ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົບຮອບ10 ປີ ແຫ່ງ ການສິ້ນສຸດ ການປົກຄອງ ຂອງ Saddam Hussein (ວີດິໂອ)


ວີໂອເອລາຍງານວ່າ ສະພາບການໃນອີຣັກ 10 ປີ ພາຍຫລັງລະບອບການປົກຄອງຜະເດັດການຂອງ Saddam Hussein ໄດ້ນໍາເອົາຄວາມຮັ່ງມີມາໃຫ້ບາງຄົນ ໃນຂະນະ ທີ່ປ່ອຍໃຫ້ຫລາຍຄົນຍັງປະເຊີນຄວາມທຸກຍາກຢູ່ (VOA On Assignment Apr. 5)
ວີໂອເອລາຍງານວ່າ ສະພາບການໃນອີຣັກ 10 ປີ ພາຍຫລັງລະບອບການປົກຄອງຜະເດັດການຂອງ Saddam Hussein ໄດ້ນໍາເອົາຄວາມຮັ່ງມີມາໃຫ້ບາງຄົນ ໃນຂະນະ ທີ່ປ່ອຍໃຫ້ຫລາຍຄົນຍັງປະເຊີນຄວາມທຸກຍາກຢູ່ (VOA On Assignment Apr. 5)
ຮອດວັນທີ 9 ເມສາມື້ນີ້ ກໍໄດ້ 10 ປີ ພໍດີ ນັບແຕ່ມື້ທີ່ຮູບປັ້ນຂອງ
ທ່ານ Saddam Hussein ໄດ້ຖືກທັບມ້າງລົງ ຢູ່ໃຈກາງນະຄອນ
ຫລວງແບກແດດ ຊຶ່ງເປັນການກະທໍາ ທີ່ເປັນສັນຍາລັກແຫ່ງການ
ສິ້ນສຸດລົງ ຂອງລະບອບການປົກຄອງຂອງທ່ານ ແລະການເລີ້ມ
ຕົ້ນໃໝ່ຂອງຊາວອີຣັກ. Scott Bobb ຜູ້ສື່ຂ່າວວີໂອເອ ທີ່ໄດ້ໄປ
ເອົາຂ່າວໃນສົງຄາມອີຣັກ ແລະຫລັງຈາກສົງຄາມຈົບລົງນັ້ນ ໄດ້
ກັບຄືນໄປຍັງປະເທດດັ່ງກ່າວອີກ​ເມື່ອມໍ່ໆມານີ້ ແລະໄດ້ໃຫ້ ຂໍ້ສັງ
ເກດການເຫລົ່ານີ້:

ຢູ່ທີ່ຈະຕຸລັດແຫ່ງແດນສະຫວັນ ຫລື Paradise Square ຂອງ
ນະຄອນແບກ ແດດໃນມື້ນີ້ ຍັງ​ເຫຼືອແຕ່ເກີບກິ່ງດຽວເທົ່ານັ້ນ ຢູ່ເທິງຖານຂອງຮູບປັ້ນທ່ານ Saddam Hussein.

ສໍາລັບຫລາຍໆຄົນແລ້ວ ມື້ທີ່ຊາວອີຣັກ ທີ່ໄດ້ຮັບການຊ່ວຍເຫລືອຈາກສະຫະລັດທັບມ້າງ
ຮູບປັ້ນດັ່ງກ່າວ ແມ່ນເປັນຂີດໝາຍການສິ້ນສຸດລົງລະບອບຜະເດັດການ ທີ່​ໂຫດຮ້າຍປ່າ
ເຖື່ອນ ແລະການເລີ້ມຕົ້ນຂອງຄວາມຫວັງໃໝ່.

ມື້ນີ້ ຈະຕຸລັດດັ່ງກ່າວ ແມ່ນຖືກປະດັບໄປດ້ວຍປ້າຍໂຄສະນາການຫາສຽງສໍາລັບການ ເລືອກຕັ້ງຂັ້ນທ້ອງຖິ່ນໃນເດືອນນີ້ ຊຶ່ງເປັນການເລືອກຕັ້ງຄັ້ງທີ 5 ໃນອີຣັກ ນັບແຕ່ມີການ
ສ້າງຕັ້ງລະບອບປະຊາທິປະໄຕທີ່ມີຫລາຍພັກ​ເຂົ້າຮ່ວມ ເປັນຕົ້ນມາ.

ໃນໃຈກາງນະຄອນຫລວງແບກແດດ ຖະໜົນຫົນທາງ​ສາຍ​ສຳຄັນໆ ຂ້ອນຂ້າງວ່າສະອາດ
ແລະໄດ້ຮັບການສ້ອມແປງໃຫ້ດີຂຶ້ນກວ່າ ໃນຊຸມປີທີ່ສົງຄາມຫາກໍ່ສຸດລົງນັ້ນ. ລົດລາຄັນ
ໃໝ່ໆ ອັ່ງອໍຕາມທາງແຍກຕ່າງໆ ໃນຊົ່ວໂມງເຂົ້າ ແລະເລີກລ້າເລີກການ. ການ​ຈະລາຈອນ​
ຕິດ​ຂັດສາມາດ​ແກ່ຍາວເປັນເວລາຫລາຍ ຊົ່ວໂມງ.

ແຕ່ຊາວອີຣັກສ່ວນໃຫຍ່ເວົ້າວ່າ ປະຊາທິປະໄຕບໍ່ໄດ້ປັບປຸງ​ໃຫ້ຊີວິດການເປັນຢູ່ຂອງເຂົາ
ເຈົ້າດີ​ຂຶ້ນ ແຕ່ຢ່າງໃດ​ເລີຍ.

ເຫດລະເບີດແຕກ ຖືກເຫືອດຫາຍໄປ ຈາກ​ໄລຍະ​ສູງ​ສຸດ​ຂອງບັນຫາຂັດແຍ້ງທາງສາສະ
ໜາ​ເມື່ອຫລາຍປີກ່ອນ. ແຕ່ວ່າ ການກໍ່ຄວາມຮຸນແຮງຍັງສືບຕໍ່ເຮັດ ໃຫ້ຫລາຍຮ້ອຍຄົນ ​ເສຍ​
ຊີວິດ ແລະພິການ ໃນແຕ່ລະເດືອນ.

ໃນຕະຫລາດຢູ່ໃຈກາງນະຄອນຫລວງແບກແດດ ພວກໄປຊື້ເຄື່ອງຂອງພາກັນຈົ່ມວ່າ ລາ
ຄາສິນຄ້າແພງກວ່າໄລຍະກ່ອນສົງຄາມນັ້ນຫລາຍ ເພາະໃນເມື່ອນັ້ນ ນໍ້າມັນ ແລະສິນຄ້າ
ໃຊ້ສອຍພື້ນຖານ ແມ່ນໄດ້ຮັບ​ເງິນເກື້ອກຸນຢ່າງຫລວງຫລາຍຈາກ​ລັດຖະບານ.

ບາງຄົນກໍເວົ້າວ່າ ຊີວິດຂອງພວກເຂົາເຈົ້າແມ່ນດີຂຶ້ນ ມັນຕ້ອງການພຽງແຕ່ເວລາເທົ່ານັ້ນ.
ພວກອື່ນໆພັດເວົ້າວ່າ ມັນກາຍເປັນຄ້າຍຄືກັນກັບເມື່ອກ່ອນຫລາຍຂຶ້ນໄປນັບມື້. ຢ່າງໃດກໍ
ຕາມ ຕາມຄວາມຄິດເຫັນຂອງໃຜລາວ ບໍ່ມີໃຜສັນລະເສີນສົງຄາມວ່າ ມັນໄດ້ພາໃຫ້ມີການ
ປ່ຽນແປງຢ່າງຫລວງຫລາຍ ຫລື ປ່ຽນແປງໜ້ອຍທີ່ສຸດເລີຍ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG