ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ກ່າວວ່າ ອິສຣາແອລ ຈະເລີ້ມການຢຸດຊົ່ວຄາວ 4 ຊົ່ວໂມງແຕ່ລະວັນ ໃນເຂດກາຊາເໜືອ


ຊາວເມືອງ Kibbutz Kfar Azza ປ່ອຍວ່າວ ເຊິ່ງບາງໂຕ ມີຊື່ຂອງຜູ້ເຄາະຮ້າຍ ແລະ ສະມາຊິກໃນຄອບຄົວ ຜູ້ທີ່ໄດ້ຖືກຈັບໂຕໄປ ໃນການໂຈມຕີ ຄັ້ງວັນທີ 7 ຕຸລາ ໂດຍກຸ່ມຮາມາສ ໃນນະຄອນຫຼວງ ເທລ ອາວີບ ຂອງອິສຣາແອລ, ວັນທີ 9 ພະຈິກ 2023.
ຊາວເມືອງ Kibbutz Kfar Azza ປ່ອຍວ່າວ ເຊິ່ງບາງໂຕ ມີຊື່ຂອງຜູ້ເຄາະຮ້າຍ ແລະ ສະມາຊິກໃນຄອບຄົວ ຜູ້ທີ່ໄດ້ຖືກຈັບໂຕໄປ ໃນການໂຈມຕີ ຄັ້ງວັນທີ 7 ຕຸລາ ໂດຍກຸ່ມຮາມາສ ໃນນະຄອນຫຼວງ ເທລ ອາວີບ ຂອງອິສຣາແອລ, ວັນທີ 9 ພະຈິກ 2023.

ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວຕໍ່ອົງການຂ່າວ Fox News ໃນວັນພະຫັດວານນີ້ວ່າ ອິສຣາແອລ ບໍ່ສົນໃຈໃນການເອົາຊະນະ, ຍຶດຄອງ ຫຼືປົກຄອງເຂດກາຊາ.

ແນວໃດກໍຕາມ, ໃນຕົ້ນອາທິດນີ້, ຜູ້ນຳອິສຣາແອນລ ກ່າວວ່າ ອິສຣາແອລ ຈະຮັບຜິດຊອບດ້ານຄວາມໝັ້ນຄົງຂອງເຂດກາຊາ, ໂດຍບໍ່ໄດ້ໃຫ້ລາຍລະອຽດວ່າມັນຈະເບິ່ງເປັນຄືແນວໃດ.

ໃນວັນພະຫັດວານນີ້, ທ່ານ ເນຕັນຢາຮູ ກ່າວຕໍ່ ຊ້ອງໂທລະພາບ Fox ວ່າ "ກອງກຳລັງທີ່ເຊື່ອຖືໄດ້" ຄວນຖືກຈັດຕັ້ງຂຶ້ນຢູ່ໃນເຂດ ກາຊາ ເພື່ອປ້ອງກັນໄພຄຸກຄາມຈາກພວກຫົວຮຸນແຮງ, ເຊັ່ນກັບການໂຈມຕີຂອງກຸ່ມຮາມາສ ໃນອິສຣາແອລ.

“ສະນັ້ນ, ພວກເຮົາຈຳເປັນຕ້ອງມີກຳລັງທີ່ໜ້າເຊື່ອຖືໄດ້, ຖ້າຫາກຈຳເປັນ, ພວກເຮົາຈະເຂົ້າໄປໃນເຂດ ກາຊາ ແລະສັງຫານພວກມືສັງຫານເຫລົ່ານັ້ນ. ເນື່ອງຈາກວ່າ ນັ້ນແມ່ນສິ່ງທີ່ຈະປ້ອງກັນ ບໍ່ໃຫ້ອົງກອນທີ່ຄ້າຍຄື ກຸ່ມຮາມາສ ເກີດຂຶ້ນອີກ,” ນາຍົກລັດຖະມົນຕີອິສຣາແອລ ກ່າວ.

ທຳນຽບຂາວ ກ່າວໃນວັນພະຫັດວານນີ້ ວ່າ ອິສຣາແອລ ຈະເລີ້ມດຳເນີນ ການຢຸດປະຕິບັດການທາງທະຫານຕໍ່ກຸ່ມຮາມາດ ໃນເຂດພາກເໜືອຂອງ ກາຊາ ເປັນເວລາ 4 ຊົ່ວໂມງຕໍ່ວັນ.

ການປະກາດຂອງໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ມີຂຶ້ນໃນຂະນະທີ່ກອງກຳລັງປ້ອງກັນປະເທດ ອິສຣາແອລ ໄດ້ຕໍ່ສູ້ກັບພວກຫົວຮຸນແຮງ ຮາມາສ ໃນເມືອງ ກາຊາ ແລະມີພົນລະເຮືອນຊາວປາແລັສໄຕນ໌ ຈຳນວນຫຼາຍ ໄດ້ຫຼົບໜີອອກຈາກເຂດດັ່ງກ່າວ.

ການຢຸດຊົ່ວຄາວດັ່ງກ່າວ ຈະເຮັດໃຫ້ ຊາວປາແລັສໄຕນ໌ ມີເວລາຫລົບໜີ ໂດຍໃຊ້ເສັ້ນທາງຜ່ານດ້ານມະນຸດສະທຳ ສອງເສັ້ນທາງ ແລະຖືເປັນຂີດໝາຍທີ່ສຳຄັນໃນການຫລຸດຜ່ອນຈຳນວນຜູ້ເສຍຊີວິດຈາກສົງຄາມ, ທ່ານ ເຄີບີ ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG