ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອີ​ຣ່ານ ຈະ​ກ່າ​ວ​ຄຳ​ປາ​ໄສ ຢູ່ ສ​ປ​ຊ ໃນ​ຂະ​ນະ​ທີ່​ ບັ​ນ​ດາຜູ້​ນຳ ຜັກ​ດັກ​ໃຫ້ ເຈ​ລະ​ຈາ​ກັບ​ທ່ານ ທ​ຣຳ


ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ, ທ່ານ ຣູ​ຮາ​ນີ ນັ່ງ​ຢູ່​ໃນ​ຫ້ອງ​ພັກ​ຜ່ອນ​ຂອງ​ສະ​ໜາມ​ບິນ ເມ​ຣາ​ບັດ, ກ່ອນ​ອອກ​ເດີນ​ທາງ​ມາ​ນະ​ຄອນ ນິວຢອກ, ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 23 ກັນ​ຍາ 2019.
ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ, ທ່ານ ຣູ​ຮາ​ນີ ນັ່ງ​ຢູ່​ໃນ​ຫ້ອງ​ພັກ​ຜ່ອນ​ຂອງ​ສະ​ໜາມ​ບິນ ເມ​ຣາ​ບັດ, ກ່ອນ​ອອກ​ເດີນ​ທາງ​ມາ​ນະ​ຄອນ ນິວຢອກ, ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. 23 ກັນ​ຍາ 2019.

ນຶ່ງວັນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເອີ້ນ​ປະ​ເທດ ອີ​ຣ່ານ
ວ່າແມ່ນນຶ່ງໃນ “ໄພຂົ່ມຢູ່ທີ່ຮ້າຍແຮງທີ່ສຸດຂອງໂລກ” ນັ້ນ, ປະທານາທິບໍດີ ອີຣ່ານ
ທ່ານ ຮາສຊານ ຣູຮານີ ກໍຈະໄດ້ຮັບຜຽນຂອງທ່ານ ໃນວັນພຸດມື້ນີ້ ເພື່ອກ່າວຄຳປາໄສ
ຢູ່ກອງປະຊຸມສະມັດຊາໃຫຍ່ອົງການ ສະຫະປະຊາຊາດ.

ຜູ້​ນຳ​ຄົນ​ອື່ນໆ, ລວມ​ທັງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ແລະ ນາ​
ຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ, ໄດ້ຜັກດັນໃຫ້ທ່ານ ທຣຳ
ກັບ ທ່ານ ຣູຮານີ ພົບປະກັນຕ່າງຫາກ ນອກກອງປະຊຸມປະຈຳປີນັ້ນ ດ້ວຍຄວາມຫວັງ
ເພື່ອໃຫ້ມີ ການແກ້ໄຂບັນຫາຄວາມເຄັ່ງຕຶງຫຼາຍຢ່າງໃນສາຍພົບພັນ ສະຫະລັດ ແລະ
ອີຣ່ານ ໃນປັດຈຸບັນ.

ດຽວ​ນີ້, ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ແມ່ນບໍ່​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ເຂົາ​ເຈົ້າ​ຢູ່​ທີ່ນີ້, ພວກ​ເຮົາ​ກໍ​ຢູ່​ທີ່ນີ້, ແຕ່​
ພວກເຮົາບໍ່ໄດ້ເຫັນດີກັບເລື່ອງນັ້ນເທື່ອ.” ທ່ານ ຣູຮານີ ໄດ້ໃຫ້ສັນຍານ ກ່ຽວກັບ ຄວາມ
ເຕັມໃຈທີ່ຈະເຈລະຈາ, ແຕ່ຖ້າທ່ານ ທຣຳ ຕົກລົງທີ່ຈະຍົກເລີກມາດຕະການລົງໂທດ
ດ້ານເສດຖະກິດຕໍ່ປະເທດຂອງທ່ານເທົ່ານັ້ນ.

ສະ​ຫະ​ລັດ ໄດ້​ວາງ​ມາດ​ຕະ​ການ​ຕ່າງໆ​ທີ່​ແນ​ເປົ້າ​ໃສ່​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ​ທີ່​ສຳ​ຄັນ​ຂອງ
ອີຣ່ານ ຫຼັງຈາກໄດ້ຖອນຕົວອອກຈາກຂໍ້ຕົກລົງປີ 2015 ທີ່ຈຳກັດໂຄງການນິວເຄລຍ
ຂອງ ອີຣ່ານ ເມື່ອປີກາຍນີ້. ນັບຕັ້ງແຕ່ນັ້ນມາ ອີຣ່ານ ໄດ້ຜະລິດກາຍຂີດຈຳກັດບາງ
ຢ່າງ, ໂດຍໂຕ້ຖຽງວ່າ ປະເທດລົງນາມອື່ນໆ ແມ່ນບໍ່ໄດ້ປະຕິບັດຕາມພາກສ່ວນຂອງ
ເຂົາເຈົ້າໃນຂໍ້ຕົກລົງ, ໂດຍສະເພາະການຮັບປະກັນຕໍ່ເຂົາເຈົ້າວ່າ ຈະໄດ້ຮັບການຫຼຸດ
ຜ່ອນມາດຕະການລົງໂທດ.

ໃນ​ເດືອນນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ຫາ ອີ​ຣ່ານ ວ່າ​ເປັນ​ຜູ້​ຮັບ​ຜິດ​ຊອບ
ສຳລັບການໂຈມຕີໃສ່ໂຮງກັ່ນນ້ຳມັນຂອງ ຊາອຸດີ ອາຣາເບຍ, ເຊິ່ງ ອີຣ່ານ ໄດ້ປະຕິ
ເສດ.

ພ້ອມ​ກັນ​ນັ້ນ​ໃນ​ວັນ​ພຸດມື້ນີ້, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ
ແມ່ນມີກຳນົດຈະຂຶ້ນກ່າວຄຳປາໄສ, ນອກເໜືອຈາກຈັດການເຈລະຈາກັບທ່ານ ທຣຳ.

ການ​ລົມ​ໂທ​ລະ​ສັບ​ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ ລະ​ຫວ່າງ ທ່ານ ທ​ຣຳ ກັບ ທ່ານ ເຊ​
ເລັນສກີ ແມ່ນໄດ້ກາຍເປັນຈຸດເພັ່ງເລັງຂອງບັນດາສະມາຊິກສະພາ ສະຫະລັດ ໃນ
ສອງສາມອາທິດນີ້ ທ່າມກາງລາຍງານທີ່ວ່າ ທ່ານ ທຣຳ ໄດ້ຮຽກຮ້ອງໃຫ້ທ່ານ
ເຊເລັນສກີ ສືບສວນສອບສວນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ
ເດໂມແຄຣັດ ທ່ານ ໂຈ ບາຍເດັນ ທີ່ເຊື່ອມໂຍງກັບວຽກຂອງລູກຊາຍຂອງທ່ານ, ທ້າວ
ຮັນເຕີ ເຮັດກັບບໍລິສັດແກັສຂອງ ຢູເຄຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG