ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳປັ່ນບັນທຸກນໍ້າມັນຂອງ ອີຣ່ານ ມີຄວາມສ່ຽງວ່າຈະ ລະເບີດ ແລະ ຈົມລົງທະເລ


ກຳປັ່ນບັນທຸກນໍ້າມັນທີ່ຖືກລົງຖະບຽນໃນປະເທດ ປານາມາ ຊື່ວ່າ ຊານຈີ "Sanchi" ຖືກໄຟໄໝ້ຫຼັງຈາກການຕຳກັນ ກັບ
ກຳປັ່ນບັນທຸກສິນຄ້າຂອງ ຮົງກົງຢູ່ນອກຊາຍຝັ່ງພາກຕາເວັນ
ອອກຂອງ ຈີນ. 7 ມັງກອນ, 2018.
ກຳປັ່ນບັນທຸກນໍ້າມັນທີ່ຖືກລົງຖະບຽນໃນປະເທດ ປານາມາ ຊື່ວ່າ ຊານຈີ "Sanchi" ຖືກໄຟໄໝ້ຫຼັງຈາກການຕຳກັນ ກັບ ກຳປັ່ນບັນທຸກສິນຄ້າຂອງ ຮົງກົງຢູ່ນອກຊາຍຝັ່ງພາກຕາເວັນ ອອກຂອງ ຈີນ. 7 ມັງກອນ, 2018.

ກຳປັ່ນບັນທຸກນໍ້າມັນ ອີຣ່ານ ທີ່ຖືກໄຟໄໝ້ ຫຼັງຈາກໄດ້ຕຳກັັນກັບກຳປັ່ນບັນທຸກສິນຄ້າ
ຂອງ ຈີນ ໃນວັນເສົາທີ່ຜ່ານມາ ຢູ່ນອກຊາຍຝັ່ງພາກຕາເວັນອອກຂອງ ຈີນ ນັ້ນ ແມ່ນ
ມີຄວາມສ່ຽງຕໍ່ການລະເບີດຂຶ້ນ ແລະ ຈົມລົງທະເລ, ອົງການຂ່າວລັດຖະບານ ຈີນ
CCTV ໄດ້ລາຍງານໃນວັນຈັນມື້ນີ້, ໂດຍອ້າງຄຳເວົ້າຂອງບັນດາເຈົ້າໜ້າທີ່ ແລະ ຜູ້
ຊ່ຽວຊານໃນກຸ່ມກູ້ໄພ.

ລູກເຮືອຊາວ ອີຣ່ານ 30 ຄົນຂອງກຳປັ່ນບັນທຸກນໍ້າມັນ ແລະ ຊາວ ບັງກລາແດັສ 2 ຄົນ
ໄດ້ຫາຍສາບສູນໄປ ນັບຕັ້ງແຕ່ການຕຳກັນ ໃນຕອນແລງຂອງວັນເສົາທີ່ຜ່ານມາ, ແຕ່
ແນວໃດກໍຕາມ, ອົງການຂ່າວຕ່າງໆ ກໍໄດ້ລາຍງານວ່າ ສົບຜູ້ເສຍຊີວິດຄົນນຶ່ງ ໄດ້ຖືກ
ພົບເຫັນຢູ່ເທິງກຳປັ່ນ ໃນຕອນເຊົ້າຂອງວັນຈັນມື້ນີ້.

ກຳປັ່ນບັນທຸກນໍ້າມັນ ຊານຈີ "Sanchi" ທີ່ຖືກລົງຖະບຽນໃນປະເທດ ປານາມາ ໄດ້
ເດີນທາງຈາກປະເທດ ອີຣ່ານ ຫາ ເກົາຫຼີໃຕ້ ໃນເວລາທີ່ມັນໄດ້ຕຳເຂົ້າໃສ່ ກຳປັ່ນທີ່
ຖືກລົງຖະບຽນໃນ ເກາະຮົງກົງ ຊື່ວ່າ CF ຄຣິສ໌ຕອລ "Crystal" ຢູ່ນອກຊາຍຝັ່ງນະ
ຄອນ ຊຽງໄຮ ປະມານ 257 ກິໂລແມັດ.

ລູກເຮືອກຳປັ່ນ ຄຣິສ໌ຕອລ "Crystal" ເຊິ່ງແມ່ນຄົນ ຈີນ ທັງໝົດ 21 ຄົນ ທີ່ຂົນສົ່ງເມັດ
ເຂົ້າຈາກ ສະຫະລັດ ໄປ ຈີນ ນັ້ນໄດ້ຖືກຊ່ວຍເຫຼືອໄວ້ໄດ້.

ການຕຳກັນ ໄດ້ເຮັດໃຫ້ກຳປັ່ນທີ່ບັນທຸກນໍ້າມັນ 136,000 ເມຕຣິກໂຕນ ລຸກໄໝ້ເປັນ
ໄຟ. ຈີນ, ເກົາຫຼີໃຕ້ ແລະ ກອງທັບເຮືອ ສະຫະລັດ ໄດ້ສົ່ງເຮືອ ແລະ ເຮືອບິນອອກໄປ
ຊ່ວຍເຫຼືອ ໃນການຄົ້ນຫາສະມາຊິກເຮືອທີ່ຍັງຫາຍສາບສູນຢູ່.

ປະລິມານຂອງນໍ້າມັນທີ່ຮົ່ວໄຫຼອອກມາ ຍັງບໍ່ທັນໄດ້ຖືກຄຳນວນເທື່ອ, ແລະ ສາເຫດ
ຂອງການຕຳກັນກໍຍັງບໍ່ທັນຮູ້ໄດ້ເທື່ອ.

ການຕຳກັນໃນວັນເສົາຜ່ານມາ ແມ່ນການຕຳກັນຄັ້ງທີສອງ ສຳລັບກຳປັ່ນຂອງບໍລິສັດ
ກຳປັ່ນບັນທຸກນໍ້າມັນ ແຫ່ງຊາດ ອີຣ່ານ ໃນຮອບບໍ່ເຖິງສອງປີເຄິ່ງ.

ໃນເດືອນສິງຫາປີ 2016, ກຳປັ່ນບັນທຸກນໍ້າມັນຂອງເຂົາເຈົ້າລຳນຶ່ງ ໄດ້ຕຳກັບກຳປັ່ນ
ບັນທຸກສິນຄ້າຂອງ ສວິດເຊີແລນ ໃນຊ່ອງແຄບ ສິງກະໂປ ແຕ່ບໍ່ໄດ້ເຮັດໃຫ້ມີຜູ້ບາດ
ເຈັບ ຫຼື ນໍ້າມັນຮົ່ວໄຫຼ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG