ເວລາທີ່ແກັສນ້ຳຕາໄດ້ຫາຍໄປ, ແລະ ການຮ້ອງໂຮຕ່າງໆ ແລະ ສຽງຮ້ອງໄດ້ມິດງຽບລົງ, ຄວາມໝົດຫວັງເລັກນ້ອຍ ບາງຄັ້ງໄດ້ແຜ່ລາມໄປທົ່ວຕູບຜ້າການປະທ້ວງທີ່ຕັ້ງຢູ່ທົ່ວຕົວເມືອງທັງຫຼາຍຂອງ ອີຣັກ.
ທ່ານ ອາລີ ຄາຟາຈີ, ອາຍຸ 30 ປີ, ແພດອາສາສະໝັກ ແລະ ຜູ້ປະທ້ວງໃນເມືອງ ຄາບາລາ, ເຊິ່ງແມ່ນເມືອງສັກສິດຂອງຊາວມຸສລິມນິກາຍ ຊີໄອ້ ຕັ້ງຢູ່ປະມານ 100 ກິໂລແມັດທາງພາກໃຕ້ຂອງນະຄອນຫຼວງ ແບກແດັດ ໄດ້ກ່າວວ່າ “ຕອນທຳອິດ, ມັນໄດ້ມີຫຼາຍຄອບຄົວອອກມາປະທ້ວງ.”
ທ່ານກ່າວຕື່ມວ່າ “ແຕ່ເມື່ອຄວາມຮຸນແຮງໄດ້ເລີ່ມຂຶ້ນ, ສ່ວນຫຼາຍມັນກໍເຫຼືອພຽງແຕ່ພວກຊາຍໜຸ່ມ. ປະຊາຊົນແມ່ນຜິດຫວັງຫຼາຍ.”
ເຂົາເຈົ້າເສຍໃຈ, ທ່ານໄດ້ບອກພວກເຮົາ, ເພາະວ່າການຮຽກຮ້ອງສີ່ເດືອນສຳລັບລັດຖະບານທີ່ມີຄວາມຮັບຜິດຊອບ, ການແຈກຢາຍແຫຼ່ງຊັບພະຍາກອນທີ່ທ່ຽງທຳ ແລະ ການບໍລິການພື້ນຖານຄືໄຟຟ້າ, ການປິ່ນປົວສຸຂະພາບ ແລະ ການສຶກສາ, ໄດ້ເຮັດໃຫ້ເປັນເກືອບກັບວ່າບໍ່ມີການປ່ຽນແປງເລີຍ.
ທ່ານເວົ້າວ່າ ທາງເລືອກພຽງອັນດຽວຂອງເຂົາເຈົ້າ ໃນເວລານີ້ ກໍແມ່ນວ່າ ປະທ້ວງຕໍ່ໄປຈົນກວ່າການຮຽກຮ້ອງຂອງເຂົາເຈົ້າໄດ້ປະສົບຜົນສຳເລັດ ຫຼື ເຂົາເຈົ້າຖືກບັງຄັບໃຫ້ຍອມດ້ວຍຄວາມຮຸນແຮງ. ການຕາຍຂອງຜູ້ປະທ້ວງ ທີ່ປັດຈຸບັນນີ້ມີປະມານ 600 ຄົນ, ແມ່ນຍັງບໍ່ໄດ້ຖືກສືບສວນສອບສວນເທື່ອ.
ທ່ານ ຄາຟາຈີ ໄດ້ກ່າວວ່າ “ເຂົາເຈົ້າສາມາດຈູດຕູບຜ້າຂອງພວກເຮົາ ແລະ ພວກເຮົາກໍຈະຕັ້ງອັນໃໝ່ຂຶ້ນ.”
ໃນບັນດາຕົວເມືອງທີ່ຢູ່ໄກອອກໄປຂອງ ອີຣັກ, ປະຊາຊົນໄວໜຸ່ມຈາກຫຼາຍພາກພື້ນທີ່ຕ່າງກັນ ແລະ ຊົນເຜົ່າຕ່າງໆກໍໄດ້ຕັ້ງຄວາມໄວ້ກັບການປະທ້ວງທີ່ວ່ານີ້. ມັນຖືກເອີ້ນວ່າ “ການເຄື່ອນໄຫວຕໍ່ຕ້ານສະຖາບັນການເມືອງທີ່ໃຫຍ່ທີ່ສຸດ” ໃນປະຫວັດສາດຂອງ ອີຣັກ, ຊາວໜຸ່ມໃນທົ່ວປະເທດເວົ້າວ່າ ເຂົາເຈົ້າກຳລັງສະໜັບສະໜູນຜູ້ປະທ້ວງທັງຫຼາຍໃນການຕໍ່ສູ້ເພື່ອສິ່ງທີ່ເຂົາເຈົ້າເວົ້າວ່າ ປະຊາຊົນ ອີຣັກ ທຸກຄົນຄວນມີແລ້ວ.
ທ້າວ ອັບດຸລຣາມັນ, ອາຍຸ 22 ປີ, ນັກສຶກສາວິສະວະກອນໃນເມືອງ ໂມຊູລ, ຜູ້ທີ່ໄດ້ເຂົ້າຮ່ວມການປະທ້ວງໃນນະຄອນຫຼວງ ແບັກແດດ ສາມວັນໃນລະດູໃບໄມ້ຫຼົ່ນທີ່ຜ່ານມາ, ໃນຂະນະທີ່ລາວ ກັບໝູ່ຂອງລາວ, ທ້າວ ອາລີ, ໄດ້ນັ່ງຮຽນເພື່ອກຽມສອບເສັງຢູ່ໂຕະໃນຮ້ານ ກາເຟ ແຫ່ງນຶ່ງໃນເມືອງ ໂມຊູລ ນັ້ນ ໄດ້ກ່າວວ່າ “ເວລາທີ່ຂ້າພະເຈົ້າໄປປະທ້ວງ, ຂ້າພະເຈົ້າໄດ້ເຫັນອະນາຄົດ.”