ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຫາທາງກອບກູ້ ການເຈລະຈາສັນຕິພາບ


ທູດພິເສດ ພາກຕາເວັນອອກກາງ ຂອງສະຫະລັດ ທ່ານ George Mitchell ພົບປະກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ທີ່ນະຄອນເຈຣູຊາແລັມ (1 ຕຸລາ 2010)
ທູດພິເສດ ພາກຕາເວັນອອກກາງ ຂອງສະຫະລັດ ທ່ານ George Mitchell ພົບປະກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ທີ່ນະຄອນເຈຣູຊາແລັມ (1 ຕຸລາ 2010)

ທູດພິເສດຮັບຜິດຊອບກ່ຽວກັບພາກຕາເວັນອອກກາງຂອງ ສະຫະລັດ ໄດ້ທຳການເຈລະຈາຮອບໃໝ່ກັບນາຍົກລັດຖະ ມົນຕີ ອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ແລະປະ ທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ໃນວັນສຸກມື້ນີ້ ໃນຄວາມພະຍາຍາມ ເພື່ອຫາທາງກອບກູ້ ການເຈລະຈາສັນຕິພາບ ລະຫວ່າງທັງສອງຝ່າຍ.

ທ່ານ George Mitchell ໄດ້ເດີນທາງ ໄປຍັງພາກຕາ ເວັນອອກກາງ ໃນສັບປະດານີ້ ເພື່ອພະຍາຍາມຊັກຊວນ ໃຫ້ຝ່າຍປາແລສໄຕນ໌ ສືບຕໍ່ການເຈລະຈາໂດຍກົງ ກັບອິສ ຣາແອລ ເຖິງແມ່ນຂໍ້ຫ້າມກ່ຽວກັບ ການກໍ່ສ້າງຕັ້ງບ້ານໃໝ່ ໃນເຂດຢຶດຄອງຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ໄດ້ໝົດ ອາຍຸລົງໃນວັນອາທິດແລ້ວ. ຝ່າຍປາແລສໄຕນ໌ກ່າວວ່າ ການຂະຫຍາຍການຕັ້ງບ້ານໃໝ່ ແມ່ນບັນຫາສຳຄັນໃນການ ພິຈາລະນາວ່າ ຕົນຈະສືບຕໍ່ການເຈລະຈາສັນຕິ ພາບຫຼືບໍ່.

ທ່ານ Abbas ກ່າວວ່າ ທ່ານຈະຕັດສິນໃຈກ່ຽວກັບວ່າ ຈະຖອນໂຕອອກຈາກການເຈລະຈາ ຫຼັງຈາກໄດ້ປຶກສາຫາລື ກັບພວກເຈົ້າໜ້າທີ່ອະວຸໂສ ຂອງກຸ່ມປະເທດອາຣັບ ໃນອາທິດໜ້າ. ຕົ້ນຕໍແລ້ວ ກອງປະຊຸມຂອງສັນນິບາດອາຣັບ ມີກຳນົດຈະໄຂຂຶ້ນໃນມື້ວັນຈັນຈະມາ ແຕ່ເຈົ້າ ໜ້າທີ່ກ່າວວ່າ ບັດນີ້ໄດ້ຖືກເລື່ອນໄປໃສ່ວັນພຸດ.

ສວ່ນທ່ານເນຕັນຢາຮູເວົ້າວ່າ ລັດຖະບານຂອງທ່ານ ມີຄວາມໝາຍໝັ້ນຕັ້ງໃຈ ທີ່ຈະພະຍາ ຍາມໃຫ້ມີການບັນລຸ ຂໍ້ຕົກລົງກັບຝ່າຍປາແລສໄຕນ໌ ທີ່ຈະຮັກສາໄວ້ຊຶ່ງຄວາມໝັ້ນຄົງແລະ ຜົນປະໂຫຍດອື່ນໆ ຂອງອິສຣາແອລ.

XS
SM
MD
LG