ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເປັນພາ​ຄີກັບອາຊຽນ ​ແມ່ນການເຄື່ອນໄຫວທີ່​ສຳ​ຄັນ​ ຂອງຈີນບໍ ໃນ​ການ​ຂັດແຍ້ງ ຢູ່​ທະ​ເລ​ຈີນ​ໃຕ້​


ຮູບພາບເຜີຍເແຜ່ໂດຍກອງທັບເຮືອສະຫະລັດ ທີ່ເຫັນກຳ​ປັ່ນ​ລົບ USS Ronald Reagan (CVN 76) ແລະ​ກຳ​ປັ່ນ​ລົບ USS Nimitz (CVN 68) ​ໃນ​ກຸ່ມກຳປັ່ນໂຈມຕີ ຢູ່ທະເລຈີນໃຕ້ ວັນທີ 6 ກໍລະກົດ 2020.
ຮູບພາບເຜີຍເແຜ່ໂດຍກອງທັບເຮືອສະຫະລັດ ທີ່ເຫັນກຳ​ປັ່ນ​ລົບ USS Ronald Reagan (CVN 76) ແລະ​ກຳ​ປັ່ນ​ລົບ USS Nimitz (CVN 68) ​ໃນ​ກຸ່ມກຳປັ່ນໂຈມຕີ ຢູ່ທະເລຈີນໃຕ້ ວັນທີ 6 ກໍລະກົດ 2020.

ບັນດານັກວິເຄາະກ່າວວ່າ ຂໍ້ຕົກລົງທີ່​ໄດ້​ມີ​ການ​ສະ​ເໜີລະຫວ່າງຈີນ ແລະ ກຸ່ມ​ຈັດ​ຕັ້ງ​ໃນ
ຂົງເຂດ ຮວມທັງສີ່ປະເທດ ທີ່ມີບັນຫາໂຕ້ແຍ້ງ ໃນການອ້າງເອົາອະທິປະໄຕຂອງສ່ວນ
ໃຫຍ່ທະເລຈີນໃຕ້ ໂດຍປັກກິ່ງນັ້ນ ອາດບ່ອນທຳລາຍອິດທິພົນ​ຂອງສະຫະລັດ ໃນເຂດ
ເອເຊຍຕາເວັນອອກສຽງໃຕ້.

10 ປະ​ເທດ​ສະມາຊິກ ຂອງ​ສະມາຄົມ ​ບັນດາ​ປະ​ເທດ​ຊາດ ​ໃນ​ເຂດ​ເອ​ເຊຍຕາ​ເວັນ​ອອກ​
ສຽງໃຕ້ຫລືອາຊຽນ (ASEAN) ແລະຈີນ ມີຈຸດປະສົງທີ່ຈະເຂົ້າເປັນ ພາ​ຄີ​ຍຸດທະສາດ
ຮອບດ້ານ ແລະເຕັມໄປດ້ວຍພາສາ ຊຶ່ງໃນທີ່ສຸດອາດເລັ່ງລັດ ໃຫ້​ມີການຄ້າ ການລົງທຶນ
ຫຼືແມ່ນແຕ່ຄວາມສຳພັນທາງດ້ານທະຫານນຳດ້ວຍ.

ວໍຊິງຕັນໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ເຂດເອເຊຍຕາເວັນອອກສຽງໃຕ້ ໃນ​ໄລ​ຍະຫ້າປີທີ່ຜ່ານ
ມາ ດ້ວຍອາວຸດປະເພດປ້ອງກັນ ການເຝິກແອບທາງທະຫານແລະໄດ້ເຕືອນປັກກິ່ງ ກ່ຽວ
ກັບການຂະຫຍາຍອິດທິພົນຢູ່ໃນທະເລຈີນໃຕ້. ແຕ່ວ່າສະຫະ ລັດຍັງນຳຫຼັງຈີນ ໃນການ
ສະໜັບສະໜູນດ້ານເສດຖະກິດ ຊຶ່ງບັນດາປະເທດໃນ ເຂດເອເຊຍຕາເວັນອອກສຽງໃຕ້
ທີ່ທຸກຈົນນັ້ນ ຍັງມີຄວາມຕ້ອງການຫຼາຍຢູ່ ອີງຕາມຄຳເວົ້າຂອງບັນດານັກວິເຄາະ.

“ຂ້າພະເຈົ້າຄິດວ່າ ວໍຊິງຕັນ​ຄວນມີຄວາມເປັນຫ່ວງ ເພາະວ່າ ການສ້າງ​ອາ​ວຸດ​ ຮາຍເທັກ
ອາວຸດລຸ້ນຕໍ່ໄປ ບໍ່ແມ່ນວ່າຈະຊ່ວຍອາເມຣິກາ ຟື້ນຟູຄວາມໄດ້ປຽບໃນການແຂ່ງຂັນກັບ
ຈີນ” ນັ້ນຄືຄຳເວົ້າ ຂອງທ່ານອາແລນ ຈົງ (Alan Chong) ຮອງສາດສະດາຈານ ຈາກ
ສະຖາບັນການສຶກສາສາກົນ S. Rajaratnam ທີ່ ຕັ້ງຢູ່ໃນສິງກະໂປ. ທ່ານກ່າວວ່າ ບັນ
ດາປະເທດ ໃນເຂດເອເຊຍຕາເວັນອອກ ສຽງໃຕ້ສາມາດ “ຂໍການຊ່ວຍເຫຼືອ” ພຽງແຕ່
ຈາກຈີນໃນດ້ານພື້ນຖານໂຄ່ງລ່າງ.

ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າ ປັກກິ່ງ ທີ່ເປັນມະຫາອຳນາດຄູ່​ແຂ່ງ ກຳລັງ ດຳ​ເນີນ
ການໄປໄກໂພດໃນການໂຕ້ແຍ້ງເລື້ອງອະທິປະໄຕໃນທະເລຈີນໃຕ້ ກັບບັນດາສະມາຊິກ
ອາຊຽນ ເຊັ່ນບຣູນາຍ ມາເລເຊຍ ຟິລິບປີນ ໄຕ້ຫວັນ ແລະຫວຽດນາມ. ອາຊຽນທຳມະດາ
ແລ້ວເປັນກາງ ແຕ່ນະໂຍບາຍທາງທະເລເຂົາ ເຈົ້າ ແມ່ນເປີດກວ້າງຕໍ່ການຊ່ວຍເຫືອທາງ
ທະຫານຂອງສະຫະລັດ.

ທ່ານຈົງ ໄດ້ຖາມວ່າ “ສະຫະລັດຕັ້ງໃຈທີ່ຈະສ້າງ​ສາໃຫ້ດີ​ຄືນ​ໃໝ່ຫຼືຈະປາກົ​ດໃຫ້​ເຫັນວ່າ
ພວມຖອຍຄືນເຂົ້າສູ່ສະໄໝສົງຄາມເຢັນຢ່າງໃດຢ່າງນຶ່ງ?

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG