ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ກັບ ກຸ່ມຫົວຮຸນແຮງ ປາແລັສໄຕນ໌ ເປີດການໂຈມຕີ ຂ້າມຊາຍແດນຕື່ມອີກ


ລູກຂອງຄອບຄົວ ເຟຊາເຢ, ເຊິ່ງແມ່ນຜູ້ຂໍລີ້ໄພ ຊາວ ເອຣິເທຣຍ, ນັ່ງຢູ່ນອກທີ່ພັກຂອງເຂົາເຈົ້າເປັນຄັ້ງທຳອິດໃນຫຼາຍວັນ, ໃນເມືອງ ແອສດອດ, ປະເທດ ອິສຣາແອລ ກ່ອນມີສຽງເຕືອນ ກ່ຽວກັບ ຈະຫວດທີ່ຖືກຍິງ ຈາກເຂດ ກາຊາ ດັງຂຶ້ນໃນທົ່ວເມືອງ ແລະ ເຂດອື່ນໆ. 18 ພຶດສະພາ 2021.
ລູກຂອງຄອບຄົວ ເຟຊາເຢ, ເຊິ່ງແມ່ນຜູ້ຂໍລີ້ໄພ ຊາວ ເອຣິເທຣຍ, ນັ່ງຢູ່ນອກທີ່ພັກຂອງເຂົາເຈົ້າເປັນຄັ້ງທຳອິດໃນຫຼາຍວັນ, ໃນເມືອງ ແອສດອດ, ປະເທດ ອິສຣາແອລ ກ່ອນມີສຽງເຕືອນ ກ່ຽວກັບ ຈະຫວດທີ່ຖືກຍິງ ຈາກເຂດ ກາຊາ ດັງຂຶ້ນໃນທົ່ວເມືອງ ແລະ ເຂດອື່ນໆ. 18 ພຶດສະພາ 2021.

ເຖິງແມ່ນຈະມີການພະຍາຍາມຫຼາຍຄັ້ງໂດຍຝ່າຍຕ່າງໆໃນພາກພື້ນ ແລະ ສາກົນ ເພື່ອທຳການຢຸດຍິງກໍຕາມ, ຄວາມຮຸນແຮງລະຫວ່າງ ອິສຣາແອລ ແລະ ກຸ່ມຫົວຮຸນແຮງ ປາແລັສໄຕນ໌ ໃນເຂດ ກາຊາ ກໍຍັງດຳເນີນຕໍ່ໄປໃນວັນພຸດມື້ນີ້ໂດຍທີ່ ອິສຣາແອລ ໄດ້ທຳການໂຈມຕີທາງອາກາດໃນເມືອງ ກາຊາ ແລະ ກຸ່ມຫົວຮຸນແຮງຍິງຈະຫຼວດຂ້າມເຂດຊາຍແດນ.

ຝຣັ່ງ ໄດ້ສະເໜີຂໍ້ແກ້ໄຂຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດສະບັບນຶ່ງ, ໃນການປະສານງານກັບ ອີຈິບ ແລະ ຈໍແດັນ, ເພື່ອຮຽກຮ້ອງໃຫ້ຢຸດການຕໍ່ສູ້.

ຫ້ອງການຂອງປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ກ່າວ ວ່າ “ສາມປະເທດໄດ້ເຫັນພ້ອມກັນ ກ່ຽວກັບ ອົງປະກອບທີ່ທຳມະດາສາມຢ່າງ ຄື: ການຍິງກັນຕ້ອງຢຸດ, ມັນເຖິງເວລາແລ້ວສຳລັບການຢຸດຍິງ ແລະ ສະພາຄວາມໝັ້ນຄົງຕ້ອງຈັດການກັບບັນຫາດັ່ງກ່າວ.” ທ່ານ ມາ ກຣົງ ໄດ້ກ່າວໃນວັນອັງຄານວານນີ້ພ້ອມກັບປະທານາທິບໍດີ ອີຈິບ ທ່ານ ອັບແດລ ຟັດທາ ແອລ-ຊິສຊີ ແລະ ກະສັດ ອັບດຸລລາ ທີສອງ ຂອງ ຈໍແດັນ.

ສະຫະລັດ ເຊິ່ງແມ່ນພັນທະມິດຂອງ ອິສຣາແອລ ທີ່ມີອຳນາດຍັບຢັ້ງໃນຖານະເປັນນຶ່ງໃນຫ້າປະ ເທດສະມາຊິກ ຂອງສະພານັ້ນ, ປັດຈຸບັນນີ້ໄດ້ກີດກັ້ນສະພາດັ່ງກ່າວຈາກການອອກຖະແຫຼງງການສະໜັບສະໜູນການຢຸດຍິງ. ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ຈະບໍ່ຊ່ວຍເຫຼືອໃນຄວາມພະຍາຍາມທາງການທູດ ເພື່ອສິ້ນສຸດຄວາມຂັດແຍ້ງທີ່ວ່ານັ້ນ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ “ເປົ້າໝາຍຂອງພວກເຮົາແມ່ນໃຫ້ຄວາມຂັດແຍ້ງນີ້ສິ້ນສຸດລົງ. ພວກເຮົາຈະທຳການປະເມີນໃນແຕ່ລະວັນ ກ່ຽວກັບ ສິ່ງທີ່ຖືກຕ້ອງ. ມັນຈະສືບຕໍ່ເປັນການປຶກສາຫາລືທີ່ງຽບ ແລະ ເຄັ່ງຕຶງຢູ່ສາກເບື້ອງຫຼັງທີ່ເປັນກົນລະຍຸດຂອງພວກເຮົາໃນເວລານີ້.”

ສະຫະລັດ ໄດ້ກ່າວວ່າເຂົາເຈົ້າໄດ້ “ມີສ່ວນຮ່ວມຢ່າງຫ້າວຫັນ” ໃນຄວາມ ພະຍາຍາມໄກ່ເກ່ຍ ເພື່ອ ພະຍາຍາມສິ້ນສຸດຄວາມຮຸນແຮງນັ້ນ. ໃນຂະນະດຽວກັນ, ອົງການສະຫະປະຊາຊາດໄດ້ກ່າວວ່າ ເຂົາເຈົ້າສາມາດທີ່ຈະສົ່ງລົດບັນທຸກນໍ້າມັນເຊື້ອໄຟຫຼາຍສິບຄັນ ແຕ່ບໍ່ແມ່ນການຊ່ວຍເຫຼືອອື່ນໆ ຈາກອົງການບັນເທົາທຸກຂອງເຂົາເຈົ້າເຂົ້າໄປເຂດ ກາຊາ.

ອົງການລະດັບໂລກດັ່ງກ່າວໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການໂຈມຕີຂອງ ອິສຣາແອລ ໃສ່ພື້ນຖານໂຄງລ່າງຂອງພົນລະເຮືອນໃນເຂດ ກາຊາ, ພ້ອມກັບສູນກາງຫ້ອງທົດລອງ COVID-19 ແລະ ສະຖານທີ່ສາທາລະນະສຸກອື່ນໆ.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວໃນທວິດເຕີເມື່ອວັນອັງຄານວານນີ້ວ່າ “ມັນມີຄວາມທຸກທໍລະມານຂອງມະນຸດຢ່າງໃຫຍ່ຫຼວງ ແລະ ຄວາມເສຍຫາຍຢ່າງກວ້າງຂວາງຕໍ່ບ້ານເຮືອນ ແລະ ພື້ນຖານໂຄງລ່າງທີ່ສຳຄັນໃນເຂດ ກາຊາ,” ແລະ ໄດ້ຮຽກ ຮ້ອງປະຊາຄົມນານາຊາດໃຫ້ທຶນຊ່ວຍເຫຼືອໂຄງການມະນຸດສະທຳ ສະຫະປະຊາຊາດ ໃນດິນແດນ ປາແລັສໄຕນ໌.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG