ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາສັນຕິພາບ ພາກຕາເວັນອອກກາງ


ທູດພິເສດ ພາກຕາເວັນອອກກາງ ຂອງສະຫະລັດ ທ່ານ George Mitchell (ຊ້າຍ) ພົບປະກັບ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas (1 ຕຸລາ 2010)
ທູດພິເສດ ພາກຕາເວັນອອກກາງ ຂອງສະຫະລັດ ທ່ານ George Mitchell (ຊ້າຍ) ພົບປະກັບ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas (1 ຕຸລາ 2010)

ພວກຜູ້ນຳຂອງອິສຣາແອລແລະປາແລສໄຕນ໌ ໄດ້ມ້ວນ ທ້າຍການເຈລະຈາຫາລືກັບທູດພິເສດຂອງສະຫະລັດ ທ່ານ George Mitchell ໂດຍທີ່ບໍ່ປາກົດວ່າ ໄດ້ເກີດຄວາມ ກ້າວໜ້າໃນບັນຫາສຳຄັນ ກ່ຽວກັບການກໍ່ສ້າງຕັ້ງບ້ານໃໝ່ ຂອງອິສຣາແອລແຕ່ຢ່າງໃດ.

ຫຼັງຈາກໄດ້ເດີນທາງກັບໄປກັບມາເພື່ອເຈລະຈາກັບພວກຜູ້ນໍາທັງສອງແລ້ວທ່ານ Mitchell ມີກໍານົດທີ່ຈະປຶກສາຫາລືກັບພວກຜູ້ນໍາ ຂອງປະເທດອາຣັບ ທີ່ກາຕ້າ ອີຈິບ ແລະຈໍແດັນ ກ່ອນໜ້າກອງປະຊຸມຄັ້ງສໍາຄັນຂອງລັດຖະມົນຕີການຕ່າງປະເທດສັນນິບາດອາຣັບ ໃນສັບ ປະດາໜ້າ.

ເຈົ້າໜ້າທີ່ປາແລສໄຕນ໌ກ່າວວ່າ ປະທານາທິບໍດີ Mahmoud Abbas ຈະບໍ່ທຳການເຈລະ ຈາໂດຍກົງ ກັບນາຍົກລັດຖະມົນຕີອິສຣາແອລທ່ານເບັນຈະມິນ ເນຕັນຢາຮູຈົນກວ່າບັນຫາ ການຂະຫຍາຍການກໍ່ສ້າງຕັ້ງບ້ານໃໝ່ ໃນເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນໄດ້ຮັບການ ແກ້ໄຂ. ຫົວໜ້າເຈລະຈາ ຂອງຝ່າຍປາແລສໄຕນ໌ ທ່ານ Saeb Erekat ກ່າວວ່າ ຝ່າຍ ປາແລສໄຕນ໌ຫວັງວ່າ ອິສຣາແອລຈະເລືອກເອົາ ການສ້າງສັນຕິພາບ ບໍ່ແມ່ນການກໍ່ສ້າງ ຕັ້ງບ້ານໃໝ່.

ທ່ານ Erekat ໃຫ້ທັດສະນະດັ່ງກ່າວ ໃນມື້ວານນີ້ ຫຼັງຈາກທ່ານ Abbas ໄດ້ພົບປະກັບ ທ່ານ Mitchell. ກ່ອນນີ້ທ່ານ Abbas ເວົ້າວ່າ ທ່ານຈະຕັດສິນໃຈກ່ຽວກັບວ່າ ຈະຖອນ ໂຕອອກຈາກການເຈລະຈາສັນຕິພາບ ຫຼັງຈາກໄດ້ປຶກສາຫາລື ກັບພວກເຈົ້າໜ້າທີ່ອະວຸໂສ ທີ່ກອງປະຊຸມສັນນິບາດອາຣັບ ໃນອາທິດໜ້າ.

XS
SM
MD
LG