ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກອິສລາມ ຫົວຮຸນແຮງ ບຸກຄືບໜ້າ ໄປສູ່ ນະຄອນຫຼວງ ອີຣັກ (ສະໄລດ໌/ວີດີໂອ)


ພວກນັກລົບ ຂອງກຸ່ມອິສລາມຫົວຮຸນແຮງ ISIL ຢືນຍາມ ທີ່ດ່ານກວດແຫ່ງນຶ່ງ ໃນເມືອງ Mosul ທາງພາກເໜືອອີຣັກ (11 ມິຖຸນາ 2014)
ພວກນັກລົບ ຂອງກຸ່ມອິສລາມຫົວຮຸນແຮງ ISIL ຢືນຍາມ ທີ່ດ່ານກວດແຫ່ງນຶ່ງ ໃນເມືອງ Mosul ທາງພາກເໜືອອີຣັກ (11 ມິຖຸນາ 2014)
ພວກຫົວຮຸນແຮງອິສລາມ ໄດ້ເຂົ້າຍຶດເອົາ ດິນແດນຕື່ມຂຶ້ນ ໃນ
ປະເທດອີຣັກ ຂະນະທີ່ສະຫະລັດພວມຊັ່ງຊາເບິ່ງການຕອບໂຕ້
ຕໍ່ການບຸກຄືບໜ້າຂອງພວກກະບົດ.

ເຈົ້າໜ້າທີ່ກ່າວວ່າ ພວກຫົວຮຸນແຮງ ໄດ້ເຂົ້າຍຶດເອົາເມືອງ Ja-
lawla ແລະເມືອງ Saadiyah ຊຶ່ງເປັນຫົວເມືອງທີ່ມີການແບ່ງ
ແຍກ ທາງດ້ານຊົນຊາດຊົນເຜົ່າ ໃນແຂວງ Diyala ທາງພາກ
ຕາເວັນອອກຂອງປະເທດ ໃນຕອນແລງວັນພະຫັດວານນີ້.

ກຸ່ມຫົວຮຸນແຮງລັດອິສລາມໃນອີຣັກແລະ Levant ທີ່ເອີ້ນຫຍໍ້
ວ່າ ISIL ນັ້ນເຂົ້າຍຶດເອົາສ່ວນໃຫຍ່ ຂອງພວກເໜືອອີຣັກໄດ້
ແລ້ວ ແລະເວລານີ້ພວມບຸກຄືບໜ້າໄປສູ່ນະຄອນຫຼວງແບັກແດດ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນວັນ
ພະຫັດວານນີ້ວ່າທ່ານພວມສຶກສາເບິ່ງທຸກທາງເລືອກເພື່ອຮັບ ມືກັບສະຖານະການທີ່ພວມຊຸດໂຊມລົງຢູ່ໃນອີຣັກ.
ສຽງ
ປະທານາທິບໍດີ ໂອບາມາ ເວົ້າວ່າ “ພວກເຮົາມີສ່ວນໄດ້ສ່ວນ
ເສຍເພື່ອເຮັດໃຫ້ເປັນທີ່ແນ່ໃຈວ່າ ພວກຫົວຮຸນແຮງ ຈີຮາດດີ
ເຫຼົ່ານີ້ຈະບໍ່ມີທີ່ໝັ້ນຢ່າງຖາວອນທັງຢູ່ໃນອີຣັກຫຼືຊີເຣຍສຳລັບ
ເລື່ອງນັ້ນ.”

ເຈົ້າໜ້າທີ່ສະຫະລັດ ທີ່ຂໍສະຫງວນຊື່ ກ່າວວ່າ ທາງເລືອກທີ່ພວມພິຈາລະນາ ຢູ່ໃນເວລານີ້ ແມ່ນຮວມທັງການໃຊ້ເຮືອບິນບໍ່ມີຄົນຂັບທຳການໂຈມຕີ.
Obama Pledges More Help for Iraq
please wait

No media source currently available

0:00 0:02:32 0:00

ໃນການໂຈມຕີຢ່າງວ່ອງໄວແບບຟ້າມາບນັ້ນ ພວກນັກລົບຂອງກຸ່ມຫົວຮຸນແຮງ ລັດອິສລາມ ໃນອີຣັກແລະ Levant ໃນອາທິດນີ້ ໄດ້ເຂົ້າຍຶດເອົາເມືອງ Mosul ຊຶ່ງເປັນຫົວເມືອງໃຫຍ່ອັນ ດັບ 2 ຂອງອີຣັກແລະເວລານີ້ພວມບຸກຄືບໜ້າ ຢູ່ຫ່າງຈາກ ນະຄອນຫຼວງແບັກແດດ ປະມານ 90 ຫລັກກິໂລແມັດ.
ນາຍົກອີຣັກ ທ່ານ Nouri al-Maliki
ນາຍົກອີຣັກ ທ່ານ Nouri al-Maliki

ໂຄສົກຄົນນຶ່ງຂອງພວກກະບົດທີ່ພວມຊອກຫາຊ່ອງທາງເພື່ອ
ຈັດຕັ້ງລັດຖະບານອິສລາມຂຶ້ນນັ້ນ ປະກາດວ່າ ພວກເຂົາຈະ
ບຸກເຂົ້າໄປ ໃນນະຄອນແບັກແດັດ ແລະເມືອງກາບາລາ ຫົວ
ເມືອງ ໃນພາກຕາເວັນຕົກສຽງໃຕ້ຂອງແບັກແດດຊຶ່ງເປັນສະ ຖານທີ່ສັກສິດແຫ່ງນຶ່ງຂອງພວກທີ່ນັບຖືສາສະໜາອິສລາມນິ
ກາຍຊີໄອທ໌ນັ້ນ.

ຂະນະດຽວກັນ ພວກນັກລົບ Peshmerga ຊຶ່ງເປັນກຳລັງຮັກ
ສາຄວາມສະຫງົບຂອງເຂດປົກຄອງຕົນເອງຊາວເຄີດໃນພາກ
ເໜືອຂອງອີຣັກ ໄດ້ເຂົ້າຄວບຄຸມ ສະໜາມບິນແຫ່ງນຶ່ງແລະຄ້າຍອື່ນໆອີກຫລາຍແຫ່ງທີ່ທະ ຫານລັດຖະບານໄດ້ປະຖິ້ມໄປ ໃນເຂດເມືອງ Kirkuk ທີ່ອຸດົມສົມບູນ ໄປດ້ວຍນ້ຳມັນ.
XS
SM
MD
LG