ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ພັນທະມິດ ອັດເສັ້ນທາງ ເຂົ້າອອກ ສູ່ຊີເຣຍ


ນັກລົບຂອງກຸ່ມກອງທັບຊີເຣຍເສລີ​ ພວມຍິງປືນໃຫຍ່ໂຈມຕີ ກຸ່ມລັດອິສລາມ ຫົວຮຸນແຮງຈັດ.
ນັກລົບຂອງກຸ່ມກອງທັບຊີເຣຍເສລີ​ ພວມຍິງປືນໃຫຍ່ໂຈມຕີ ກຸ່ມລັດອິສລາມ ຫົວຮຸນແຮງຈັດ.

ການ​ປິດ​ເຂດ​ ທີ່​ຍັງ​ເຫລືອ​ຢູ່​ພຽງ​ບ່ອນ​ດຽວ ຕາມ​ຊາຍ​ແດນ​ຊີ​ເຣຍ ທີ່​ພວກ​ນັກ​ລົບ​ຕ່າງປະ ເທດ​ຍັງ​ສາມາດ​ຂ້າມ​ເຂົ້າ​ໄປແລະ​ອອກ​ມາຈາກ​ດິນ​ແດນ​ທີ່​ຄວບ​ຄຸມ​ໂດຍກຸ່ມ​ລັດ​ອິສລາມ ນັ້ນແມ່ນ​ນຶ່ງ​ໃນ​ບູລິ​ມະ​ສິດ​ສຳລັບ​ກຳລັງ​ແນວ​ໂຮມພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດອີງ ຕາມ​ຄຳ​ເວົ້າ ຂອງທ່ານ Ash Carter ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ.

​ໃນ​ການ​ຖະ​ແຫຼງທີ່​ລັດ Colorado ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ​ໃນ​ວັນສຸກ​ວານ​ ນີ້ທ່ານ Carter ກ່າວ​ວ່າ ການ​ແບ່ງປັນ​ແລະ​ສະໜອງ​ຂໍ້​ມູນໃນ​ທົ່ວ​ສະໜາມ​ລົບແມ່ນ​ເພື່ອ ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ໂຈມ​ຕີ​ແລະ​ການ​ຄວບ​ຄຸມ​ພວກ​ນັກລົບ​ຕ່າງປະ​ເທດ.

ຫົວໜ້າ​ຂອງ​ທຳນຽບຫ້າ​ແຈ​ ກ່າວ​ຕື່ມ​ວ່າ ​ໂດຍ​ສະ​ເພາະ​ແລ້ວ ກະຊວງ​ປ້ອງ​ກັນ​ປະ​ເທດ ໄດ້ແບ່ງປັນ​ໃນ​ອັນ​ທີ່​ຕົນ​ເກັບ​ກຳມາ​ຈາກ​ສະໜາມ​ລົບ ກັບ​ພະ​ແນ​ກ ການ​ຕ່າງໆ​ພາຍ​ໃນ ​ປະ​ເທດທີ່​ເປັນ​ຜູ້ນຳ​ພາ​ໃນ​ການກວດ​ກາ​ແລະ​ຕິດຕາມ​ສິ້ງຊອມ.

ທ່ານ Carter ກ່າວ​ວ່າ ລາຍ​ມື​ທີ່​ໄດ້​ມາ​ຈາກ​ລະ​ເບີດ IED ​ແລະ​ຂໍ້​ມູນ​ຂອງ​ສ່ວນ​ບຸກຄົນ ທີ່ໄດ້​ຮັບ​ຈາກ​ພວກ​ກໍ່​ການ​ຮ້າຍ​ທີ່​ຈັບ​ໄດ້ ​ແມ່ນ​ບັນ​ທຶກ​ເພີ້ມ​ເຂົ້າ​ໃສ່ສາງ​ຂໍ້​ມູນ​ທີ່​ເອີ້ນວ່າ Biometrics Enabled Watchlist ຊຶ່ງມີ​ໄວ້ ສຳລັບພະ​ແນ​ກການ​ຕ່າງໆຂອງ​ລັດຖະ ບານທຸກປະ​ເທດ​ແລະ​ພັນທະ​ມິດ​ຂອງ​ສະຫະລັດ.​

​ໃນ​ລະຫວ່າງ​ການ​ປະຊຸມ​ທີ່​ເຢຍຣະມັນ​ເມື່ອ​ຕົ້ນ​ເດືອນ​ນີ້ກັບ​ບັນດາ​ສະມາຊິກ​ຂອງ​ແນວ ໂຮມ​ຕໍ່ຕ້ານກຸ່ມ​ລັດ​ອິສລາມ​ນັ້ນ ທ່ານ Carter ກ່າວ​ວ່າ ພວກ​ທ່ານ​ໄດ້​ຫາລື​ກັນ​ກ່ຽວ​ກັບ ຄວາມ​ພະຍາຍາມ​ເພື່ອ​ຂັບ​ໄລ່​ນັກ​ລົບ​ກຸ່ມ​ລັດ​ອິສລາມອອກ​ໄປ​ຈາກ​ເຂດ​ເມືອງ Manbij ຂອງ​ຊີ​ເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pentagon Islamic
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG