ອິສຣາແອລ ແລະ ກຸ່ມຮາມາສ ເລີ້ມການແລກປ່ຽນໂຕປະກັນ ແລະນັກໂທດ ເປັນຄັ້ງທີ່ສາມໃນວັນພະຫັດມື້ນີ້, ໂດຍເປັນສ່ວນນຶ່ງໃນຂໍ້ຕົກລົງຢຸດຍິງ ທີ່ຍຸຕິການສູ້ລົບກັນຢູ່ໃນແຫຼມກາຊາ.
ກອງທັບອິສຣາແອລກ່າວວ່າ ອາກາມ ເບີເກີ (Agam Berger) ເຊິ່ງເປັນທະຫານທີ່ມີ ອາຍຸ 20 ປີ, ໄດ້ຖືກປ່ອຍໂຕໃຫ້ອົງການກາແດງ ແລ້ວໄດ້ຂ້າມເຂົ້າໄປຍັງ ອິສຣາແອລ.
ກຸ່ມຮາມາສ ມີກຳນົດຈະປ່ອຍໂຕຊາວອິສະຣາແອລ 2 ຄົນ ແລະຊາວໄທອີກ 5 ຄົນ, ໃນຂະນະທີ່ ອິສຣາແອລ ກໍາລັງປ່ອຍໂຕນັກໂທດຊາວປາແລັສໄຕນ໌ 110 ຄົນ.
ການແລກປ່ຽນໃນກ່ອນໜ້ານີ້ ໄດ້ປ່ອຍໂຕປະກັນ 7 ຄົນທີ່ພວກຫົວຮຸນແຮງຈັບຂັງໄວ້ໃນຂົງເຂດກາຊາ ແລະນັກໂທດຈໍານວນ 300 ຄົນ ທີ່ ອິສຣາແອລ ຈັບໂຕໄວ້ນັ້ນ.
ກຸ່ມຮາມາສ ມີກຳນົດທີ່ຈະປ່ອຍໂຕປະກັນຕື່ມອີກ 3 ຄົນໃນວັນເສົາທີ່ຈະມາເຖິງນີ້, ໂດຍ ອິສຣາແອລ ກໍາລັງປ່ອຍໂຕນັກໂທດຊາວປາແລັສໄຕນ໌ຕື່ມອີກຫຼາຍສິບຄົນ.
ໄລຍະທຳອິດຂອງການຢຸດຍິງທີ່ດຳເນີນໄປເປັນເວລາ 42 ວັນ, ໃນນັ້ນ ປະມານ 1 ສ່ວນ 4 ແມ່ນຜ່ານພົ້ນໄປໄດ້ດີ, ເຊິ່ງມີການປ່ອຍໂຕປະກັນຈາກຂົງເຂດກາຊາ 33 ຄົນ, ພ້ອມທັງເຈລະຈາກ່ຽວກັບລາຍລະອຽດຕ່າງໆຂອງໄລຍະທີ 2, ທີ່ລວມມີການປ່ອຍໂຕປະກັນທີ່ເຫຼືອທັງໝົດ, ຍຸຕິການປະທະກັນ ແລະການຖອນກອງກຳລັງຂອງ ອິສຣາແອລ ອອກໄປ.
ການເຈລະຈາເຫຼົ່ານັ້ນ ມີກຳນົດທີ່ຈະເລີ້ມຕົ້ນຂຶ້ນໃນອາທິດໜ້າ.
ທູດຂອງສະຫະລັດປະຈໍາພາກຕາເວັນອອກກາງ ທ່ານ ສຕີບ ວິດຄອຟ (Steve Witkoff) ໄດ້ທໍາການພົບປະກັບນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໃນວັນພຸດວານນີ້ ເພື່ອສະໜັບສະໜູນກ່ຽວກັບການຢຸດຍິງ.
ທ່ານ ວິດຄອຟ, ຜູ້ມີບົດບາດສໍາຄັນໃນການຍຸຕິສູ້ລົບເປັນເວລາ 6 ອາທິດ, ຍັງໄດ້ກວດກາເບິ່ງພື້ນທີ່ ເນັດຊາຣິມ ຄໍຣີດໍ (Netzarim Corridor), ເຊິ່ງເປັນພື້ນທີ່ທີ່ມີຄວາມກວ້າງ 6 ກິໂລແມັດ ທີ່ແຍກແຫຼມກາຊາອອກເປັນສອງສ່ວນ, ໂດຍບໍລິສັດຜູ້ຮັບເໝົາດ້ານຄວາມປອດໄພຂອງສະຫະລັດ ໄດ້ຮັບຈ້າງມາເພື່ອຊ່ວຍເບິ່ງແຍງການກັບຄືນເມືອຂອງປະຊາຊົນຊາວປາແລັສໄຕນ໌ທີ່ພັດຖິ່ນນັ້ນ ກັບຄືນໄປຫາເມືອງຂອງພວກເຂົາເຈົ້າ.
ທ່ານ ວິດຄອຟ, ເປັນເຈົ້າໜ້າທີ່ລະດັບສູງສຸດຂອງສະຫະລັດ ທີ່ເດີນທາງໄປຢ້ຽມຢາມຂົງເຂດກາຊາໃນຊ່ວງໄລຍະຫຼາຍປີມານີ້. ເຈົ້າໜ້າທີ່ ສະຫະລັດ ຈໍາເປັນຕ້ອງຫຼີກລ່ຽງການອອກຈາກພື້ນທີ່ແຄບລຽບຕາມທະເລເມດີເຕີຣານຽນ (Mediterranean) ເນື່ອງຈາກຄວາມກັງວົນດ້ານຄວາມປອດໄພ ແລະນະໂຍບາຍຂອງວໍຊິງຕັນທີ່ຫ້າມບໍ່ໃຫ້ຕິດຕໍ່ກັບກຸ່ມຮາມາສ, ເຊິ່ງເປັນກຸ່ມກໍ່ການຮ້າຍທີ່ກໍານົດໂດຍ ສະຫະລັດ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
Israel and Hamas began their third exchange of hostages and prisoners Thursday as part of a ceasefire agreement that has halted fighting in the Gaza Strip.
The Israeli military said 20-year-old soldier Agam Berger was released to the Red Cross and then crossed into Israel.
Hamas was due to release two other Israelis and five Thai citizens, while Israel is releasing 110 Palestinian prisoners.
Previous exchanges have freed seven hostages the militants were holding in Gaza and 300 prisoners held by Israel.
Hamas is due to release three additional hostages on Saturday, with Israel freeing dozens more Palestinian prisoners.
The first phase of the ceasefire lasts for 42 days, about one-quarter of which has passed. It calls for the release of 33 total hostages from Gaza, as well as negotiations on the details of the second phase involving the release of the rest of the hostages, an end to the conflict and the withdrawal of Israeli forces.
Those negotiations are due to begin next week.
U.S. Middle East envoy Steve Witkoff met with Israeli Prime Minister Benjamin Netanyahu on Wednesday to reinforce the ceasefire.
Witkoff, who played a key role in shaping the six-week truce, also inspected the Netzarim Corridor, a 6-kilometer-wide strip of land that bisects Gaza, where American security contractors have been hired to help oversee the return of displaced Palestinians.
Witkoff was the highest-ranking U.S. official to visit Gaza in years. American officials have stayed away from the narrow territory along the Mediterranean Sea because of security concerns and Washington’s no-contact policy with Hamas, a U.S.-designated terror group.
ຟໍຣັມສະແດງຄວາມຄິດເຫັນ