ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກ IS ອ້າງຄວາມຮັບຜິດຊອບ ສຳລັບ ການໂຈມຕີ ທີ່ແຫຼມ Sinai


ພວກຜູ້ຊາຍຫາມໂລງສົບຂອງທະຫານຄົນໜຶ່ງທີ່ຖືກຂ້າຕາຍໃນ
ແຫຼມ Sinai. 8 ກໍລະກົດ, 2017.
ພວກຜູ້ຊາຍຫາມໂລງສົບຂອງທະຫານຄົນໜຶ່ງທີ່ຖືກຂ້າຕາຍໃນ ແຫຼມ Sinai. 8 ກໍລະກົດ, 2017.

ພວກລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີທີ່ໄດ້ສັງຫານທະ
ຫານຢ່າງໜ້ອຍ 23 ຄົນໃນແຫຼມ Sinai.

ພວກ IS ໄດ້ອ້າງເອົາຄວາມຮັບຜິດຊອບໃນຕອນແລງຂອງວັນສຸກທີຜ່ານມາ ໃນຖະ
ແຫຼງການສະບັບໜຶ່ງໃນເວັບໄຊຂອງພວກເຂົາ. ບັນດາເຈົ້າໜ້າທີ່ ອີຈິບ ກ່າວວ່າ ມືລະ
ເບີດລົດສະຫຼະຊີບຄົນໜຶ່ງໄດ້ໂຈມຕີດ່ານກວດກາທະຫານ ໃນພາກເໜືອຂອງແຫຼມ
Sinai ໃນຕອນເຊົ້າຂອງວັນດັ່ງກ່າວ.

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ກ່າວວ່າ ຫຼັງຈາກການໂຈມຕີ, ເຊິ່ງໄດ້ເກີດ
ຂຶ້ນໃນເມືອງ Rafah ທີ່ເປັນເຂດຊາຍແດນນັ້ນ, ພວກຫົວຮຸນແຮງທີ່ໃສ່ຜ້າປິດໜ້າຫຼາຍ
ສິບຄົນ ໄດ້ລົງຈາກລົດໃນຈຸດເກີດເຫດ ແລະ ຍິງໃສ່ທະຫານ 60 ຄົນທີ່ພົກປືນກົນ.

ເຈົ້າໜ້າທີ່ໄດ້ກ່າວວ່າ ເວລາການໂຈມຕີຢຸດລົງ, ພວກຫົວຮຸນແຮງປາກົດວ່າ ໄດ້ລັກເອົາ
ອາວຸດ ແລະ ລູກປືນຈາກດ່ານກວດກາ ກ່ອນຫຼົບໜີໄປ. ພວກຫົວຮຸນແຮງບາງຄົນໄດ້
ຖືກຂ້າຕາຍ ໃນການຍິງປະທະກັນ, ແລະ ລົດຂອງພວກເຂົາບາງຄັນກໍຖືກປະຖິ້ມໄວ້.

ອີງຕາມຖະແຫຼງການຂອງພວກ IS ນັ້ນ, ມືລະເບີດລົດຄັນທີສອງ ໄດ້ໂຈມຕີຂະບວນ
ລົດຂອງທະຫານ ທີ່ໄດ້ສົ່ງໄປສະໜັບສະໜູນບັນດາທະຫານທີ່ຖືກໂຈມຕີນັ້ນ. ການ
ກ່າວອ້າງທີ່ວ່າໄດ້ຖືກເຜີຍແຜ່ອອກ ໂດຍພວກສະໜັບສະໜູນຂອງພວກເຂົາ ແລະ ຖືກ
ຈັບໄດ້ໂດຍກຸ່ມສືບລັບ SITE ທີ່ມີຫ້ອງການຕັ້ງຢູ່ ສະຫະລັດ, ເຊິ່ງເປັນຜູ້ຕິດຕາມເວັບ
ໄຊຂອງພວກ ຈີຮາດ.

ການໂຈມຕີໃນວັນສຸກທີ່ຜ່ານມາ ຖືວ່າ ເປັນການໂຈມຕີໜຶ່ງທີ່ຮ້າຍແຮງທີ່ສຸດຕໍ່ກອງທັບ
ໃນສອງປີທີ່ຜ່ານມາ. ບັນດາເຈົ້າໜ້າທີ່ກອງທັບ ອີຈິບ ກ່າວວ່າ ພວກເຂົາເຈົ້າໄດ້ສະກັດ
ກັ້ນການໂຈມຕີອື່ນໆໃນຂົງເຂດດັ່ງກ່າວ ໃນລະຫວ່າງມື້ນັ້ນ, ເຊິ່ງເປັນສ່ວນໜຶ່ງໃນການ
ປະຕິບັດງານປະສານກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG