີ່ຍັງບໍ່ສາມາດຕົກລົງກັນໄດ້.

ໃນການປາກົດໂຕ ຢືນຢູ່ຄຽງຂ້າງທ່ານ Abbas ທີ່ເມືອງ Ramallah ໃນວັນພະຫັດມື້ນີ້ ທ່ານນາງ Clinton ກ່າວ ວ່າ ສະຫະລັດ ມີຄວາມໝາຍໝັ້ນຕັ້ງໃຈ ທີ່ຈະດຳເນີນງານ ເພື່ອໃຫ້ບັນລຸ ຂໍ້ຕົກລົງສັນຕິພາບ ທີ່ຈະນຳໄປສູ່ການກໍ່ຕັ້ງປະເທດປາແລສໄຕນ໌ ທີ່ເປັນເອກ ກະລາດ ມີອະທິປະໄຕ ແລະຈະເລີນເຕີບໂຕໄດ້.

ໃນມື້ວານນີ້ ທ່ານນາງ Clinton ໄດ້ພົບ ກັບທັງທ່ານ Abbas ແລະນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູທີ່ນະຄອນເຈຣູຊາແລັມ ໃນການເຈລະຈາໂດຍ ກົງ ອີກຮອບນຶ່ງ ທີ່ທັງສອງຝ່າຍ ຕ່າງກໍບໍ່ໄດ້ລາຍງານໃຫ້ຊາບວ່າ ໄດ້ມີຄວາມກ້າວໜ້າ ເກີດຂຶ້ນ.

ທູດພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບພາກຕາເວັນອອກກາງ ທ່ານ George Mitchell ໄດ້ກ່າວເຖິງການເຈລະຈານີ້ວ່າ ມີຄວາມຈິງຈັງແລະມີແກ່ນສານ ແລະເວົ້າວ່າ ໄດ້ມີຄວາມກ້າວໜ້າ​ເລັກ​ນ້ອຍ ກ່ຽວກັບບັນຫານຶ່ງ ທີ່ສ້າງຄວາມ​ແຕກ​ແຍກ ​ຫລາຍ​ທີ່ສຸດ ນັ້ນກໍຄື ການຕັ້ງບ້ານໃໝ່ ຂອງອິສຣາແອລ.

ຝ່າຍປາແລສໄຕນ໌ໄດ້ຂູ່ວ່າ ຈະຖອນໂຕອອກຈາກການເຈລະຈາສັນຕິພາບ ຖ້າອິສຣາແອລ ຫາກຍົກເລີກຂໍ້ຫ້າມ ກ່ຽວກັບການຕັ້ງບ້ານໃໝ່ ໃສ່ດິນທີ່ຊາວປາແລສໄຕນ໌ ຕ້ອງການຢາກ ຈະຕັ້ງເປັນປະເທດຂອງຕົນ ໃນອະນາຄົດນັ້ນ.

XS
SM
MD
LG