ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມ​ລັດ​ອິສລາມ ຢືນຢັນ​ເຖິງ​ການ​ຕາຍ​ຂອງ​​​ຜູ້ນຳ​ອາວຸ​ໂສຂອງ​ພວກ​ຕົນ


ກຸ່ມ​ລັດ​ອິສລາມ ຫົວ​ຮຸນ​ແຮງ ພາກັນແຫ່ແຫນດ້ວຍຂະບວນລົດ ທະຫານ ຕາມຖະໜົນ ໃນແຂວງ Raqqa ທາງພາກເໜືອ
ຂອງຊີເຣຍ, 2014.
ກຸ່ມ​ລັດ​ອິສລາມ ຫົວ​ຮຸນ​ແຮງ ພາກັນແຫ່ແຫນດ້ວຍຂະບວນລົດ ທະຫານ ຕາມຖະໜົນ ໃນແຂວງ Raqqa ທາງພາກເໜືອ ຂອງຊີເຣຍ, 2014.

ກຸ່ມ​ລັດ​ອິສລາມ ຫົວ​ຮຸນ​ແຮງ ໄດ້ຢືນຢັນ​ໃນ​ວັນ​ຈັນ​ວານ​ນີ້ ​ເຖິງ​ການ​ຕາຍ​ຂອງ​ນຶ່ງ​ໃນ​ບັນດາຜູ້ນຳ​ອາວຸ​ໂສຂອງ​ພວກ​ຕົນ ຜູ້​ຊຶ່ງ​ທາງ​ທຳນຽບຫ້າ​ແຈ ​ໄດ້​ກ່າວ​ວ່າ ຜູ້ກ່ຽວ​ ​ໄດ້ຖື​ກສັງ​ຫານ ​ໃນ​ຕົ້ນເດືອນ​ແລ້ວ​ນີ້ ຈາກ​ການໂຈມ​ຕີ​ທາງ​ອາກາດ ຢູ່​ໃກ້ໆ​ກັບ​ເຂດ​ທີ່​ໝັ້ນຂອງ​ກຸ່ມ​ກໍ່​ການ​ຮ້າຍ​ຂອງ​ຊີ​ເຣຍ ​ໃນ​ເມືອງ Raqqa.

ລາຍ​ງານ​ຂອງກຸ່ມ​ລັດ​ອິສລາມ ຫົວ​ຮຸນ​ແຮງ ທາງ​ອິນ​ເຕີ​ແນ໊ຕ ທີ່​ກ່າວ​ໃນການລະ​ລຶກ​ເຖິງທ່ານ Wa’il Adil Salman al-Fayad ທີ່​ຮູ້​ກັນ​ໃນວົງການທະຫານສະຫະຣັດ ​ວ່າ “ດຣ. Wa’il.” ລາຍ​ງານນີ້​ ບໍ່​ໄດ້ເວົ້າເຖິງ ​ເວລາ ຫຼື ສະຖານ​ທີ່​ໃດ ບ່ອນ​ທີ່​ຜູ້ນຳ​ຂອງ​ພວກ​ເຂົາ​ເສຍ​ຊີວິດ.

​ທຳນຽບຫ້າ​ແຈ ກ່າວ​ວ່າ​ ທ່ານ Fayad ​ໄດ້​ຖືກເປັນ​ເປົ້າ​ໝາຍ​ແລະ​ຖືກ​ສັງຫານ ​ໃນ​ວັນ​ທີ 7 ກັນຍາ ​ໃກ້ໆ​ກັບເມືອງ Raqqa ​ເມືອງທີ່​ກຸ່ມ​ລັດ​ອິສລາມ ອ້າງ​ເອົາ​ເປັນ​ເມືອງ​ຫຼວງ​ນັ້ນ. ​ ເຈົ້າ​ໜ້າ​ທີ່​ຂອງທຳນຽບຫ້າ​ແຈ ທີ່ໄດ້​ກວດເບິ່ງວີ​ດີ​ໂອ ຂອງ​ການ​ໂຈມ​ຕີ​ໃນ​ເດືອນ​ທີ່​ຜ່ານ​ມາ ບອກ​ກັບ VOA ວ່າ​ ທ່ານ Fayad ​ເສຍ​ຊີວິດ​ໃນ​ຂະນະ​ທີ່​ນັ່ງ​ຢູ່ລົດ​ຈັກ​ໃກ້ໆ​ກັບ​ເຮືອນຫຼັງນຶ່ງ.

​ ​ເຈົ້າ​ໜ້າ​ທີ່​ສະຫະຣັດ ຊີ້​ແຈງ​ວ່າ ໃນ​ຂະນະ​ນັ້ນ ​ ທ່ານ Fayad ​ແມ່ນ​ເປັນ​ສະມາຊິກ​ຄົນ​ສຳຄັນ​ຂອງສະພາ Shura ຂອງກຸ່ມ​ລັດ​ອິສລາມ ທີ່​ອອກຄຳສັ່ງໃຫ້ປະຕິບັດງານ​. ນອກນັ້ນຍັງເຊື່ອກັນວ່າ ເຂົາ​ຍັງ​ໄດ້ ​ເປັນ​ຜູ້​ທີ່​ກຳກັບ ການ​ປະຕິບັດ​ໂຄສະນາ​ຊວນ​ເຊື່ອ
​ທາງ​ວີ​ດີ​ໂອ ທີ່​ສະ​ແດງ​ໃຫ້ເຫັນ​ເຖິງ​ການ​ທໍ​ລະ​ມານ​ແລະ​ການ​ປະຫານ​ຊີວິດນຳ.

ນອກນັ້ນອີກທຳນຽບຫ້າ​ແຈ ຍັງ​ໄດ້​ກ່າວວ່າ ທ່ານ Fayad ​ແມ່ນເປັນ​ຜູ້​ໃກ້ຊິດ​ກັບ​ທ່ານ
Abu Muhammed al-Adnani ຜູ້ນຳຄະນະ​ວາງ​ແຜນຍຸດທະສາດກຸ່ມ​ລັດ​ອິສລາມ ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ​ທີ່ຖືກຂ້າໂດຍ​ການໂຈມ​ຕີ​ທາງ​ອາກາດ ​ນຳພາ​ໂດຍ​ສະຫະລັດ ​ ໃນ​ທ້າຍ​ເດືອນ​ສິງຫາ​ຜ່ານ​ມາ​ນີ້. ກຸ່ມ​ລັດ​ອິສລາມ ​ໄດ້​ເຂົ້າ​ຄວມຄຸມ​ພາກສ່ວນ​ໃຫຍ່​ຂອງ​ອີຣັກ​ແລະ​ຊີ​ເຣຍ ບ່ອນ​ທີ່​ໄດ້​ປະກາດ​ຂ່າວ​ໃນ​ການ​ຕັດ​ຫົວ​ຂອງ​ພວກ​ນັກ​ຂ່າວ ພະນັກງານ​ຊ່ອຍ ​ແລະ​ຊົນກຸ່ມນ້ອຍ ​ໃນ​ຂະນະ​ທີ່​ພະຍາຍາ​ມກໍ່ສ້າງ​ລັດ​ອິສລາມຂຶ້ນມາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG