ລັດຖະມົນຕີກະຊວງປ້ອງກັນປະເທດ ອິສຣາແອລ ໄດ້ສັ່ງໃຫ້ກອງທັບເມື່ອວັນພະຫັດວານນີ້ ໃຫ້ກຽມພ້ອມສຳລັບການອອກຈາກເຂດກາຊາໂດຍສະມັກໃຈ ຂະນະທີ່ ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຂອງສະຫະລັດ ຕັດສິນໃຈບໍ່ສົ່ງ ທະຫານສະຫະລັດ ໄປຍັງດິນແດນດັ່ງກ່າວ ອີງຕາມລາຍງານຂອງອົງການຂ່າວ ເອແອັຟພີ.
ກ່ອນໜ້ານີ້ ທ່ານ ດໍໂນລ ທຣໍາ ສະເໜີໃຫ້ຍ້າຍຊາວປາແລັສໄຕນ໌ ອອກຈາກເຂດກາຊາ ເຮັດໃຫ້ເກີດການວິພາກວິຈານຈາກຜູ້ນໍາໃນຕະເວັນອອກກາງ ແລະພາກພື້ນອື່ນ ໆ.
ລັດຖະມົນຕີກະຊວງປ້ອງກັນປະເທດ ອິສຣາແອລ ທ່ານ ອິສຣາແອລ ຄັທຊ໌ ກ່າວວ່າ ທ່ານສັ່ງໃຫ້ກອງທັບຈັດທຳແຜນການໃຫ້ຊາວປາເລສໄຕນ໌ ອອກຈາກເຂດກາຊາ ຊຶ່ງໄດ້ຮັບຜົນກະທົບຈາກສົງຄາມມາດົນກ່ວານຶ່ງປີ.
ທ່ານ ຄັທຊ໌ ກ່າວວ່າ “ ຂ້ອຍໄດ້ສັ່ງໃຫ້ກອງກຳລັງປ້ອງກັນອິສຣາແອລ (IDF) ກຽມແຜນການເພື່ອໃຫ້ຊາວກາຊາ ສາມາດອອກຈາກເຂດກາຊາໄດ້ໂດຍສະມັກໃຈ” ແລະ ກ່າວຕື່ມວ່າ ພວກເຂົາສາມາດ “ ໄປຍັງປະເທດໃດກໍ່ໄດ້ທີ່ຍິນດີຕ້ອນຮັບພວກເຂົາ.”
ທ່ານ ດໍໂນລ ທຣໍາ ປະກາດຂໍ້ສະເໜີຂອງທ່ານສຳລັບເຂດກາຊາ ເມື່ອວັນອັງຄານທີ່ຜ່ານມາ. ຊຶ່ງເຮັດໃຫ້ທຸກຄົນຕົກໃຈ ໃນກອງປະຊຸມຖະແຫຼງຂ່າວຮ່ວມກັບ ນາຍົກລັດຖະມົນຕີ ທ່ານ ເບນຈາມິນ ເນຕັນຢາຮູ ຂອງອິສຣາແອລ ຊຶ່ງເປັນຜູ້ນໍາຕ່າງປະເທດຄົນທຳອິດທີ່ຢ້ຽມຢາມທຳນຽບຂາວ ນັບຕັ້ງແຕ່ເຂົ້າຮັບຕໍາແໜ່ງ.
ສະຫະປະຊາຊາດກ່າວເຕືອນວ່າ ການບັງຄັບໃຫ້ຊາວປາແລັສໄຕນ໌ ຕ້ອງອົບພະຍົບອອກໄປຈະເທົ່າກັບເປັນ “ການທຳລາຍລ້າງຊົນເຜົ່າ”.
ທ່ານ ດໍໂນລ ທຣໍາ ຢັ້ງຢືນວ່າ ທຸກຄົນມັກແຜນດັ່ງກ່າວໂດຍລະບຸວ່າ ແຜນດັ່ງກ່າວກ່ຽວຂ້ອງກັບການທີ່ສະຫະລັດເຂົ້າຍຶດຄອງເຂດກາຊາ.
ຢ່າງໃດກໍ່ຕາມ ປະເທດອາຣັບ ປະຕິເສດຢ່າງໜັກແໜ້ນ ແລະປະທານາທິບໍດີສະຫະລັດກໍ່ບໍ່ໄດ້ໃຫ້ລາຍລະອຽດໃດ ໆ ຫຼາຍພໍປານໃດ. ຊາວປາແລັສໄຕນ໌ ຫຼາຍກ່ວາ 2 ລ້ານຄົນຈະຖືກອົບພະຍົບອອກໄປ.
ໃນເວລາຕໍ່ມາລັດຖະບານຂອງທ່ານ ດໍໂນລ ທຣໍາ ເບິ່ງຄືວ່າ ຈະຍອມປີ້ນຄວາມເວົ້າ ໂດຍ ທ່ານ ມາຣໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າ ການຍ້າຍຊາວກາຊາ ຈະເປັນພຽງຊົ່ວຄາວ.
ແຕ່ທ່ານ ດໍໂນລ ທຣໍາໄດ້ຢືນຢັນເມື່ອວັນພະຫັດຜ່ານມາວ່າ “ ອິສຣາແອລຈະສົ່ງມອບເຂດກາຊາ ໃຫ້ກັບສະຫະລັດເມື່ອການສູ້ລົບສີ້ນສຸດລົງ” ທ່ານກ່າວຢູ່ໃນ ແພລັຕຟອມ Truth Social ຂອງທ່ານ.
“ ສະຫະລັດບໍ່ຈຳເປັນຕ້ອງມີທະຫານ! ຄວາມໝັ້ນຄົງຂອງພາກພື້ນຈະເຂົ້າມາຄຸ້ມຄອງ.”
ອ່ານຂ່າວເປັນພາສາອັງກິດ.
Israel's defense minister ordered the army on Thursday to prepare for "voluntary" departures from Gaza, as U.S. President Donald Trump ruled out sending American troops to the territory.
Trump had earlier proposed moving Palestinians out of Gaza, sparking uproar from leaders in the Middle East and beyond.
Israeli Defense Minister Israel Katz said he instructed the military to formulate a plan for Palestinians to leave Gaza, which has been ravaged by more than a year of war.
"I have instructed the IDF (military) to prepare a plan to enable voluntary departure for Gaza residents," Katz said, adding they could go "to any country willing to accept them."
Trump announced his proposal for Gaza to audible gasps on Tuesday at a press conference with Israeli Prime Minister Benjamin Netanyahu, the first foreign leader to visit the White House since the inauguration.
The United Nations warned any forced displacement of Palestinians would be "tantamount to ethnic cleansing."
Trump insisted "everybody loves" the plan, saying it would involve the United States taking over Gaza.
Arab nations, however, firmly rejected it, and the U.S. president offered few details on how more than two million Palestinians would be removed.
His administration later appeared to backtrack, with Secretary of State Marco Rubio saying any transfer of Gazans would be temporary.
But Trump doubled down on Thursday.
"The Gaza Strip would be turned over to the United States by Israel at the conclusion of fighting," he said on his Truth Social platform.
ຟໍຣັມສະແດງຄວາມຄິດເຫັນ