ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກລັດອິສລາມ ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີໂບດໃນ ອີຈິບ


ແມ່ຊີຮ້ອງໃຫ້ ໃນຂະນະທີ່ເພິ່ນຢືນຢູ່ຈຸດເກີດເຫດພາຍໃນຢູ່ໂບດ Orthodox ຄຣິສຕຽນ ຂອງຊາວອີຈິບບູຮານ ຫຼັງຈາກການ
ລະເບີດສະຫຼະຊີບໃນ ອີຈິບ. 11 ທັນວາ, 2016.
ແມ່ຊີຮ້ອງໃຫ້ ໃນຂະນະທີ່ເພິ່ນຢືນຢູ່ຈຸດເກີດເຫດພາຍໃນຢູ່ໂບດ Orthodox ຄຣິສຕຽນ ຂອງຊາວອີຈິບບູຮານ ຫຼັງຈາກການ ລະເບີດສະຫຼະຊີບໃນ ອີຈິບ. 11 ທັນວາ, 2016.

ພວກລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດ້ວຍລະເບີດສະຫຼະ ຊີບ ຢູ່ໂບດ Orthodox ຄຣິສຕຽນ ຂອງຊາວອີຈິບບູຮານໃນນະຄອນຫຼວງ Cairo ທີ່ເຮັດ ໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 25 ຄົນໃນວັນອາທິດຫາກໍຜ່ານມາ.

ກຸ່ມກໍ່ການຮ້າຍດັ່ງກ່າວໄດ້ເຕືອນ ກ່ຽວກັບ ການໂຈມຕີເພີ່ມເຕີມໃນຖະແຫຼງການທາງ ອອນລາຍຂອງພວກເຂົາໃນວັນອັງຄານວານນີ້, ໄດ້ສັນຍາວ່າຈະສືບຕໍ່ສົງຄາມຂອງພວກ ເຂົາກັບ “ພວກນອກສາສະໜາ ແລະ ຜູ້ທີ່ເລີກເຫຼຶ້ອມໄສທຸກໆຄົນໃນ ອີຈິບ ແລະ ບ່ອນ ອື່ນໆ.”

ໃນໂທລະພາບໄດ້ມີການສະແດງໃຫ້ເຫັນຜູ້ຕ້ອງສົງໄສ ຍ່າງຜ່ານປະຕູຂອງໂບດກ່ອນທີ່ ຈະລະເບີດຕົນເອງຕາຍ.

ພວກລັດອິສລາມໄດ້ລະບຸຊື່ຂອງລາວວ່າ “Abu Abdullah al-Masri” ເຊິ່ງປາກົດວ່າ ເປັນຊື່ສົມມຸດຂອງລາວ. ໃນວັນຈັນທີ່ຜ່ານມາ, ປະທານາທິບໍດີ ອີຈິບ ທ່ານ Abdel Fattah el-Sissi ໄດ້ລະບຸຊື່ຂອງມືລະເບີດວ່າແມ່ນ ທ້າວ Mahmoud Shafiq Mohammed Mustafa ອາຍຸ 22 ປີ.

ບັນດາເຈົ້າໜ້າທີ່ ອີຈິບ ໄດ້ຈັບກຸມ 4 ຄົນທີ່ຖືກກ່າວຫາວ່າ ເຊື່ອມໂຍງກັບການລະເບີດ ແລະ ກຳລັງຊອກຫາຄົນອື່ນໆອີກຢູ່.

ຊາວອີຈິບບູຮານ ປະກອບມີພຽງ 10 ເປີເຊັນຂອງປະຊາກອນ ອີຈິບ ເທົ່ານັ້ນ, ແຕ່ໄດ້ຕົກ ເປັນເປົ້າໝາຍຂອງຄວາມຮຸນແຮງຕໍ່ຕ້ານສາສະໜາຄຣິສຕຽນ ເຊິ່ງຕິດຕາມການໂຄ່ນລົ້ມ ປະທານາທິບໍດີທີສະໜັບສະໜູນສາສະໜາ ອິສ ລາມ ທ່ານ Mohamed Morsi ໃນປີ 2013.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG