ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕໍາຫລວດອິຣັກຕາຍ 4 ຄົນ ໃນການຍິງປືນຕໍ່ສູ້ກັນ


ທະຫານແລະຕໍາຫລວດອິຣັກ ຄວບຄວາມການຈະລາຈອນ ຫລັງຈາກເກີດເຫດລະເບີດ ແຄມຖະໜົນໃນກຸງແບກແດ໊ດ, ວັນທີ 6 ສິງຫາ
ທະຫານແລະຕໍາຫລວດອິຣັກ ຄວບຄວາມການຈະລາຈອນ ຫລັງຈາກເກີດເຫດລະເບີດ ແຄມຖະໜົນໃນກຸງແບກແດ໊ດ, ວັນທີ 6 ສິງຫາ

ບັນດາ​ເຈົ້າ​ໜ້າ​ທີ່​ອິຣັກກ່າວ​ວ່າ ພວກ​ມື​ປືນ​ຈຸ​ນຶ່ງ​ທີ່​ບໍ່​ຊາບ​ຊື່ວ່າ
ແມ່ນ​ພວກ​ໃດ ​ໄດ້​ຍິງ​ເຈົ້າ​ໜ້າທີ່​ຕໍາຫລວດຕາຍ​ຢ່າງ​ນ້ອຍ 4
ຄົນ​ໃນ​ຕອນ​ເຊົ້າ​ມືດທີ່ກຸງ​ແບກ​ແດ໊ດ ​ໃນ​ວັນ​ເສົາ​ມື້​ນີ້. ບັນດາ
ເຈົ້າ​ໜ້າ​ທີ່ການ​ແພດ​ກ່າວ​ວ່າ ຢ່າງ​ນ້ອຍ​ປະຊາຊົນອີກ 10
ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ຍິງ​ປືນ​ຕໍ່ສູ້​ກັນ​ໃນ​ຄຸ້ມ Saidiya
ຊຶ່ງ​ເປັນຄຸ້ມ​ທີ່​ປະຊາຊົນ​ສ່ວນ​ຫລາຍ​ຖື​ສາສະໜາ​ ອິສະ​ລາມ ​ນິກາຍ​ຊຸນ​ນີ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ ຢ່າງ​ນ້ອຍ 6 ຄົນ​ເປັນ​ເຈົ້າ​ໜ້າ​ທີ່ຕໍາຫລວດ. ທາງ​ການ​ອິຣັກກ່າວ​ວ່າ ການ​ປະ​ທະ​ກັນໄດ້​ເກີ​ດຂຶ້ນ​ ໃນ​ຂະນະ​ທີ່​ພວກ​ເຈົ້າໜ້າ​ທີ່ ​ຕໍາຫລວດ​ກໍາລັງ​ທໍາ​ການ​ສືບສວນ​ສອບ​ສວນ​ເລື້ອງ​ທີ່​ພົວພັນ​ກັບ​ການລັກຂະ​ໂມ​ຍລົດ​ຄັນ​ນຶ່ງ. ໃນ​ວັນ​ສຸກ​ວານ​ນີ້ ຢ່າງ​ນ້ອຍ​ເຈົ້າ​ໜ້າ​ທີ່​ຕໍາຫລວດ 2 ຄົນ ເສຍ​ຊີວິດແລະ​ອີກ 4 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ນະຄອນ ຫລວງ​ຂອງ​ອິຣັກ.

ໃນອີກ​ບ່ອນນຶ່ງ​ຕ່າງຫາກ ​ເຈົ້າ​ໜ້າ​ທີ່​ຕໍາຫລວດ 2 ຄົນ ​ແລະ​ພວກ​ພົນລະເຮືອນ 13 ຄົນ​ໄດ້​ຮັບ​ບາດເຈັບ ​ຫລັງ​ຈາກ​ລະ​ເບີດ​ລູກ​ນຶ່ງ​ແຕກ​ຂຶ້ນ​ໃນ​ກຸງ​ແບກ​ແດ໊ດ.

XS
SM
MD
LG