ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອີຣ່ານ ເບິ່ງໄປ ຫາອະນາຄົດ ຂະນະທີ່ ການລົງໂທດ ທີ່ຈະເຮັດໃຫ້ປະເທດ ຢຸດສະງັກ ສິ້ນສຸດລົງ


ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani, ກາງ, ສະແດງທ່າທີ ໃນຂະນະທີ່ ຖືກຕ້ອນຮັບ ໂດຍບັນດາສະ
ມາຊິກສະພາ ຢູ່ທີ່ລັດຖະສະພາ ເພື່ອນຳສະເໜີ ຮ່າງ
ງົບປະມານ ຂອງປະເທດ ສຳລັບປີໜ້າ ແລະແຜນການພັດທະນາ 6 ດ້ານ ຢູ່ທີ່ນະຄອນຫຼວງເຕຫະຣ່ານ, ວັນທີ 17ມັງກອນ 2016.
ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani, ກາງ, ສະແດງທ່າທີ ໃນຂະນະທີ່ ຖືກຕ້ອນຮັບ ໂດຍບັນດາສະ ມາຊິກສະພາ ຢູ່ທີ່ລັດຖະສະພາ ເພື່ອນຳສະເໜີ ຮ່າງ ງົບປະມານ ຂອງປະເທດ ສຳລັບປີໜ້າ ແລະແຜນການພັດທະນາ 6 ດ້ານ ຢູ່ທີ່ນະຄອນຫຼວງເຕຫະຣ່ານ, ວັນທີ 17ມັງກອນ 2016.

ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ກ່າວວ່າ
ສາທາລະນະລັດ ອິສລາມ ໄດ້ກ້າວເຂົ້າສູ່ “ສາກໃໝ່” ໃນປະ
ຫວັດສາດຂອງປະເທດ ໃນລະຫວ່າງການກ່າວຄຳປາໄສ ເມື່ອ
ວັນອາທິດມື້ນີ້ ໂດຍກ່າວຍ້ອງຍໍການສິ້ນສຸດ ມາດຕະການລົງ
ໂທດຂອງນາໆຊາດ ທີ່ໄດ້ຖືກວາງໃສ່ອີຣ່ານ ເພາະກິດຈະກຳ
ຕ່າງໆ ດ້ານນິວເຄລຍ.

ສະຫະລັດ ແລະ ບັນດາປະເທດມະຫາອຳນາດອື່ນໆ ໄດ້ຍົກເລີກ
ມາດຕາການລົງໂທດທາງດ້ານນ້ຳມັນ ແລະ ເສດຖະກິດ ໃນວັນ
ເສົາວານນີ້ ຫຼັງຈາກທີ່ອົງການພະລັງງານປະລະມະນູສາກົນ ຫຼື
IAEA ໄດ້ຢັ້ງຢືນ ວ່າ ເຕຫະຣ່ານ ໄດ້ປະຕິບັດຕາມເງື່ອນໄຂຕ່າງໆ
ຂອງຂໍ້ຕົກລົງ ທີ່ໄດ້ບັນລຸ ໃນນະຄອນວຽນນາ ເມື່ອເດືອນກໍລະກົດ ຫຼັງຈາກການເຈລະຈາ
ທີ່ໜັກແໜ້ນເກືອບສອງປີ. ຂໍ້ກຳນົດຂອງເງື່ອນໄຂ ລວມມີການຂົນສົ່ງເຊື້ອພະລັງນິວເຄລຍ
ເກືອບທັງໝົດຂອງອີຣ່ານ ອອກໄປຈາກປະເທດ ມ້າງລົງ ແລະ ຍົກຍ້າຍເຄື່ອງອຸປະກອນ
ນິວເຄລຍຕ່າງໆ ອອກໄປ ແລະ ສະໜອງໃຫ້ບັນດາຜູ້ກວດກາສາກົນ ເຂົ້າເຖິງສະຖານ
ທີ່ ນິວເຄລຍຕ່າງໆ ຫຼາຍຂຶ້ນ.

US Iran Nuclear
please wait
Embed

No media source currently available

0:00 0:02:41 0:00

ພ້ອມກັນກັບການຍຸດຕິມາດຕະການລົງໂທດນັ້ນ ອີຣ່ານກໍຈະສາມາດເຂົ້າເຖິງຊັບສິນ
ຢູ່ໃນທະນາຄານຕ່າງປະເທດ ມູນຄ່າຫຼາຍຕື້ໂດລາ ທີ່ໄດ້ຖືກກັກໄວ້ເປັນເວລາດົນນັ້ນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ເວົ້າວ່າ “ບັນດາ
ປະເທດເພື່ອນມິດ ແລະ ພັນທະມິດຂອງພວກເຮົາ ຢູ່ໃນຕາເວັນອອກກາງ ແລະ
ທົ່ວໂລກ ແມ່ນມີຄວາມປອດໄພຫຼາຍຂຶ້ນ ຍ້ອນວ່າ ການຂົ່ມຂູ່ ຂອງອາວຸດນິເຄລຍ
ໄດ້ຖືກລົດລົງແລ້ວ.”

ທ່ານ Ban-Ki-moon ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ເອີ້ນ ການປະ
ກາດ ຂອງວັນເສົາວານນີ້ ວ່າ ເປັນ “ຂີດໝາຍອັນສຳຄັນ.”

ຂ່າວຂອງ “ວັນຈັດຕັ້ງປະຕິບັດ ຫຼື Implementation Day” ໄດ້ຮັບການຕ້ອນຮັບ
ດ້ວຍຄວາມເປັນຫ່ວງເປັນໃຍ ໂດຍນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin
Netanyahu ຜູ້ທີ່ອອກສຽງຄັດຄ້ານຫຼາຍທີ່ສຸດຕໍ່ຂໍ້ຕົກລົງ ຢູ່ໃນປະຊາຄົມນາໆຊາດ.
ທ່ານເຄີຍເຕື່ອນວ່າ “ອີຣ່ານ ບໍ່ໄດ້ຍົກເລີກຄວາມໄຝ່ຝັນຂອງຕົນ ທີ່ຢາກຈະມີອາວຸດ
ນິວເຄລຍຕ່າງໆ ໃນຄອບຄອງ ແລະ ສືບຕໍ່ການກະທຳເພື່ອທີ່ຈະ ສ້າງຄວາມບໍ່ທຸ່ນ
ທ່ຽງ ໃນຕາເວັນອອກກາງ ແລະ ກະຈາຍຄວາມຍ້ານກົວໄປທົ່ວໂລກ.”

ການສິ້ນສຸດມາດຕະການລົງໂທດ ຍັງໄດ້ຖືກຕ້ອນຮັບດ້ວຍຄວາມດູໝິ່ນໃນສະຫະລັດ
ໂດຍບັນດາຝ່າຍຄ້ານ ຂອງປະທານາທິບໍດີ ບາຣັກ ໂອບາມາ ສັງກັດພັກຣີພັບບລີກັນ
ໂດຍພິເສດ ກໍຄື ບັນດາຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ປີ 2016
ຂອງພັກດັ່ງກ່າວ.

XS
SM
MD
LG