ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນີ້ແມ່ນການເລີ້ມຕົ້ນ ຂອງສົງຄາມໂລກຄັ້ງທີສາມ ຫຼືສົງຄາມເຢັນຂອງໂລກ ຄັ້ງທີສອງບໍ?

ລົດຂອງກອງທັບຢູເຄຣນໄດ້ຂັບໄປຕາມຖະໜົນໃນເຂດອ້ອມຮອບເມືອງ Severodonetsk, ໃນຂົງເຂດຂອງ ໂດເນັສ ທີ່ຢູ່ທາງທິດຕາເວັນອອກຂອງ ຢູເຄຣນ, ເມື່ອວັນທີ 24 ກຸມພາ 2022. ຣັດເຊຍ ເລີ້ມຕົ້ນຍິງໂຈມຕີ ຢູເຄຣນ ຢ່າງຫຼວງຫຼາຍໃນມື້ວັນພະຫັດວານນີ້.

ພາຍໃນອາທິດລຸນຫຼັງທີ່ພວກນາຊີເລີ້ມໂຈມຕີປະເທດໂປແລນ, ວາລະສານປະຈໍາອາທິດ Time ຂອງສະຫະລັດ ໄດ້ປະ​ກາດ ໃນສະບັບ ວັນທີ 11 ກັນຍາ 1939 ວ່າ “ສົງຄາມໂລກຄັ້ງທີສອງໄດ້ເລີ້ມຕົ້ນຂຶ້ນແລ້ວໃນອາທິດແລ້ວນີ້ ເມື່ອເວລາ 5:20 ເຊົ້າ (ຕາມເວລາຂອງໂປແລນ), ໃນມື້ວັນສຸກ ວັນທີ 1 ກັນຍາ, ເມື່ອເຮືອບິນຖິ້ມລະເບີດຂອງເຢຍຣະມັນ ໄດ້ຖິ້ມລະເບີດລົງໃສ່ ເຂດບ້ານ ປັກ (Puck) ເຊິ່ງເປັນບ້ານຊາວປະມົງ ແລະເປັນຖານທັບຂອງແຫຼມ ແຮລ (Hel).”

ຝຣັ່ງ, ສະຫະລາດຊະອານາຈັກອັງກິດ ແລະປະເທດພັນທະມິດຕ່າງໆຂອງໂປແລນ ໄດ້ພາກັນປະກາດສົງຄາມ ກັບເຢຍຣະມັນໃນວັນທີ 3 ກັນຍາ.

ພວກປະທ້ວງ ຖືປ້າຍໃນລະຫວ່າງການປະທ້ວງຕໍ່ຕ້ານສົງຄາມທີ່ປະຕູເມືອງ ແບຣນເດັນເບີກ (Brandenburg Gate), ລຸນຫຼັງທີ່ປະທານາທິບໍດີ ວລາດີເມຍ ປູຕິນ ອະນຸມັດໃຫ້ປະຕິບັດການທາງທະຫານຢູ່ທາງທິດຕາເວັນອອກຂອງຢູເຄຣນ, ໃນນະຄອນຫຼວງເບີລິນ, ເຢຍຣະມັນ, ວັນທີ 24 ກຸມພາ 2022.

ໃນຊ່ວງຫຼາຍຊົ່ວໂມງ ລຸນຫຼັງທີ່ປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ສັ່ງໃຫ້ປະຕິບັດການຮຸກຮານເຂົ້າໄປໃນ ຢູເຄຣນ, ເຖິງແມ່ນບໍ່ມີປະເທດໃດໆປະກາດສົງຄາມກັບຣັດເຊຍ ແຕ່ຫຼາຍໆປະເທດກໍຕັ້ງຄໍາຖາມວ່າ “ນີ້ແມ່ນການເລີ້ມຕົ້ນ ຂອງສົງຄາມໂລກຄັ້ງທີສາມບໍ?”

“ບໍ່, ມັນບໍ່ແມ່ນສົງຄາມໂລກຄັ້ງທີສາມ,” ອີງຕາມລາຍງານຂອງ ທ່ານໂຈຊົວ ໂພລແລັກ (Joshua Pollak), ບັນນາທິການຂອງ Nonproliferation Review ແລະເປັນອະດີດທີ່ປຶກສາຂອງລັດຖະບານສະຫະລັດກ່ຽວກັບບັນຫາທີ່ພົວພັນກັບອາວຸດ ທີ່ມີອະ​ນຸ​ພາບ​ຮ້າຍ​ແຮງ ລວມເຖິງການແຜ່ຂະຫຍາຍ, ການຄວບຄຸມ ແລະການຂັດຂວາງ. “ຄໍາຖາມທີ່ແທ້ຈິງນັ້ນກໍຄື ມັນຈະເປັນການ​ເລີ້ມ​ຕົ້ນ​ຂອງສົງຄາມເຢັນຄັ້ງທີສອງ ຂອງໂລກຫຼືບໍ່, ຄໍາຖາມນັ້ນ ມັນຂຶ້ນຢູ່ກັບຊ່ວງເວລາໃນການປົກຄອງປະເທດຂອງປູຕິນ ດົນນານປານໃດ.”

ພວກເຈົ້າໜ້າທີ່ຕໍາຫຼວດ ແນມເບິ່ງພວກປະທ້ວງໃນນະຄອນ ເຊັນທ໌ ປີເຕີສເບີກ, ວັນທີ 24 ກຸມພາ 2022. ປະຊາຊົນຫຼາຍຮ້ອຍຄົນພາກັນອອກມາລວມໂຕກັນປະທ້ວງຢູ່ນະຄອນຫຼວງມົສກູ ແລະນະຄອນເຊັນທ໌ ປີເຕີສເບີກ ໃນມື້ວັນພະຫັດວານນີ້ ເພື່ອປະທ້ວງໃນການໂຈມຕີຂອງຣັດເຊຍຕໍ່ກັບຢູເຄຣນ.

ທ່ານນາງນາໂອໂກ ເວັກ (Naoko Wake), ເຊິ່ງເປັນສາດສະດາຈານທາງດ້ານປະຫວັດສາດແຫ່ງມະຫາວິທະຍາໄລຂອງລັດມິຊີແກນ ແມ່ນເຫັນດີນໍາຄໍາຕອບດັ່ງກ່າວ.

ທ່ານນາງກ່າວວ່າ “ເບິ່ງຄືວ່າ ນີ້ເປັນນຶ່ງໃນການເລີ້ມຕົ້ນສົງຄາມເຢັນຄັ້ງທີສອງຂອງໂລກ, ເຊິ່ງພວກເຮົາຕ່າງກໍເຫັນໄດ້ໃນການປະກາດຫຼາຍໆອັນຢູ່ໃນທົ່ວໂລກ ໃນຊ່ວງທົດສະວັດທີ່ຜ່ານມາ.”

“ພວກເຮົາຍັງຢູ່ໄກຈາກສົງຄາມໂລກຄັ້ງທີສາມ, ແຕ່ຢູ່ໃກ້ກວ່າເມື່ອ 24 ຊົ່ວໂມງໃນກ່ອນໜ້ານັ້ນ,” ທ່ານເຄນເນັທ ວາຍສໄຕນ໌ (Kenneth Weinstein), ເຊິ່ງເປັນສະມາຊິກດີເດັ່ນ ຂອງສະຖາບັນ ຮັດຊັນ ໄດ້ກ່າວ, “ແຕ່ວ່າ ຖ້າອົງການເນໂຕ້ ຫາກຖືກບັງຄັບ ໃຫ້ຕ້ອງນໍາເອົາມາດຕາ 5 ອອກມາໃຊ້ ກັບຂົງເຂດທະເລບາລຕິກ, ໂປແລນ ຫຼືປະເທດສະມາຊິກພັນທະມິດອື່ນໆແລະການປະຕິບັດການ ຂອງຈີນທີ່ຮຸນແຮງກ່ຽວກັບໄຕ້ຫວັນ ໃນຂະນະທີ່ອີຣ່ານກໍເລີ້ມ​ການໂຈມຕີ​ຕໍ່ຊາອຸດີ ອາຣາເບຍ, ພວກເຮົາກໍພ້ອມທີ່ຈະຢູ່ນະທີ່ນັ້ນ ໃນທັນທີ.”

ສະຖານະການດັ່ງກ່າວນັ້ນ “ຄິດບໍ່ເຖິງເລີຍ, ແຕ່ກໍບໍ່​ແມ່ນ​ວ່າ ເປັນໄປບໍ່ໄດ້,” ທ່ານວາຍສໄຕນ໌ກ່າວເພີ້ມເຕີມ, ຜູ້ເຊິ່ງເຄີຍໄດ້ຮັບການສະເໜີຊື່​ໃຫ້ເປັນເອກອັກຄະລັດຖະທູດສະຫະລັດປະຈໍາຍີປຸ່ນ ໃນລັດຖະບານຂອງອະດີດປະທານາທິບໍດີ ໂດໂນລ ທຣໍາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG