ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ 10 ຄົນເສຍຊີວິດ ໃນການວາງລະເບີດ ທີ່ອີຣັກ


ກໍາລັງຮັກສາຄວາມສະຫງົບຢືນເຝົ້າຍາມບ່ອນເກີດເຫດລະເບີດ
ໂຈມຕີທີ່ເມືອງ Karbala, ອີຣັກ ຫ່າງຈາກນະຄອນຫລວງແບກແດ໊ດ
ໄປທາງທິດໃຕ້ປະມານ 80 ຫລັກກິໂລແມັດ.
ວັນທີ 25, ກັນຍາ 2011.
ກໍາລັງຮັກສາຄວາມສະຫງົບຢືນເຝົ້າຍາມບ່ອນເກີດເຫດລະເບີດ ໂຈມຕີທີ່ເມືອງ Karbala, ອີຣັກ ຫ່າງຈາກນະຄອນຫລວງແບກແດ໊ດ ໄປທາງທິດໃຕ້ປະມານ 80 ຫລັກກິໂລແມັດ. ວັນທີ 25, ກັນຍາ 2011.

ຕໍາຫລວດ​ອີຣັກກ່າວ​ວ່າ ລະ​ເບີດ​ແຕກ​ຂຶ້ນ​ຫລາຍ​ບັ້ນ​ຊ້ອນ​ກັນ​ໄດ້​ເຮັດໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 10 ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍສິບ​ຄົນ​ໃນ​ເມືອງ​ສາ​ສະໜາ Karbala ຂອງ​ອີຣັກ ຊຶ່ງ​ຕັ້ງ​ຢູ່ຫ່າງ​ຈາກ​ ນະຄອນຫລວງ​ແບກ​ແດ໊ດ​ໄປ​ທາງ​ທິດ​ໃຕ້​ປະມານ 80 ຫລັກ​ກິໂລ​ແມັດ.

ຕໍາຫລວດ​ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ໄດ້​ແຕກ​ຂຶ້ນ​ໃນ​ວັນ​ອາທິດ​ມື​ນີ້ ຢູ່ນອກພວກ​ຫ້ອງການ
ອອກ​ໜັງສື​ຜ່ານ​ແດນ​ແລະ​ບັດປະຈໍາ​ຕົວ​ໃຫ້ປະຊາຊົນ​ນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ວ່າ
ລະ​ເບີດລູກອື່ນໆ​ໄດ້​ແຕກຂຶ້ນເວລາ​ພວກ​ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ພາວະ​ສຸກ​ເສີນ ເດີນທາງ​ໄປ
ຮອດ​.

ການ​ໂຈມ​ຕີ​ເຫລົ່າ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ສະຫະລັດ​ກໍາລັງດໍາ​ເນີນ​ໄປ​ຕາມ​ແຜນການ​ຂອງ​ຕົນ
ທີ່​ຈະ​ຖອນທະຫານ​ອອກ​ຈາກ​ອີຣັກ​ໄປ​ພາຍ​ໃນ​ທ້າຍປີ​ນີ້. ຄວາມ​ຮຸນ​ແຮງ​ໄດ້​ຜ່ອນຄາຍ
ລົງ​ຈາກ​ລະດັບ​ສູງ​ສຸດ​ໃນ​ປີ 2006 ​ແລະ 2007 ​ແຕ່​ທັງ​ເຈົ້າ​ໜ້າ​ທີ່​ສະຫະລັດ​ແລະ​ອີຣັກ
ຕ່າງ​ກໍ​ໄດ້ສະ​ແດງ​ຄວາມເປັນ​ຫ່ວງ​ອອກ​ມາ​ກ່ຽວ​ກັບ​ສະມັດຖະພາບ​ຂອງ​ອີຣັກ ​ໃນ​ການ
ຮັບ​ມື​ກັບການ​ຮັກສາ​ຄວາມ​ປອດ​ໄພ ຫລັງ​ຈາກ​ສະຫະລັດ​ຖອນ​ທະຫານ​ອອກໄປ​ແລ້ວ​ນັ້ນ.

XS
SM
MD
LG