ກຳລັງຂອງອີຣັກ ໄດ້ເຂົ້າຢຶດເອົາເມືອງ Hawija ຈາກພວກຫົວຮຸນແຮງລັດອິສລາມແລ້ວ
ອີງຕາມຄຳຖະແຫຼງ ຂອງກອງທັບ ໃນວັນພະຫັດມື້ນີ້.
ເມືອງດັ່ງກ່າວຕັ້ງຢູ່ທາງພາກເໜືອຂອງອີຣັກ ເປັນນຶ່ງຂອງທີ່ໝັ້ນ ແຫ່ງສຸດທ້າຍ ຂອງກຸ່ມ
ລັດອິສລາມ ຊຶ່ງປັດຈຸບັນນີ້ ໄດ້ຄວບຄຸບພື້ນທີ່ອັນນ້ອຍໆ ໃນເຂດຊາຍແດນ ຂອງອີຣັກ
ຕິດກັບຊີເຣຍ.
ພວກພົນລະເຮືອນ ຫຼາຍເຖິງ 78,000 ຄົນ ໄດ້ຕົກຄ້າງຢູ່ໃນເມືອງ Hawija ຍ້ອນການ
ສູ້ລົບກັນ ອີງຕາມ ການກະປະມານ ຂອງອົງການສະຫະປະຊາຊາດ. ມີການກະປະມານ
ວ່າ ປະຊາຊົນ 12,500 ຄົນ ໄດ້ຫລົບໜີ ອອກຈາກເມືອງ Hawija ນັບຕັ້ງແຕ່ ປະຕິບັດ
ການ ເພື່ອຢຶດຄືນເມືອງດັ່ງກ່າວ ແລະ ພື້ນທີ່ອ້ອມແອ້ມ ໄດ້ເລີ່ມຕົ້ນຂຶ້ນ ໃນວັນທີ 21
ກັນຍາ ຜ່ານມານີ້.