ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ສູ້​ກັນເຮືອນ​ຕໍ່​ເຮືອນ ໃນ​ເມືອງ ຄານ ຢູ​ນິ​ສ ທາງ​ພາກ​ໃຕ້​ຂອງ​ເຂດ ກາ​ຊາ


ແມ່​ຍິງ ປາ​ແລັ​ສ​ໄຕ​ນ໌ ຢືນ​ຢູ່​ໃນ​ຕຶກ​ທີ່​ຖືກ​ທຳ​ລາຍ​ໃນ​ຂະ​ນະ​ທີ່​ລາວກວດ​ກາ​ເບິ່ງ​ສະ​ຖານ​ທີ່​ຂອງ​ການ​ໂຈມ​ຕີ​ໂດຍ ອິ​ສ​ຣາ​ແອ​ລ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ດຳ​ເນີນ​ຢູ່​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ, ເມືອງ ຄານ ຢູ​ນິ​ສ, ເຂດ ກາ​ຊາ, 6 ທັນ​ວາ 2023.
ແມ່​ຍິງ ປາ​ແລັ​ສ​ໄຕ​ນ໌ ຢືນ​ຢູ່​ໃນ​ຕຶກ​ທີ່​ຖືກ​ທຳ​ລາຍ​ໃນ​ຂະ​ນະ​ທີ່​ລາວກວດ​ກາ​ເບິ່ງ​ສະ​ຖານ​ທີ່​ຂອງ​ການ​ໂຈມ​ຕີ​ໂດຍ ອິ​ສ​ຣາ​ແອ​ລ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ດຳ​ເນີນ​ຢູ່​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ, ເມືອງ ຄານ ຢູ​ນິ​ສ, ເຂດ ກາ​ຊາ, 6 ທັນ​ວາ 2023.

ກອງ​ທະ​ຫານ ອິ​ສ​ຣາ​ແອ​ລ ແລະ ພວ​ກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໄດ້​ຕໍ່​ສູ້​ກັນ​ເຮືອນ​ຕໍ່​ເຮືອນ​ ໃນ​ວັນ​ພຸດ​ວານນີ້ ​ສຳ​ລັບ​ການ​ຄວບ​ຄຸມ​ເມືອງ ຄານ ຢູ​ນິ​ສ, ເຊິ່ງ​ເປັນ​ເມືອງ​ທີ່​ໃຫຍ່​ສຸດ​ອັນ​ດັບ​ສອງ​ຂອງ ກາ​ຊາ, ໃນ​ຂະ​ນະ​ທີ່​ພົນ​ລະ​ເຮືອນ​ຊາວ ປາ​ແລັ​ສ​ໄຕ​ນ໌ ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ເພີ່ມ​ຂຶ້ນ​ໃນ​ການ​ຊອກ​ຫາ​ບ່ອນ​ຫຼົບ​ລີ້ ແລະ ເຂົ້າ​ຫາ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ພຸດ​ວານນີ້​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ເປົ້າ​ໝາຍ​ປະ​ມານ 250 ແຫ່ງ​ໃນ​ເຂດ ກາ​ຊາ​ ໃນ​ລະ​ຫວ່າງວັນ​ທີ່​ຜ່ານ​ມາ, ໃນ​ບາງການ​ຕໍ່​ສູ້​ທີ່​ໜັກ​ທີ່​ສຸດ​ຂອງ​ສົງ​ຄາມ​ສອງ​ເດືອນ​ນັ້ນ.

ກຸ່ມ​ຮາ​ມາ​ສ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ສັງ​ຫານ​ທະ​ຫານ ອິ​ສ​ຣາ​ແອ​ລ 10 ຄົນ​ໃນ​ເມືອງ ຄານ ຢູ​ນິ​ສ ແລະ ບາດ​ເຈັບຫຼາຍ​ຄົນ, ເຊິ່ງ​ແມ່ນ​ການ​ກ່າວ​ອ້າງ​ທີ່ບໍ່​ສາ​ມາດ​ຢືນ​ຢັນ​ໄດ້​ໃນ​ທັນ​ທີ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ລາຍ​ງານ​ການ​ລະ​ດົມ​ຍິງ​ຢ່າງ​ໜັກ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ​ກາ​ຊາ ນັບ​ຕັ້ງ​ແຕ່​ຕອນ​ບ່າຍ​ຂອງວັນ​ຈັນ​ທີ່​ຜ່ານ​ມາ, ພ້ອມ​ກັບ​ການ​ຕໍ່​ສູ້​ຢູ່​ພື້ນ​ດິນ​ທີ່​ດຸ​ເດືອດ, ພ້ອມ​ກັບ​ການ​ຍິງ​ຈະຫຼວ​ດ​ຂອງ​ກຸ່ມ​ຮາ​ມາ​ສ ທີ່​ແນ​ເປົ້າ​ໃສ່ ອິ​ສ​ຣາ​ແອ​ລ ຫຼາຍ​ຂຶ້ນ.

ປະ​ຊາ​ຊົນ ກາ​ຊາ ຫຼາຍ​ຮ້ອຍ​ພັນ​ຄົນ​ໄດ້​ສືບ​ຕໍ່ຫຼົບ​ໜີ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ ແລະ ໃຕ້​ຂອງ​ເມືອງ ຄານ ຢູ​ນິ​ສ, ລວມ​ທັງ​ເມືອງ ຣາ​ຟາ ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ ອີ​ຈິບ. ແຕ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ​ສະຖານ​ທີ່​ລີ້​ໄພ​ຢູ່​ທີ່​ນັ້ນ​ແມ່ນ​ລົ້ນ​ຄວາມ​ສາ​ມາດ​ບັນ​ຈຸ​ແລ້ວ, ເຮັດ​ໃຫ້​ຊາວ​ປ​າ​ແລັ​ສ​ໄຕ​ນ໌ ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ຕ້ອງ​ໄດ້​ນອນ​ຢູ່​ຖະ​ໜົນ ຫຼື ດິນ​ເປົ້າ​ຫວ່າງ.

ພວກ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ ໄດ້​ເຕືອນ​ພົນ​ລະ​ເຮືອນໃນ​ເຂດ ກາ​ຊາ ບໍ່​ໃຫ້ໃຊ້​ຖະ​ໜົນ ຊາ​ລາ ອາ​ລ-ດິນ, ເຊິ່ງ​ແມ່ນ​ທາງຫຼວງຫຼັກ​ທີ່​ເຊື່ອມ​ຕໍ່​ເມືອງ ຄານ ຢູ​ນິ​ສ ກັບ​ພາກ​ເໜືອ​ຂອງ​ເຂດ ກາ​ຊາ, ໂດຍ​ເອີ້ນ​ມັນ​ວ່າ “ສະ​ໜາມ​ລົບ” ແລະ ອັນ​ຕະ​ລາຍ “ເປັນ​ຢ່າງ​ຍິງ.” ແຕ່​ກົງ​ກັນ​ຂ້າມ, ພວກ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ພົນ​ລະ​ເຮືອນ​ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ທີ່​ພະ​ຍາ​ຍາມ​ມຸ່ງ​ໜ້າ​ໄປ​ພາກ​ເໜືອ​ຄວນ​ໃຊ້​ຖະ​ໜົນຫຼັກ​ແຄມ​ຊາຍ​ຝັ່ງ​ທະ​ເລ, ແຕ່​ການ​ຕໍ່​ສູ້​ກໍ​ໄດ້​ສືບ​ຕໍ່​ໄປ​ຢູ່​ທີ່​ນັ້ນ​ເຊັ່ນ​ກັນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ, ຮອດ​ຄືນ​ວັນ​ອັງ​ຄານ​, ເມືອງ​ຣາ​ຟາ ແມ່ນ​ພຽງ​ເຂດ​ດຽວ​ໃນ ກາ​ຊາ ບ່ອນ​ທີ່​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ແມ່ນ​ໄດ້​ຖືກ​ແຈກ​ຢາຍ. ດ້ວຍຂໍ້​ຕົກ​ລົງ​ຢຸດ​ການ​ຕໍ່​ສູ້ 7 ວັນ​ໄດ້​ໝົດ​ອາ​ຍຸ​ເມື່ອ​ວັນ​ສຸກ​ແລ້ວນີ້, ດິນ​ແດນ​ແຄບໆ​ທີ່​ຍັງ​ເຫຼືອ​ຢູ່​ຕາມ​ທະ​ເລ ເມ​ດີ​ເທີ​ເຣ​ນຽນ ແມ່ນບໍ່​ສາ​ມາດ​ເຂົ້າ​ຫາ​ໄດ້​ຈາກ​ເຂດ​ຊາ​ຍ​ແດນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG