ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງທັບອີຣັກ ບຸກໂຈມຕີ ເພື່ອຍຶດເອົາ ມ. Tikrit ຄືນຈາກ ກຸ່ມລັດອິສລາມ


ບັນດາສະມາຊິກ ຮັກສາຄາມປອດໄພ ອີຣັກ ແລະນັກລົບ Shi'ites ພາກັນນັ່ງຢູ່ເທິ່ງລົດທະຫານ.
ບັນດາສະມາຊິກ ຮັກສາຄາມປອດໄພ ອີຣັກ ແລະນັກລົບ Shi'ites ພາກັນນັ່ງຢູ່ເທິ່ງລົດທະຫານ.

ກຸ່ມປົກປ້ອງສິດທິ​ມະນຸດ Human Rights Watch ຫຼື HRW
ຮຽກຮ້ອງ​ໃຫ້​ກອງທັບ​ອີຣັກ ​ແລະ​ພວກ​ນັກ​ລົບທີ່​ສະໜັບສະໜູນ
​ລັດຖະບານ ຈົ່ງໃຫ້ການປົກ​ປ້ອງ​ຄຸ້ມຄອງພົນລະ​ເຮືອນ​ໃນ​ຂະ
ນະ​ທີ່​ເຂົາ​ເຈົ້າ​ບຸກໂຈມຕີກຸ່ມ​ລັດ​ອິສລາມເພື່ອ​ຍຶດເອົາ​ເມືອງ​ຍຸດ​
ທະ​ສາດ Tikrit ຄືນນັ້ນ.

ກຸ່ມປົກປ້ອງ​ສິດທິ​ມະ​ນຸດ HRW ກ່າວໃນ​ວັນ​ພຸດມື້​ນີ້​ວ່າ ​ຕົນໄດ້
ຈົດ​ບັນທຶກໃນຫລາຍໆໂອກາດທີ່​ກຳລັງ​ທະຫານເຫຼົ່ານັ້ນໄດ້ປະ
ຕິບັດບໍ່ດີຕໍ່ພົນລະເຮືອນຫລັງ​ຈາກ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ຕ່າງໆ
​ຄືນ ໃນ​ອີຣັກ ​ແລະ​ໄດ້​ເນັ້ນ​ເຖິງ​ຄວາມ​ຈຳເປັນ​ທີ່ທຸກ​ໆຝ່າຍເປັນ
ທີ່ແນ່ໃຈວ່າ ພົນລະ​ເຮືອນ​ສາ​ມາດ​ໜີ​ ອອກ​ຈາກ ​ເຂດ​ສູ້​ລົບນັ້ນ
​ໄດ້.

ເບິ່ງວີດີໂອກ່ຽວຂ້ອງ:

Destruction of Iraq Artifacts Shocks Archaeologists
please wait

No media source currently available

0:00 0:03:17 0:00

ທ່ານ Joe Stork ຮອງ​ຜູ້ອຳນວຍການ​ກຸ່ມປົກປ້ອງ​ສິດທິ​ມະນຸດ HRW ປະຈຳພາກ​ຕາ​
ເວັນ​ອອກ​ກາງ ​ແລະ​ອາ​ຟຣິກາເໜືອ ກ່າວ​ຢູ່​ໃນ​ຖະ​ແຫລ​ງການວ່າ “ທຸກໆ​ຝ່າຍ​ທີ່ເຮັດສົງ
ຄາມໃນທົ່ວ​ອີຣັກ ຕ້ອງ​ໄດ້ປົກ​ປ້ອງ​ພວກພົນລະ​ເຮືອນ ທີ່​ຕິດ​ຄ້າງ​ຢູ່ລະຫວ່າງ​ການ​ສູ້​ລົບ
​ແລະ​ບໍ່​ແມ່ນ​ປຸ້ນສະດົມ​ເອົາສິ່ງ​ຂອງຫລື​ສັງຫານ ເພື່ອເປັນການແກ້​ແຄ້ນ. ການ​ສູ້​ລົບ​ຢູ່
ໃນສົງຄາ​ມດັ່ງກ່າວຂອງລັດຖະບານ​ຢ່າງ​ໃດ​ນັ້ນຈະ​ເປັນ​ຜົນ​ສະທ້ອນ​ອັນ​ສຳຄັນ​ຕໍ່ອະນາ
​ຄົດ​ຂອງ​ອີຣັກ.”

ກຳລັງ​ປະສົມຂອງອີຣັກ ​ໄດ້​ເລີ້ມ​ປະ​ຕີ​ບັດ​ງານບຸກໂຈມຕີ ​ໃນ​ຕອນ​ແລງ​ວັນ​ອາທິດ​ທີ່ຜ່ານ
ມາ ທີ່​ຄາດ​ວ່າ​ມີ​ນັກ​ລົບ​ເຖິງ 30,000 ​ຄົນເຂົ້າຮ່ວມໃນການ​ບຸກໂຈມ​ຕີໃຫຍ່​ທີ່​ສຸດ​ມາຮອດ
​ປັດຈຸບັນນີ້ ​ເພື່ອ​ເຂົ້າ​ຍຶດເອົາຄືນ ດິນແດນທີ່​ລັດຖະບານ​ໄດ້​ສູນ​ເສຍ​ໄປ​ ໃຫ້​ແກ່ພວກ​ຫົວ
ຮຸນແຮງ ໃນ​ປີ​ກາຍ​ນີ້.

XS
SM
MD
LG