ກອງກຳລັງ ອິສຣາແອລ ຍັງຄົງເດີນໜ້າປະຕິບັດການໃກ້ກັບເມືອງ ຄານ ຢູນິສ ທາງຕອນໃຕ້ຂອງເຂດກາຊາໃນວັນຈັນວານນີ້ ທ່າມກາງຄວາມພະຍາຍາມຂອງນານາຊາດ ເພື່ອບັນລຸຂໍ້ຕົກລົງການຢຸດຍິງໃນເຂດກາຊາ ແລະ ປ້ອງກັນບໍ່ໃຫ້ເກີດຄວາມຂັດແຍ້ງໃນພາກພື້ນທີ່ກວ້າງຂຶ້ນກັບ ອີຣ່ານ ແລະ ກຸ່ມຕົວແທນທັງຫຼາຍ.
ບັນດາແພດໝໍຊາວ ປາແລັສໄຕນ໌ ໄດ້ກ່າວວ່າການໂຈມຕີໂດຍກອງທັບ ອິສຣາແອລ ໃນເມືອງຄານ ຢູນິສ ເມື່ອວັນຈັນວານນີ້ ໄດ້ສັງຫານຢ່າງໜ້ອຍ 18 ຄົນ ແລະ ບາດເຈັບເປັນຈຳນວນຫຼາຍ. ໃນຂະນະດຽວກັນຄອບຄົວຕ່າງໆ ແລະ ປະຊາຊົນທີ່ບໍ່ມີບ່ອນຢູ່ອາໄສຈຳນວນຫຼາຍກວ່າເກົ່າໄດ້ພາກັນຫຼັ່ງໄຫຼອອກຈາກເຂດທີ່ເປັນໄພຂົ່ມຂູ່ ດ້ວຍຄຳສັ່ງການອົບພະຍົບໃໝ່ໄດ້ບອກໃຫ້ປະຊາຊົນໜີອອກຈາກພື້ນທີ່ນັ້ນ.
ຕໍ່ມາການໂຈມຕີທາງອາກາດຂອງ ອິສຣາແອລ ໄດ້ເຮັດໃຫ້ 5 ຄົນເສຍຊີວິດໃນເຂດຊານເມືອງ ເຊຕຸນ ຂອງເມືອງກາຊາ, ແລະ ອີກສອງຄົນເສຍຊີວິດໃນເມືອງ ຣາຟາ, ໃກ້ກັບເຂດຊາຍແດນຕິດກັບ ອີຈິບ, ອີງຕາມການກ່າວຂອງບັນດາແພດໝໍ.
ໃນຂະນະທີ່ການຕໍ່ສູ້ດຳເນີນຕໍ່ໄປ, ກຸ່ມຮາມາສ ໄດ້ສະແດງປະຕິກິລິຍາດ້ວຍຄວາມສົງໄສຕໍ່ການເຈລະຈາຮອບຫຼ້າສຸດທີ່ຖືກໄກ່ເກ່ຍໂດຍ ອີຈິບ ແລະ ກາຕ້າ ທີ່ມີກຳນົດຈັດຂຶ້ນໃນວັນພະຫັດນີ້, ໂດຍກ່າວວ່າເຂົາເຈົ້າບໍ່ເຫັນສັນຍານຂອງການເຄື່ອນໄຫວຈາກຝ່າຍ ອິສຣາແອລ.
ກຸ່ມນັ້ນກ່າວໃນວັນອັງຄານທີ່ຜ່ານມາວ່າ ຜູ້ໄກ່ເກ່ຍຕ້ອງບັງຄັບໃຫ້ ອິສຣາແອລ ຍອມຮັບເອົາຂໍ້ສະເໜີການຢຸດຍິງໂດຍອີງໃສ່ຄວາມຄິດຕ່າງໆຈາກ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ເຊິ່ງ ກຸ່ມຮາມາສ ໄດ້ຮັບເອົາ, ແຕ່ກົງກັນຂ້າມ ເຂົາເຈົ້າໄດ້ສະແຫວງຫາການເຈລະຈາຮອບໃໝ່ ຫຼື ຂໍ້ສະເໜີໃໝ່ ທີ່ຈະສະໜອງການຄຸ້ມຄອງສຳລັບການຮຸກຮານຂອງພວກເຂົ້າຍຶດຄອງ.”
ແຫຼ່ງຂ່າວສອງແຫ່ງທີ່ໃກ້ຊິດກັບກຸ່ມຮາມາສໄດ້ກ່າວຕໍອົງການຂ່າວ ຣອຍເຕີ ວ່າກຸ່ມດັ່ງກ່າວໝັ້ນໃຈວ່າການຮຽກຮ້ອງໃໝ່ສຳລັບການເຈລະຈາແມ່ນຖືກປະສານງານລ່ວງໜ້າກັບ ອິສຣາແອລ ເພື່ອຍັບຢັ້ງການຕອບໂຕ້ຈາກ ອີຣ່ານ ແລະ ກຸ່ມເຮັສບອລລາ ຕໍ່ການລອບສັງຫານຫົວໜ້າຂອງກຸ່ມຄືທ່ານ ອິສເມລ ຮານິເຢ ໃນນະຄອນຫຼວງ ເຕຫະຣ່ານ ແລະ ຜູ້ນຳສູງສຸດຂອງກຸ່ມ ເຮັສບອລລາໃນປະເທດ ເລບານອນ.
ອ່ານຂ່າວນີ້ເປັນພາສາອັງກິດ
Israeli forces pressed on with operations near the southern Gaza city of Khan Younis on Monday amid an international push for a deal to halt fighting in Gaza and prevent a slide into a wider regional conflict with Iran and its proxies.
Palestinian medics said Israeli military strikes on Khan Younis on Monday killed at least 18 people and wounded several. Meanwhile more families and displaced persons streamed out of areas threatened by new evacuation orders telling people to clear the area.
Later an Israeli airstrike killed five people in the Zeitoun suburb of Gaza City, and two others were killed in Rafah, near the border with Egypt, medics said.
As fighting continued, Hamas reacted sceptically to the latest round of Egyptian and Qatari-brokered talks due on Thursday, saying it had seen no sign of movement from the Israeli side.
The group said on Sunday that mediators must force Israel to accept a ceasefire proposal based on ideas from U.S. President Joe Biden, which Hamas had accepted, "instead of pursuing further rounds of negotiations or new proposals that would provide cover for the occupation's aggression".
Two sources close to Hamas told Reuters the group was convinced the new call for talks was coordinated beforehand with Israel to deter responses from Iran and Hezbollah to the assassination of the group's chief, Ismail Haniyeh, in Tehran and a top Hezbollah leader in Lebanon.
ຟໍຣັມສະແດງຄວາມຄິດເຫັນ