ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ຕໍ່​ສູ້​ກັບ​ກຸ່ມ​ຮາ​ມາ​ສ ໃນ​ຕົວ​ເມືອງ ກາ​ຊາ


ປະ​ຊາ​ຊົນ ປາ​ແລັ​ສ​ໄຕ​ນ໌ ຫຼົບ​ໜີ​ອອກ​ຈາກ​ເຂດ​ກາ​ຊາ ຢູ່​ຖະ​ນົນ ຊາ​ລາ ອາ​ລ-ດິນ ໃນ​ເມືອງ ບູ​ຣີດ​ຈ໌, ເຂດ​ກາ​ຊາ, 8 ພະ​ຈິກ 2023.
ປະ​ຊາ​ຊົນ ປາ​ແລັ​ສ​ໄຕ​ນ໌ ຫຼົບ​ໜີ​ອອກ​ຈາກ​ເຂດ​ກາ​ຊາ ຢູ່​ຖະ​ນົນ ຊາ​ລາ ອາ​ລ-ດິນ ໃນ​ເມືອງ ບູ​ຣີດ​ຈ໌, ເຂດ​ກາ​ຊາ, 8 ພະ​ຈິກ 2023.

ກອງ​ກຳ​ລັງ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ຢູ່ເມືອງ​ກາ​ຊາ ໃນ​ວັນ​ພະ​ຫັດ​ມື້ນີ້ ໃນ​ຂະ​ນະ​ທີ່​ພົນ​ລະ​ເຮືອນ ປາ​ແລັ​ສ​ໄຕ​ນ໌ ພາ​ກັນຫຼົບ​ໜີ​ອອກ​ຈາກ​ບໍ​ລິ​ເວນ​ທີ່​ເປັນ​ຈຸດ​ເພັ່ງ​ເລັງ​ຂອງ​ການ​ປະ​ຕິ​ບັດ​ການ​ຂອງກອງ​ທັບ ອິ​ສ​ຣາ​ແອ​ລ ລຸນຫຼັງ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ໂດຍ​ພວກ ຮາ​ມາ​ສ ເມື່ອ​ເດືອນ​ທີ່​ຜ່ານ​ມາ.

ນອກ​ຈາກ​ການ​ຕໍ່​ສູ້​ຢູ່​ພື້ນ​ດິນ​ໃນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ເຂດ​ກາ​ຊາ​ນັ້ນ, ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ກໍ​ໄດ້​ໂຈມ​ຕີ​ເຂດ​ດັ່ງ​ກ່າວທາງ​ອາ​ກາດ.

ການ​ຕໍ່​ສູ້​ໄດ້​ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ທີ່​ຢູ່​ອາ​ໄສ​ຂະ​ໜາດ​ໃຫຍ່, ດ້ວຍ​ຫ້ອງ​ການ​ຂອງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ປະ​ສານ​ງານ​ວຽກ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ເວົ້າ​ວ່າ 50,000 ຄົນ​ໄດ້ຫຼົບ​ໜີ​ໄປ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ​ໃນ​ວັນ​ພຸດ​ວານນີ້.

ຕົວ​ເລກ​ນັ້ນ​ແມ່​ນ​ສູງ​ທີ່​ສຸດ​ໃນ​ອາ​ທິດນີ້. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ​ປະ​ຊາ​ຊົນລວມທັງ​ໝົດ 72,000 ຄົນໄດ້​ອົບ​ພະ​ຍົບ​ອອກ​ຈາກ​ພາກ​ເໜືອ​ຂອງ​ເຂດ​ກາ​ຊາ​ນັບ​ຕັ້ງ​ແຕ່​ວັນ​ອາ​ທິດ​ເປັນ​ຕົ້ນ​ມາ.

ອິ​ສ​ຣາ​ແອ​ລ ໄດ້​ເລີ່ມ​ເປີດ​ຊ່ອງ​ທາງ​ການ​ອົບ​ພະ​ຍົບ​ໃນ​ວັນ​ອາ​ທິດ​ແລ້ວນີ້ ຢູ່​ຕາມ​ຖະ​ໜົນ​ທີ່​ເຊື່ອມ​ຕໍ່​ພາກ​ເໜືອ ແລະ ພາກ​ໃຕ້​ຂອງ ກາ​ຊາ. ມັນ​ຍັງ​ຄົງ​ເປີ​ດ​ 4 ຊົ່ວ​ໂມງ​ໃນ​ແຕ່​ລະ​ວັນ​ເພື່​ອ​ອະ​ນຸ​ຍາດ​ໃຫ້​ພົນ​ລະ​ເຮືອນ​ໜີ​ອອກ​ຈາກ​ຈຸດ​ສູນ​ກາງ​ຂອງ​ການ​ຕໍ່​ສູ້. ກອງ​ກຳ​ລັງ​ປ້ອງ​ກັນ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ຕໍ່​ເວ​ລາ​ສຳ​ລັບ​ຊ່ອງ​ທາງ​ການ​ອົບ​ພະ​ຍົບ​ອອກ​ໄປ​ຕື່ມ​ອີກ​ນຶ່ງ​ຊົ່ວ​ໂມງ ເພາະ​ວ່າ​ມີ​ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ໄດ້​ໃຊ້​ມັນ.

ອົງ​ການສະ​ຫະ​ປະ​ຊາ​ຊາດ ແລະ ກຸ່ມ​ຊ່ວຍ​ເຫຼືອ​ອື່ນໆ​ໄດ້​ສະ​ໜອງ​ນ້ຳ ແລະ ເຂົ້າ​ໜົມ​ປັງ​ກອບ​ທີ່​ໃຫ້​ພະ​ລັງ​ງານ​ສູງ​ແ​ກ່​ເຂົາ​ເຈົ້າ​ຢູ່​ທາງ​ພາກ​ໃຕ້​ຂອງ​ເສັ້ນ​ທີ່​ແບ່ງ​ແຍກ​ພາກ​ເໜືອ ແລະ ໃຕ້.

ສະ​ຖາ​ນະ​ການ​ແມ່ນ​ອັນ​ຕະ​ລາຍຫຼາຍກວ່າ​ເກົ່າຢູ່ໃນ​ພາກ​ເໜືອ, ເຊິ່ງ​ການ​ນຳ​ສົ່ງ​ການ​ຊ່ວຍ​ເຫຼືອ​ແມ່ນ​ເຂົ້າ​ໄປ​ບໍ່​ໄດ້​ສຳ​ລັບ​ອາ​ທິດ​ທີ່​ຜ່ານ​ມາ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ​ມາ​ຮອດ​ວັນ​ອັງ​ຄານ​ທີ່​ຜ່​ານ​ມາ, ບໍ່​ມີ​ຮ້ານ​ອົບ​ເຂົ້າ​ຈີ່​ໄດ້​ດຳ​ເນີນ​ກິດ​ຈະ​ການ​ຢູ່​ທີ່​ນັ້ນ ຍ້ອນບໍ່​ມີ​ນ້ຳ​ມັນ​ເຊື້ອ​ໄຟ, ນ້ຳ, ແປ້ງ​ເຂົ້າ​ສາ​ລີ ແລະ ຄວາມ​ເສຍ​ຫາຍ​ຕໍ່​ຮ້ານ​ຂອງ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG