ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ປາກົດວ່າ ຢູ່ໃນທ່າທີຈະ
ເຂົ້າກຳຕຳແໜ່ງຕື່ມອີກເປັນສະໄໝທີຫ້າໃນວັນພຸດມື້ນີ້ ໃນຂະນະທີ່ຜົນການເລືອກຕັ້ງ
ທີ່ມີຄະແນນສຽງໃກ້ຄຽງກັນ ຂອງສະພາ ສະແດງໃຫ້ເຫັນວ່າ ພັກລີຄູດຂອງທ່ານ ແລະ
ບັນດາພັນທະມິດຝ່າຍຂວາ ຢູ່ໃນທ່າທີທີ່ດີສຸດທີ່ຈະປະກອບຄະນະລັດຖະບານປະສົມ
ຊຸດໃໝ່.
ດ້ວຍຄະແນນສຽງ 97 ເປັນເຊັນທີ່ນັບໄປແລ້ວ ພັກລີຄູດແມ່ນມີຄະແນນເທົ່າກັນ ກັບ
ພັກຝ່າຍກາງ ສີຟ້າແລະພັກສີຂາວ ທີ່ນຳພາໂດຍ ອະດີດຜູ້ບັນຊາ ການກອງທັບ ທ່ານ
ເບັນນີ ແກ້ນຊ໌.
ໂດຍທີ່ບໍ່ມີໃຜສາມາດທີ່ຈະເອົາຊະນະສຽງສ່ວນຫຼາຍໃນສະພາໃນສະພາຄແນສ ເສັດ (Knesset) ໄດ້ ການຕັ້ງລັດຖະບານປະສົມ ຈຶ່ງມີຄວາມຈຳເປັນ. ພັກລີຄູດ ແລະບັນ
ດາພັນທະມິດອາດໄດ້ຮັບບ່ອນນັ່ງປະມານ 65 ບ່ອນຢູ່ໃນສະພາທີ່ມີທັງໝົດ 120
ບ່ອນນັ່ງ.
ທັງສອງຝ່າຍຕ່າງກໍອ້າງເອົາໄຊຊະນະບໍ່ເທົ່າໃດຊົ່ວໂມງຫຼັງຈາກການປ່ອນບັດເລືອກ
ຕັ້ງໄດ້ເສັດສິ້ນລົງ.
ໃນຂະນະທີ່ຜົນການຄະແນນສຽງໄດ້ເລີ້ມທະຍອຍເຂົ້າມາໃນວັນພຸດມື້ນີ້ ທ່ານເນຕັນ
ຢາຮູ ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນວ່າ ພັກລີຄູດໄດ້ຮັບ “ໄຊຊະນະຢ່າງໃຫຍ່.”
ທ່ານກ່າວວ່າ ໃນຂະນະທີ່ພັກຕ່າງໆຈະເຂົ້າຮ່ວມໃນການຕັ້ງລັດປະສົມແຕ່ລັດຖະ
ບານດັ່ງກ່າວຈະເປັນລັດຖະບານຝ່າຍຂວາ ໂດຍທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະ
ເປັນ “ນາຍົກລັດຖະມົນຕີສຳລັບທຸກຄົນ.”
ຄຳຖະແຫຼງຂອງທ່ານແມ່ນກົງກັນຂ້າມກັບການຮ້ອງຂໍແກ່ບັນດາຜູ້ປ່ອນບັດໃນວັນ
ສຸດທ້າຍຂອງການໂຄສະນາຫາສຽງ ເວລາທ່ານຊອກສະແຫວງຫາການສະໜັບສະ
ໜຸນ ຈາກພວກນິຍົມແນວທາງເດີມ ໂດຍປະກາດວ່າ ຈະພະໜວກຫຼື ໂຮມເອົາບ່ອນ
ຕັ້ງຖິ່ນຖານຕ່າງໆ ຢູ່ໃນເຂດຍຶດຄອງແຄມຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ເຂົ້າ
ເປັນດິນແດນອິສຣາແອລ. ການເຄື່ອນໄຫວດັ່ງກ່າວອາດເຮັດໃຫ້ໂອກາດໃນການ
ສ້າງປາແລສໄຕນ໌ທີ່ເປັນເອກກະລາດຄ່ຽງຄູ່ກັບອິສຣາແອລນັ້ນໝົດໄປ.
ທ່ານແກ້ນຊ໌ ຮ້ອງການໃຫ້ຄຳໝັ້ນສັນຍາຂອງທ່ານເນຕັນຢາຮູວ່າ “ບໍ່ມີຄວາມຮັບຜິດ
ຊອບ.” ທ່ານແກ້ນຊ໌ ກ່າວວ່າ ທ່ານເຫັນພ້ອມ “ກັບຂໍ້ຕົກລົງສັນຕິພາບ ທີ່ໄດ້ຮັບການ
ສະໜັບສະໜູນຈາກທົ່ວໂລກ” ທີ່ມີວິໄສທັດວ່າ ອິສຣາແອລຈະຮັກສາສ່ວນໃຫຍ່ຂອງ
ບ່ອນຕັ້ງຖິ່ນຖານ ໃນເຂດແຄມຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ແລະຄວບຄຸມການ
ຮັກສາຄວາມປອດໄພຢູ່ໃນດິນແດນດັ່ງກ່າວທັງໝົດ.
ທ່ານແກ້ນຊ໌ ໄດ້ວາດພາບທ່ານເອງວ່າ ເປັນກຳລັງທີ່ສ້າງຄວາມສາມັກຄີໃນອິສຣາ
ແອລ ແລະກ່າວວ່າ ມັນເຖິງເວລາແລ້ວ ທີ່ຈະຂັບໄລ່ທ່ານເນຕັນຢາຮູອອກຈາກອຳນາດ.