ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກໍ່ການຮ້າຍ ໂຈມຕີເມືອງຫລວງ ໂຊມາເລຍ ສັງຫານ 34 ຄົນ (ວີດິໂອ/ສະໄລດ໌)


Somali
please wait
Embed

No media source currently available

0:00 0:00:55 0:00

ວີດິໂອ ກ່ຽວກັບການໂຈມຕີ ຢູ່ໂຊມາເລຍ

ບັນດາ​ເຈົ້າ​ໜ້າ​ທີ່ ​ໂຊມ​າ​ເລຍ ກ່າວ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ໃນ​
ການ​ໂຈມ​ຕີ​ໂດຍ ກຸ່ມຫົວ​ຮຸນ​ແຮງ al-Shabab ທີ່​ເຊື່ອມ​ໂຍງ​
ກັບ ກຸ່ມກໍ່​ການ​ຮ້າຍ al-Qaida ຕໍ່​ບໍລິ​ເວນຕຶກ​ຂອງສານ​ໃຫຍ່
​ໃນ​ນະຄອນຫລວງ Mogadishu ​ໄດ້​ເພີ້​ມຂື້ນ​ເປັນ ​ຢ່າງ​ໜ້ອຍ
34 ​ຄົນ​.

ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ທໍາ​ການຄົ້ນ​ຫາ​ຢູ່​ຫລາຍໆເຂດ
ຂອງ​ເມືອງ​ຫລວງ ​ໃນ​ວັນ​ຈັນມື້​ນີ້ ນຶ່ງ​ມື້​ຫລັງ​ຈາກພວກ​ຫົວ​ຮຸນ
ແຮງ​ເກົ້າ​ຄົນ​ໄດ້​ບຸກ​ໂຈມ​ຕີ​ສານ ໂດ​ຍລະດົມຍິງປືນເຂົ້າ​ໃສ່​ແລະ
​ວາງ​ລະ​ເບີດ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ​ຈໍານວນ​ນຶ່ງ
​ພາກັນ​ນຸ່ງ​ເຄຶ່ອງ​ແບບທະຫານ​ໂຊມາ​ເລຍ ​ແລະວ່າພວກ​ທໍາ​ການ
​ໂຈມ​ຕີ​ທັງ​ໝົດ​ ໄດ້​ຖືກ​ຂ້າ​ຕາຍ.

ທະຫານ​ລັດຖະບານ​ໄດ້ໄປ​ເຖິງ ​ແລະ​ອອ້ມບໍລິ​ເວນ​ສານ​ໄວ້.
​ໄດ້​ຍິນ​ສຽງ​ລະ​ເບີດ​ແຕກ ​ໃນ​ຂະນະ​ທີ່​ສອງ​ຝ່າຍຍິງ​ຕໍ່ສູ້​ກັນ.
ບໍ່​ເທົ່າໃດ​ຊົ່ວໂມ​ງຕໍ່​ມາ ລະ​ເບີດ​ທີ່​ຫ້າງ​ໄວ້ໃນລົດ​ຄັນນຶ່ງ​ໄດ້
ແຕກຂຶ້ນ ​ຢູ່​ໃກ້​ກັບ​ເດີ່ນບິນໃນ​ເມືອງ​ຫລວງ ສ້າງ​ຄວາມ​ເສຍ
ຫາຍ​ໃຫ້ລົດ​ຄັນ​ນຶ່ງ ທີ່ລາຍງານເວົ້າ​ວ່າ ​ບັນທຸກ​ພົນລະ​ເມືອງ​ເທີກີ ​ໄປ. ບັນ​ດາ​ເຈົ້າ​ໜ້າ​ທີ່​
ການແພດ Mogadushu ກ່າວຕໍ່ ວີໂອ​ເອ​ພະ​ແນ​ກໂຊມ​າ​ເລຍ ວ່າ ທະນາຍຄວາມ​ສອງ​
ຄົນ ທີ່ຫວ່າງມໍ່ໆມານີ້ ​ໄດ້​ຕໍ່ສູ້​ຄະ​ດີ ​ໃຫ້​ຜູ້​ເຄາະ​ຮ້າຍຖືກຂົ່ມຂືນຄົນ​ນຶ່ງ​ ​ແລະ​ນັກ​ຂ່າວ​ທີ່
ສໍາພາດນາງ ​ແມ່ນຮວມຢູ່​ໃນຈໍານວນ ຜູ້​ເຄາະ​ຮ້າຍ.

ກຸ່ມ​ກໍ່​ການ​ຮ້າຍ al-Shabab ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສໍາລັບ​ການ​ໂຈມ​ຕີ ຕຶກ​ຂອງ​ສານ.



XS
SM
MD
LG