ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ປົດເຄື່ອງກວດ ຈັບໂລຫະ ຢູ່ວັດ al-Aqsa ໃນ ເຈຣູຊາແລັມ


ເຈົ້າໜ້າທີ່ຕຳຫຼວດ ອິສຣາແອລ ຖອດເຄື່ອງກວດຈັບໂລຫະ ຢູ່ນອກບໍລິເວນ ວັດມຸສລິມ al-Aqsa ໃນເຂດເມືອງເກົ່າ ເຈຣູຊາເລັມ. 25 ກໍລະກົດ, 2017.
ເຈົ້າໜ້າທີ່ຕຳຫຼວດ ອິສຣາແອລ ຖອດເຄື່ອງກວດຈັບໂລຫະ ຢູ່ນອກບໍລິເວນ ວັດມຸສລິມ al-Aqsa ໃນເຂດເມືອງເກົ່າ ເຈຣູຊາເລັມ. 25 ກໍລະກົດ, 2017.

ອິສຣາແອລ ໄດ້ຖອຍຈາກການປະເຊີນໜ້າກັນ ຢູ່ສະຖານທີ່ສັກສິດທີ່ມີການຂັດແຍ້ງກັນ
ຢູ່ນະຄອນ Jerusalem ທີ່ເປັນບ່ອນບູຊາສຳລັບຊາວ ມຸສລິມ ແລະ ຢິວ, ແຕ່ຊາວ ປາ
ແລສໄຕນ໌ ກ່າວວ່າ ການນຳເອົາເຄື່ອງຈັບໂລຫະ ຢູ່ວັດມຸສລິມ Al-Aqsa ອອກຢ່າງງ່າຍ
ດາຍນັ້ນແມ່ນບໍ່ພຽງ ພໍ.

ອິສຣາແອລ ໄດ້ປົດເຄື່ອງຈັບໂລຫະອອກໃນວັນອັງຄານວານນີ້ ແລະ ໄດ້ສັບປ່ຽນດ້ວຍ
ກ້ອງວົງຈອນປິດ, ແຕ່ການປະທ້ວງຂອງ ຊາວປາແລສໄຕນ ກ່ຽວກັບ ມາດຕະການຮັກ
ສາຄວາມປອດໄພພິເສດ ແມ່ນຍັງດຳເນີນຕໍ່ໄປ.

ອຸປະກອນຕ່າງໆຢູ່ສະຖານທີ່ໆຮັບຮູ້ໂດຍຊາວ ຢິວ ວ່າ​ເປັນວັດພູ ຫຼື Temple Mount
ນັ້ນ ໄດ້ຖືກຕິດຕັ້ງໃສ່ ຫຼັງຈາກມືປືນຊາວ ອາຣັບ ໄດ້ຂ້າຕຳຫຼວດ ອິສຣາແອລ ສອງຄົນ
ຢູ່ບໍລິເວນດັ່ງກ່າວເກືອບສອງສັບປະດາທີ່ຜ່ານມາ.

ຊາວ ປາແລ​ສໄຕນ ມີຄວາມໃຈຮ້າຍ ກ່ຽວກັບ ເຄື່ອງຈັບໂລຫະນັ້ນ, ໂດຍກ່າວຫາ ອິສ
ຣາແອລ ວ່າລ່ວງລະເມີດສິດເສລີພາບໃນການບູຊາ ແລະ ພະຍາຍາມທີ່ຈະເຂົ້າຄວບ
ຄຸມ ສະຖານທີ່ໆມີຄວາມສັກສິດທີ່ສຸດອັນດັບສາມໃນສາສະໜາອິສລາມ. ພວກເຂົາ
ເຈົ້າໄດ້ປະຕິເສດ ທີ່ຈະຍ່າງຜ່ານເຄື່ອງກວດ, ເຊິ່ງກໍ່ໃຫ້ເກີດຄວາມເຄັ່ງຕຶງ ໃນຂະນະ
ທີ່ພວກເຂົາເຈົ້າພາກັນຈັດການສູດມົນຢູ່ຂ້າງນອກຕາມຖະໜົນແຫ່ງຕ່າງໆ.

​ໃນ​ການ​ເຂົ້າ​ໄປ​ຊ່ວຍ​ເຫຼືອຂອງ ສະຫະລັດ ນັ້ນ. ເອກອັກຄະລັດຖະທູດ David
Friedman ໄດ້ໄກ່ເກ່ຍໃຫ້ມີການຕົກລົງ ລະຫວ່າງ ອິສຣາແອລ ແລະ ຈໍແດນ, ເຊິ່ງເປັນ
ຜູ້ເບິ່ງແຍງວັດມຸສລິມ Al-Aqsa. ທ່ານ Friedman ໄດ້ກ່າວວ່າ ສະຖານະການໄດ້ຫຼຸດ
ຜ່ອນລົງຢ່າງວ່ອງໄວ, ໂດຍກ່າວວ່າ “ບາງເທື່ອມັນກໍສຳຄັນ ທີ່ຈະຕ້ອງດຳເນີນການໄປ
ກ່ອນ ສິ່ງຕ່າງໆຈະເກີດຂຶ້ນ.”

ແນວໃດກໍຕາມ, ຄວາມຂັດແຍ້ງຍັງມີ​ຢູ່ຕໍ່ໄປ. ບັນດາເຈົ້າໜ້າທີ່ຊາວມຸສ ລິມ ແມ່ນບໍ່ຍິນ
ດີ ກັບທີ່ເຄື່ອງກວດ ໄດ້ຖືກສັບປ່ຽນແທນໂດຍກ້ອງທີ່ມີເທັກໂນໂລຈີທັນສະໄໝ ແລະ
ໄດ້ຮຽກຮ້ອງໃຫ້ຊາວມຸສລິມຢູ່ຫ່າງຈາກວັດດັ່ງກ່າວ.

ເຈົ້າໜ້າທີ່ ປາແລສໄຕນ ທ່ານ Nabil Shaath ໄດ້ກ່າວວ່າ ສະຖານະການດັ່ງກ່າວ
ຕ້ອງກັບຄືນສູ່ສະພາບດັ່ງທີ່ເຄີຍເປັນມາ ກ່ອນວິກິດການໄດ້ເກີດຂຶ້ນ. ທ່ານໄດ້ກ່າວວ່າ
ກ້ອງວົງຈອນປິດທີ່ວ່ານີ້ ແລະ ມາດຕະການຮັກສາຄວາມປອດໄພໃໝ່ ໄດ້ສ້າງຄວາມ
ອັບອາຍຂາຍໜ້າໃຫ້ຊາວ ມຸສລິມ ແລະ ບໍ່ສາມາດຍອມຮັບໄດ້.

ລັດຖະມົນຕີ ​ໃນຄະນະລັດຖະບານ ອິສຣາແອລ ທ່ານ Yuval Steinitz ໄດ້ກ່າວວ່າ
ອຳນາດການປົກຄອງ ປາແລສໄຕນ ບໍ່ຢາກໃຫ້ມີການຟື້ນຟູຄວາມສະຫງົບ. ທ່ານໄດ້
ກ່າວວ່າ ອິສຣາແອລ ໄດ້ທຳການທຳການຍິນຍອມຢ່າງຫຼວງຫຼາຍແລ້ວ, ແຕ່ຊາວ ປາ
ແລສໄຕນ໌ ໄດ້ພະຍາຍາມທີ່ຈະຍຸຍົງ ໃຫ້ເກີດສົງຄາມສາສະໜາ ລະຫວ່າງ ຊາວມຸສລິມ
ແລະ ຊາວຢິວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Israel Palestinians
please wait
Embed

No media source currently available

0:00 0:01:32 0:00

XS
SM
MD
LG