ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍແນວໂຮມ ສືບຕໍ່ໂຈມຕີ ເປົ້າໝາຍຕ່າງໆ ຂອງພວກລັດອິສລາມ


ໃນພາບວີດີໂອ ທີ່ບໍ່ໄດ້ລະບຸວັນເວລາ ທີ່ກອງທັບຈໍແດນ ສະໜອງໃຫ້ ຜ່ານທາງໂທລະພາບຂອງຈໍແດນ ສະແດງໃຫ້ເຫັນ ຈຸດຖືກໂຈມຕີທີ່ລະເບີດຂຶ້ນ ໃນລະຫວ່າງການໂຈມຕີທາງອາກາດ ຢູ່ທີ່ສະຖານທີ່ແຫ່ງໜຶ່ງ ທີ່ບໍ່ໄດ້ຖືກເປີດເຜີຍ ໃນຊີເຣຍ.
ໃນພາບວີດີໂອ ທີ່ບໍ່ໄດ້ລະບຸວັນເວລາ ທີ່ກອງທັບຈໍແດນ ສະໜອງໃຫ້ ຜ່ານທາງໂທລະພາບຂອງຈໍແດນ ສະແດງໃຫ້ເຫັນ ຈຸດຖືກໂຈມຕີທີ່ລະເບີດຂຶ້ນ ໃນລະຫວ່າງການໂຈມຕີທາງອາກາດ ຢູ່ທີ່ສະຖານທີ່ແຫ່ງໜຶ່ງ ທີ່ບໍ່ໄດ້ຖືກເປີດເຜີຍ ໃນຊີເຣຍ.

ເຮືອບິນ​ລົບ​ຂອງ​ຈໍແດນຫຼາຍລຳ ໄດ້​ທຳ​ການໂຈມ​ຕີ​ເປົ້າໝາຍ
​ຕ່າງໆຂອງ​ກຸ່ມ​ລັດ​ອິສລາມ ໃນ​ວັນເສົາ​ວານນີ້ ​ເປັນ​ມື້​ທີ 3 ລຽນຕິດ
ຂະນະທີ່ ​ການ​ກ່າວ​ອ້າງຂອງພວກ​ຫົວ​ຮຸນ​ແຮງ​ ທີ່ວ່າ ການ​ໂຈມ​ຕີ
ທາງ​ອາກາດ​ຂອງ​ຈໍ​ແດນ ​ໄດ້​ສັງຫານ ​ໂຕ​ປະກັນ​ຄົນ​ອາ​ເມຣິກັນນັ້ນ
​ຍັງ​ບໍ່​ສາມາດ​ຢັ້ງຢືນ​ໄດ້​ເທື່ອ.

ຈໍ​ແດັນໄດ້​ເປີດ​ສາກ ທຳການ​ໂຈມຕີດັ່ງກ່າວ ​ເພື່ອ​ແກ້​ແຄ້ນຕໍ່ການ
​ສັງຫານ​ນັກ​ບິນ​ຈໍ​ແດນ ຜູ້ທີ່ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຈັບ​ໂຕ​ໄວ້
​ໄດ້​ໃນ​ຊີ​ເຣຍ ​ເມື່ອ​ເດືອນ​ທັນວາ​ປີ​ກາຍ​ນີ້. ​

ສະຫະລັດ​ອາຣັບ​ເອ​ມີ​ເຣສ ກ່າວ​ໃນ​ວັນເສົາ​ວານ​ນີ້ ວ່າ ຕົນ​ໄດ້​ສົ່ງເຮືອບິນລົບ F-16 ​ຝຸງ​ໜຶ່ງ​ ໄປ​ຍັງ​ຈໍ​ແດັນ ​ເພື່ອ​ຊ່ອຍ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ. ອົງການ​
ຂ່າວ​ WAM ຂອງ​ທາງ​ການ ​ໄດ້​ຖ່າຍ​ທອດ​ຄຳ​ປະກາດ​ດັ່ງກ່າວ.

AIRSTRIKES ISLAMIC STATE VIDEO
please wait

No media source currently available

0:00 0:00:35 0:00

ທັງ ຈໍ​ແດນ ​ແລະ ສະຫະລັດ​ອາຣັບ​ເອ​ມີ​ເຣສ ​ແມ່ນ​ເປັນ​ສະມາຊິກ ຂອງ​ແນວ​ໂຮມ ທີ່​
ນຳພາ​ໂດຍ​ສະຫະລັດ ທີ່​ທຳ​ການ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ ຢູ່​ດິນ​ແດນ​ທີ່​ພວກ​ເຂົາ​ໄດ້​
ເຂົ້າຢຶດ​ເອົາ​ ​ໃນອີຣັກ ​ແລະຊີ​ເຣຍ​. ກຸ່ມ​ແນວ​ໂຮມ ຍັງ​ສືບ​ຕໍ່​ໂຈມ​ຕີ​ທາງ​ອາກາດຫຼາຍບັ້ນ
​ໃນ​ວັນ​ເສົາ​ວານ​ນີ້ ຂະນະ​ທີ່ ຊະ​ຕາ​ກຳ​ຂອງ​ພະນັກງານຊ່ອຍ​ເຫຼືອ​ຄົນ​ອາ​ເມຣິກັນ ທີ່​ຖືກ
ພວກລັດ​ອິສລາມ​ກັກໂຕ​ໄວ້​ນັ້ນ​ ​ຍັງ​ຄົງ​ບໍ່​ຮູ້ຈັກ​ວ່າ​ເປັນ​ແນວ​ໃດ.

ຄອບ​ຄົວ​ຂອງນາງ Kayla Mueller ​ໄດ້​ເຜີຍ​ແຜ່ ຄຳ​ຖະ​ແຫລ​ງ​ສະບັບ​ໜຶ່ງ ໃນ​ວັນ​ສຸກ​
ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ ຍັງ​ມີ​ຄວາມ​ຫວັງ​ວ່າ ນາງ ຍັງ​ຄົງ​ມີ​ຊີວິດ​ຢູ່.

ຄຳ​ຖະ​ແຫລ​ງດັ່ງກ່າວ ມີ​ຂຶ້ນຫຼັງຈາກ​ທີ່ທຳນຽບຂາວ ກ່າວ​ວ່າ ຕົນ​ບໍ່ພົບ​ເຫັນ​ຫລັກ​ຖານ
​ທີ່ຢືນຢັນ​ຕໍ່​ຄຳ​ກ່າວ​ອ້າງ​ເຖິງ ​ການ​ເສຍ​ຊີວິດຂອງ​ນາງ Mueller ​ໂດຍພວກ​ຫົວ​ຮຸນ​ແຮງ​
ລັດ​ອິສລາມນັ້ນ.

ຫົວໜ້າສິດທິມະນຸດຂອງ ສປຊ ກ່າວວ່າ ພວກ IS ມີແນວຄິດຄື ພວກນາຊີເຢຍລະມັນ:

UN Human Rights Chief: Islamist Militants Think Like Nazis
please wait

No media source currently available

0:00 0:02:11 0:00

XS
SM
MD
LG