ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການພົບປະ 3 ຝ່າຍ ຢູ່ຕາເວັນອອກກາງ


ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ກ່າວວ່າພວກຜູ້ນຳຂອງອິສຣາແອລແລະປາແລສ ໄຕນ໌ ໄດ້ເລີ້ມດຳເນີນການແລະຫາ​ທາງແກ້ໄຂບັນຫາທີ່ສຳ ຄັນ ທີ່ເປັນໝາກຫົວໃຈຂອງການຂັດແຍ້ງໃນພາກຕາເວັນ ອອກກາງນັ້ນ​ແລ້ວ.

ທ່ານນາງ Clinton ໄດ້ກ່າວໃນວັນພຸດມື້ນີ້ ທີ່ນະຄອນເຈຣູ ຊາແລັມບ່ອນທີ່ທ່ານນາງຈະໄດ້ປະຊຸມເປັນມື້ທີ 2 ກັບນາ ຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ແລະປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ໃນການເຈລະຈາຫາລື ທີ່ຄາດວ່າຈະແນໃສ່ ການຕັ້ງບ້ານໃໝ່ຂອງຊາວຢິວໃນເຂດ ຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ເລີ້ມຕົ້ນໃນມື້ນີ້ ດ້ວຍການພົບປະ ກັບປະທານາ ທິບໍດີອິສຣາແອລ ທ່ານ Shimon Peres. ທ່ານນາງຈະທຳການພົບປະຫຼາຍໆຄັ້ງ ກັບ ພວກເຈົ້າໜ້າທີ່ອິສຣາແອລ ກ່ອນການເຈລະຈາ 3 ຝ່າຍ ກັບທ່ານເນຕັນຢາຮູ ແລະທ່ານ Abbas. ໃນມື້ວານນີ້ ພວກທ່ານທັງ 3 ໄດ້ເຈລະຈາຫາລືກັນ ທີ່ເມືອງຕາກອາກາດແຄມ ທະເລແດງຂອງອີຈິບ ແຕ່ບໍ່ໄດ້ມີການປະກາດໃຫ້ຊາບກ່ຽວກັບຄວາມກ້າວໜ້າທີ່ສຳຄັນໃດໆ.

XS
SM
MD
LG