ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣັກ ແລະ ສະຫະລັດ ສືບສວນສອບສວນ ການຕາຍຂອງພົນລະເຮືອນ ຈຳນວນຫຼາຍ ໃນເມືອງ ໂມຊູລ


ຄວັນໄຟປິວຂຶ້ນສູ່ທ້ອງຟ້າໃນເວລາທີ່ປະຊາຊົນຜູ້ບໍ່ມີບ່ອນຢູ່
ນັ່ງລໍຖ້າອາຫານ ໃນຂະນະທີ່ກອງກຳລັງ ອີຣັກ ຕໍ່ສູ້ກັບພວກ
ຫົວຮຸນແຮງລັດອິສລາມໃນພາກ ຕາເວັນອອກຂອງເມືອງ ໂມຊູລ, ອີຣັກ. 27 ມີນາ 2017.
ຄວັນໄຟປິວຂຶ້ນສູ່ທ້ອງຟ້າໃນເວລາທີ່ປະຊາຊົນຜູ້ບໍ່ມີບ່ອນຢູ່ ນັ່ງລໍຖ້າອາຫານ ໃນຂະນະທີ່ກອງກຳລັງ ອີຣັກ ຕໍ່ສູ້ກັບພວກ ຫົວຮຸນແຮງລັດອິສລາມໃນພາກ ຕາເວັນອອກຂອງເມືອງ ໂມຊູລ, ອີຣັກ. 27 ມີນາ 2017.

ກອງທັບ ສະຫະລັດ ກ່າວວ່າ ການຕາຍຂອງພົນລະເຮືອນໃນ ພາກເໜືອເມືອງ ໂມຊູລ
ຂອງ ອີຣັກ ແມ່ນ “ໂສກນາດຕະກຳທີ່ໂຫດຮ້າຍ” ແລະ ວ່າ ພວກເຂົາເຈົ້າກຳລັງສືບສວນ ສອບສວນການກ່າວຫາວ່າ ການໂຈມຕີທາງອາກາດຈາກພັນທະມິດນຳໜ້າໂດຍ ສະຫະ
ລັດ ໄດ້ຂ້າພົນລະເຮືອນຫຼາຍເຖິງ 100 ຄົນໃນຕົ້ນເດືອນນີ້.

ທຳນຽບຫ້າແຈ ກ່າວວ່າ ການທົບທວນເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າ ເຮືອບິນຮົບຂອງ
ພັນທະມິດ ດຳເນີນການໂຈມຕີໃນວັນທີ 17 ມີນາ ຢູ່ສະຖານທີ່ ທີ່ສອດຄ່ອງກັບການກ່າວ
ຫາ ກ່ຽວກັບ ການຕາຍ ແລະ ບາດເຈັບຂອງພົນລະເຮືອນ” ໃນພາກຕາເວັນຕົກເມືອງເກົ່າ ຂອງເມືອງ ໂມຊູລ ນັ້ນ.

ກອງກຳລັງ ອີຣັກ, ດ້ວຍການສະໜັບສະໜູນທາງອາກາດຂອງພັນທະມິດ, ແມ່ນກຳລັງ
ເຮັດວຽກເພື່ອຍຶດຄືນ ການຄວບຄຸມພາກຕາເວັນຕົກຂອງເມືອງ ໂມຊູລ ຈາກພວກນັກ
ຮົບລັດອິສລາມ ຜູ້ທີ່ໄດ້ຍຶດເມືອງດັ່ງກ່າວໃນກາງປີ 2014.

ນາຍພົນ Joseph Votel ຫົວໜ້າສູນກາງບັນຊາການ ສະຫະລັດ ໄດ້ກ່າວໃນຖະແຫຼງ
ການສະບັບໜຶ່ງໃນວັນອາທິດວານນີ້ວ່າ ກອງກຳລັງພັນທະມິດຈະສືບຕໍ່ເອົາສິ່ງທີ່ທ່ານ
ເອີ້ນວ່າ “ມາດຕະການພິເສດເພື່ອຫຼີກລ່ຽງການສ້າງອັນຕະລາຍຕໍ່ພົນລະເຮືອນ.”

ທ່ານ Votel ກ່າວວ່າ “ໃນຂະນະທີ່ກອງກຳລັງຮັກສາຄວາມປອດໄພ ອີຣັກ ກຳລັງທຳ
ຄວາມກ້າວໜ້າທີ່ສາມາດວັດໄດ້ນັ້ນ, ການຕໍ່ສູ້ໃນເມືອງ ໂມຊູລ ແມ່ນຍາກຫຼາຍ ແລະ ບໍ່ທຳມະດາ ເພາະວ່າ ພວກສັດຕູປະຕິບັດການປະປົນກັບພວກພົນລະເຮືອນຢູ່.”

ຂໍ້ມູນການໂຈມຕີທາງອາກາດປະຈຳວັນຂອງພັນທະມິດທີ່ຖືກເປີດເຜີຍໃນວັນຈັນມື້ນີ້
ໄດ້ສະແດງໃຫ້ເຫັນການໂຈມຕີສົດໆຮ້ອນໆ 7 ຄັ້ງໃນຂົງເຂດເມືອງ ໂມຊູລ ວັນອາທິດ
ວານນີ້.

ກອງທັບ ອີຣັກ ໄດ້ມີຄວາມສົງໄສ ກ່ຽວກັບ ການກ່າວຫາໃສ່ ສະຫະລັດ ສຳລັບການຕາຍ
ແລະ ບາດເຈັບຂອງພົນລະເຮືອນໃນວັນທີ 17 ມີນາທີ່ຜ່ານມາ, ໂດຍອ້າງຫຼັກຖານໃໝ່ທີ່
ພວກເຂົາເຈົ້າກ່າວວ່າໄດ້ສະແດງໃຫ້ເຫັນວ່າ ພວກນັກຮົບລັດອິສລາມ ວາງລະເບີດໃສ່
ສະຖານທີ່ດັ່ງກ່າວ.

ຜູ້ບັນຊາການຮ່ວມຂອງກອງທັບ ອີຣັກ ໄດ້ກ່າວວ່າ “ຝາຂອງຕຶກທຸກໆແຫ່ງໄດ້ຖືກທຳ
ລາຍໂດຍລະເບີດ ແລະ ມັນບໍ່ມີຮູ ຫຼື ສັນຍານທີ່ສະແດງໃຫ້ເຫັນວ່າເປັນເປົ້າໝາຍ
ການໂຈມຕີທາງອາກາດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iraq Continues Mosul Offensive Amid Reports of Civilian Casualties
please wait

No media source currently available

0:00 0:01:54 0:00

XS
SM
MD
LG