ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລັດອິສລາມ ເກນເອົາ ພວກເດັກນ້ອຍ ໄປໃຊ້ ເພີ້ມຂຶ້ນ


ຮູບຈາກເວັບໄຊກຸ່ມລັດອິສລາມ​ ສະແດງໃຫ້ເຫັນ ພວກນັກລົບ ຂອງກຸ່ມ ພວມຍິງອາວຸດໜັກ ທີ່ຕິດຕັ້ງໃສ່ທ້າຍລົດກະບະ​ ທີ່ເມືອງ Tal Tamr ໃນປະເທດຊີເຣຍ.
ຮູບຈາກເວັບໄຊກຸ່ມລັດອິສລາມ​ ສະແດງໃຫ້ເຫັນ ພວກນັກລົບ ຂອງກຸ່ມ ພວມຍິງອາວຸດໜັກ ທີ່ຕິດຕັ້ງໃສ່ທ້າຍລົດກະບະ​ ທີ່ເມືອງ Tal Tamr ໃນປະເທດຊີເຣຍ.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ອາດ​ກຳລັງ​ພະຍາຍາມ​ຊອກ​ຫາ
​ຊ່ອງ​ທາງເພື່ອຮັບ​ມື​ກັບການ​ກົດ​ດັນ​ເພີ້ມຂຶ້ນໃນການ​ບຸກໂຈມ​ຕີ
​ທາງ​ພາກພື້ນດິນ​ຂອງ​ກຳລັງ​ທີ່​ໄດ້ຮັບ​ການ​ສະ​ໜັບສະ​ໜຸນ​ຈາກ
​ສະຫະລັດ​ ​ແລະ​ການໂຈມ​ຕີ​ທາງ​ອາກາດ ​ທີີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​
ຂອງ​ແນວໂຮມໂດຍ​ບັງຄັບໃຫ້​ພວກ​ເດັກນ້ອຍ​ໃນ​ຈຳນວນ​ເພີ້ມ
ຂຶ້ນ​ເຂົ້າຮ່ວມ​ຖັນ​ແຖວ​ຂອງ​ພວກ​ເຂົາ.

​ເຈົ້າໜ້າ​ທີ່​ສະຫະລັດແມ່ນຮວມ​ຢູ່​ໃນ​ຈຳນວນ​ກຸ່ມ​ຫລ້າ​ສຸດ​ທີ່​ເຂົ້າ​
ຮ່ວມການ​ກ່າວ​ຫາ​ຕໍ່​ກຸ່ມ​ລັດ​ອິສລາມ​ວ່າ ​ເກັບ​ເກນ​ເອົາ​ພວກ​ເດັກ
ນ້ອຍ​ເຂົ້າ​ຮ່ວມ​ຖັນ​ແຖວ ​ໂດຍ​ເວົ້າວ່າ ​ເມື່ອ​ໄວ​ໆ​ມານີ້ ກຸ່ມ​ກໍ່​ການ
​ຮ້າຍ​ດັ່ງກ່າວ​ໄດ້ມີ​ກຳລັງ​ຫລຸດ​ຕ່ຳ​ລົງແບບ​ທີ່​ບໍ່​ເຄີຍ​ມີມາ​ກ່ອນ.

ພັນ​ເອກ Pat Ryder ​ໂຄສົກ​ຂອງກອງ​ບັນຊາ​ການ​ສະຫະລັດ​ໃນເຂດ​ພາກ​ຕາ​ເວັນ​ອອກ​
ກາງ​ຫຼື Centcom ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ພວກ​ເຮົາ​ໄດ້​ເຫັນ​ເຂົາ​ຫຼຸດ​ອາຍຸ​ຂອງ​ພວກ​ທີ່​
ຖືກ​ເກັບ​ເກນ​ລົງ​ຕື່ມ.​ ນີ້ອີກ​ຄັ້ງນຶ່ງ​ແມ່ນ​ຮ່ອງຮອຍ​ທີ່​ສະ​ແດງ ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ໄດ້ເກັບ
​ເລັກເກັບ​ນ້ອຍ​ທີ່​ຈະ​ທົດ​ແທນ​ການ​ສູນ​ເສຍ​ທີ່​ພວກ ​ເຂົາ​ໄດ້​ປະສົບ​ຢູ່​ໃນ​ສະໜາມ​ລົບ.

ພັນ​ເອກ Ryder ກ່າວ​ວ່າ ຫລັກ​ຖານ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ທີ່​ຖືກ​ເກັບ ​ເກນ​ແມ່ນ​
ມີ​ອາຍຸ​ຕ່ຳ​ເຖິງ 10 ປີ ​ແລະ​ຖືກ​ໃຊ້​ໃນ​ຫລາຍໆ​ດ້ານ ຮວມທັງ​ການ​ສູ້​ລົບ.

ພວກ​ເດັກ​ນ້ອຍ​ ແມ່ນ​ຮວມຢູ່​ໃນ​ແຜນການ​ໂຄສະນາ​ຊວນ​ເຊື່ອ ຂອງ​ກຸ່ມ​ລັດ​ອິສລາມ ​ມາ​
ດົນ​ນານ​ແລ້ວຊຶ່ງ​ໃນ​ບາງ​ກໍລະນີ​ແມ່ນ​ແມ່ນ​ໄດ້​ຊັກ​ຊວນ​ໃຫ້​ພວກ​ເຂົາ​ເຂົ້າຮ່ວມ​ຄະນະ​ເດັກ
ນ້ອຍ​ຂອງ​ລັດ​ອິສລາມ.

​ໃນ​ວີ​ດີ​ໂອ​ໂຄສະນາ​ຊວນ​ເຊື່ອ ທີ່​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ເວັບ​ໄຊ​ຂອງ​ກຸ່ມ​ລັດ​ອິສລາມ​ເມື່ອ
​ໄວໆ​ມານີ້ ມີ​ເດັກນ້ອຍ 6 ຄົນ​ ທຳ​ການ​ປະຫານ​ຊີວິດ ​ພວກ​ນັກ​ໂທດ. ​ເນື້ອ​ໄນ​ຂອງ​ວີ​ດີ​ໂອ​
ດັ່ງກ່າວ​ຍັງ​ບໍ່​ສາມາດ​ພິສູດ​ ໄດ້ເຖິງ​ຄວາມ​ຖືກຕ້ອງຢ່າງ​ຄັກ​ແນ່​ເທື່ອໂດຍ​ວີໂອ​ເອ.

ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ບໍ່​ຍອມ​ກ່າວ​ວ່າ ມີ​ພວກ​ເດັກນ້ອຍ​ຫລາຍ​ປານ​ໃດໄດ້​ຖືກເກນ​ໄປ​
ສູ້​ລົບ​ໃຫ້​ແກ່​ກຸ່ມ​ລັດ​ອິສລາມແລະ​ຍອມຮັບ​ວ່າສ່ວນ​ໃຫຍ່​ຂອງ​ພວກ​ນັກ​ລົບ​ລັດ​ອິສລາມນັ້ນ
ແມ່ນ​ມີ​ອາຍຸ​ຢູ່​ໃນ​ລະຫວ່າງ​ພວກ​ຜູ້​ຊາຍ​ທີ່​ເຂົ້​າ​ເປັນ​ທະຫານ.

ແຕ່ອີງຕາມສິ້ງຊອມສິດທິມະນຸດໃນຊີເຣຍແລ້ວ ຊຶ່ງເປັນກຸ່ມຝ່າຍຄ້ານ ທີ່ມີນັກຄົ້ນຄວ້າທົ່ວ
ປະເທດ​ເວົ້າວ່າ​ ກຸ່ມລັດອິສລາມ​ໄດ້ເກນເອົາເດັກນ້ອຍຫຼາຍກວ່າ 1,100 ຄົນ ໃນປີ​ 2015.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG