ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ກອງທັບ​ອີຣັກ ​ເປີດ​ສາກ​ ບຸກໂຈມ​ຕີ ​ເພື່ອ​ຍຶດເອົາເມືອງ​ Tikrit ຄືນ (ວີດີໂອ)


ສະມາຊິກກອງກຳລັງຮັກສາຄວາມປອດໄພຂອງອີຣັກ ກຳລັງລາດຕະເວນ ຊອກຫາພວກມຸສລິມຫົວຮຸນແຮງ ຫຼື Islamic State of Iraq and the Levant (ISIL) ທາງກ້ຳຕາເວັນຕົກຂອງເມືອງ Kerbala, ວັນທີ 29 ມິຖຸນາ 2014.

ກອງທັບ​ອີຣັກ ​ໄດ້​ເປີດ​ສາກ​ບຸກ ທີ່​ຕົນ​ເອີ້ນ​ວ່າ ​ເປັນການ​ໂຈມ​ຕີ
​ຄັ້ງ​ສຳຄັນ ​ເພື່ອ​ຍຶດເອົາຄືນ ເມືອງ​ Tikrit ທາງພາກ​ເໜືອ ​ຂອງ
​ປະ​ເທດ ຈາກ​ພວກ Sunni ISIL ​ຫົວ​ຮຸ​ນ​ແຮງ.

​ເຈົ້າໜ້າ​ທີ່​ທະຫານຫຼາຍຄົນ ກ່າວ​ວ່າ ການ​ປະຕິບັດ​ການ ​ທາງ
ພາກ​ພື້ນ​ດິນ ໄດ້​ເລີ້ມ​ຂຶ້ນ ​ເມື່ອ​ວັນເສົາ​ວານ​ນີ້ ​ໂດ​ຍມີ​ການ​ຕໍ່ສູ້​ກັນ
​ຢ່າງ​ໜັກໜ່ວງ ລະຫວ່າງ​ພວກ​ກະບົດຊູ​ນີ​ ​ແລະ ກອງ​ກຳ​ລັງ​ພິ​ເສດ
ຂອງອີຣັກ ທີ່​ພະຍາຍາມຈະ​ຕີເອົາມະຫາ​ວິທະຍາໄລ​ແຫ່ງ​ໜຶ່ງຄືນ
​ມາ. ​ເຮືອບິນ​ລົບເຮ​ລິ​ຄອບ​ເຕີ ຫຼາຍລຳ​ໄດ້​ຍິງ​ໂຈມ​ຕີ​ ໃສ່​ບໍລິ​ເວນ
​ມະຫາ​ວິທະຍາ​ໄລ​ເພື່ອ​ຂັບ​ໄລ່​ພວກ​ກະບົດ​ໃຫ້​ຖອຍ​ໜີ​ໄປ​ ໃນ
​ຂະນະ​ທີ່​ກອງ​ລົດ​ຖັງ​ບຸກໂຈມ​ຕີ​ຈາກ​ທາງ​ກ້ຳ​ໃຕ້​.

​ໃນ​ຂະນະ​ດຽວ​ກັນນັ້ນ ​ອີຣັກກ່າວ​ວ່າ ​ຕົນ​ໄດ້​ຮັບ​ເຮືອ​ບິນ​ລົບອາຍ​ພົ່ນ ມື​ສອງ​ຈາກຣັດ​ເຊຍ
ຫຼາຍລຳ​ ເພື່ອ​ໃຊ້​ໃນ​ການ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ.

ການບຸກ​ໂຈມ​ຕີຫຼ້າສຸດ​ນີ້ ມີ​ຂຶ້ນ​ເມື່ອບໍ່​ດົນຫຼັງຈາກ ບັນດາເຈົ້າໜ້າ​ທີ່ ສະຫະລັດກ່າວ​ວ່າ
ທະຫານ​ຂອງຕົນ ກຳລັງສົ່ງ​ຍົນ​ປະ​ກອບ​ອາວຸດ ທີ່​ບໍ່​ມີ​ຄົນ​ຂັບ ຫຼື Drone ຈຳນວນ​ໜຶ່ງ​ ​
ຂຶ້ນ​ບິນໃນ​ເຂດ​ນ່ານຟ້າ​ຂອງ​ອີຣັກ ​ເພື່ອ​ປົກ​ປ້ອງ​ພວກທີ່​ປຶກສາ​ທະຫານ​ສະຫະລັດ ຊຶ່ງ
​ໄດ້​ຖືກສົ່ງ​ໄປ​ຊ່ອຍ​ຕ້ານຢັນ​ພວກ​ກະບົດນັ້ນ.

ປະທານາທິບໍດີ Barack Obama ​ໄດ້​ສົ່ງ ທະຫານ​ຈຳນວນ 300 ຄົນ​ໄປ​ອີຣັກ​ໃນຕົ້ນ​
ເດືອນ​ນີ້ ​ເພື່ອເສີມ​ສ້າງ​ຄວາມແຂງ​ແກ່ງ ໃຫ້​ກອງ​ກຳລັງ​ຮັກສາ​ຄວາ​ມປອດ​ໄພ​ຂອງ
ລັດຖະບານ​ ​ແລະ ​ຊ່ອຍ​ຈັດຕັ້ງສູນ ກາງ​ປະຕິ​ບັດ​ງານ​ຮ່ວມ ​ໃນ​ການ​ຕໍ່ສູ້​ກັບ​ພວກ​ຊູ​ນີ ISIL
ຫົວ​ຮຸນ​ແຮງ.

IRAQ UPD CNPK
please wait
Embed

No media source currently available

0:00 0:01:46 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG