ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ປະ​ກາດ​ ການ​ເອົາບາດ​ກ້າວ ທີ່​ຈະ​ເຮັດ​ໃຫ້​ ອີ​ຣ່ານ ຫ່າງ​ໄປ​ຈາກ ​ຂໍ້​ຕົກ​ລົງ ​ນິວ​ເຄ​ລຍ


ໃນ​ພາບນີ້ ເປີດ​ເຜີຍໂດຍ ເວັບ​ໄຊ​ຂອງ​ທາງ​ການ​ອີ​ຣ່ານ ສະ​ແດງ​ໃຫ້​ເຫັນ ປ​ະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ​ຮາ​ສ​ຊານ ຣູ​ຮາ​ນີ ກຳ​ລັງ​ກ່າວ​ຖະ​ແຫລງ ຕໍ່​ຄະ​ນະ​ລັດ​ຖະ​ບານ ທ່ານ​ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ວັນ​ທີ 2 ຕຸ​ລາ 2019.
ໃນ​ພາບນີ້ ເປີດ​ເຜີຍໂດຍ ເວັບ​ໄຊ​ຂອງ​ທາງ​ການ​ອີ​ຣ່ານ ສະ​ແດງ​ໃຫ້​ເຫັນ ປ​ະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ​ຮາ​ສ​ຊານ ຣູ​ຮາ​ນີ ກຳ​ລັງ​ກ່າວ​ຖະ​ແຫລງ ຕໍ່​ຄະ​ນະ​ລັດ​ຖະ​ບານ ທ່ານ​ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ວັນ​ທີ 2 ຕຸ​ລາ 2019.

ປະ​ທາ​ນາ​ທິ​ບໍ​ດີຂອງ​ອີ​ຣ່ານ ທ່ານ​ຮາ​ສ​ຊານ ຣູ​ຮາ​ນີ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ ມື້ນີ້ ວ່າ ອີ​ຣ່ານ ຈະ​ເລີ້ມ​ສີດ​ແກັ​ສຢູ​ເຣ​ນຽມເຂົ້າ​ໃນພວກ​ເຄື່ອງຈັກແຍກຢູ່​ທີ່​ໂຮງ​ງານ​ ຟໍໂດ (Fordo) ​ອັນ​ເປັນ​ບາດ​ກ້າວ​ຫຼ້າ​ສຸດ ທີ່​ຈະ​ຂັດ​ກັບສິ່ງ​ທີ່​ຕົນ​ໄດ້​ຕົກ​ລົງ​ໄປ ໃນ​ຂໍ້​ຕົກ​ລົງ​ປີ 2015 ກ່ຽວ​ກັບ​ໂຄງ​ການ​ນິວເຄ​ລຍ ຂອງ​ຕົນ​ນັ້ນ.

ທ່ານ​ຣູ​ຮາ​ນີ ໄດ້​ກ່າວ​ວ່າ ການ​ສີດ​ແກັ​ສ​ຢູ​ເຣ​ນຽມ ເຂົ້າ​ໃສ່​ເຄື່ອງ​ຈັກ​ແຍກ 1,044 ​ໜ່ວຍ​ນັ້ນ ແມ່ນ​ມີ​ກຳ​ນົດ​ຈະ​ເລີ້ມ​ຂຶ້ນ ໃນ​ວັນ​ພຸດມື້​ອື່ນນີ້.

ຂໍ້​ຄວາມໃນ​ຂໍ້​ຕົກ​ລົງ ທີ່​ອີ​ຣ່ານ​ໄດ້​ບັນ​ລຸ​ກັບ​ສະ​ຫະ​ລັດ ອັງ​ກິດ ຈີນ ຝ​ຣັ່ງ ຣັດ​ເຊຍ ແລະ​ເຢຍ​ຣະ​ມັນ ນັ້ນ ຮຽກ​ຮ້ອງ​ໃຫ້ ອີ​ຣ່ານ ດັດ​ແປງ​ໂຮງ​ງານ​ນິວ​ເຄ​ລຍ ຟໍໂດ ​ໃຫ້ກາຍເປັນ​ສ​ະ​ຖານ​ທີ່​ຄົ້ນ​ຄວ້າ ໃນ​ຂະ​ນະ​ດຽວ​ກັນ ອະ​ນຸ​ຍາດ​ໃຫ້​ຕົນສາ​ມາດ​ແລ່ນ​ຈັກ​ດັ່ງ​ກ່າວ​ ສອງ​ ໃນ ຫົກໜ່ວຍ​ໄດ້ ​ໂດຍ​ປາດ​ນະ​ຈາກ​ທາດ​ຢູ​ເຣ​ນຽມ.

ໃນ​ເມື່ອ​ກ່ອນ ອີ​ຣ່ານ​ ໄດ້​ກາຍ​ຂີດ​ກຳ​ນົດ ປ​ະ​ລິ​ມານ​ທາດ​ຢູ​ເຣ​ນຽມ​ທີ່​ໄດ້​ຖືກກັ່ນ ທີ່ໄດ້​ຮັບອະ​ນຸ​ຍາດ​ໃຫ້​ເກັບ​ສະ​ສົມ​ໄວ້ ແລະ​ກາຍ​ລະ​ດັບ ​ທີ່​ຕົນ​ອະ​ນຸ​ຍາດ​ໃຫ້​ກັ່ນ​ທາດ​ຢູ​ເຣ​ນຽມ.

ທ່ານ​ຣູ​ຮາ​ນີ ໄດ້​ກ່າວໃນ​ການ​ໃຫ້​ຄຳ​ປາ​ໄສ ໂດຍ​ຜ່ານ​ທາງ​ໂທ​ລະ​ພາບໃນ​ວັນ​ອັງ​ຄານມື້ນີ້ ​ວ່າ ​ທຸກ​ບາດ​ກ້າວ​ໃດ ອີ​ຣ່ານ ກໍ​ໄດ້​ເອົາ​ໃຈ​ໃສ່​ຂະ​ໜາດ ແມ່ນ​ກະ​ທັງ​ການ​ຕ່າວ​ປີ້ນ​ຄືນ​ໄດ້ ຖ້າ​ຫາກ​ຝ່າຍ​ອື່ນ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ນັ້ນ ປະ​ຕິ​ບັດ​ຕາມ​ຄວາມ​ໝັ້ນ​ໝາ​ຍ​ຂອງ​ພວກ​ເພິ່ນ ທີ່​ຈະ​ສະ​ໜອງ​ການ​ຜ່ອນ​ຜັນ​ຈາກ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ.

ການ​ປະ​ກາດ​ດັ່ງ​ກ່າວ ໄດ້​ມີ​ຂຶ້ນ​ນຶ່ງວັນ ຫຼັງ​ຈາກ​ອີ​ຣ່ານ ໄດ້​ລະ​ນຶກ​ເຖິງວັນ​ຄົບ​ຮອບ 40 ປີ ຂອງ​ການ​ເຂົ້າ​ຍຶດ​ເອົາ​ສະ​ຖານ​ທູດ​ສະ​ຫະ​ລັດ ​ທີ່​ນະ​ຄອນ​ຫຼວງເຕ​ຫະ​ຣ່ານ ໂດຍ​ກ່າວ​ວ່າ ຕົນ​ກຳ​ລັງ​ເລັ່ງຂັ້ນ​ຕອນ ​ໃນ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ.

“ພວກ​ເຮົາ​ມອງ​ເຫັນ​ອັນ​ນີ້ ເປັນ​ການ​ສືບ​ຕໍ່​ນຳ​ໃຊ້​ນິວ​ເຄ​ລຍ​ມາ​ເປັນ​ເຄື່ອງ​ຕໍ່​ລອງ ຫຼື blackmail” ນັ້ນ​ແມ່ນ​ຄຳ​ເຫັນຂອງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ສ​ະ​ຫະ​ລັດ​ທ່ານ​ນຶ່ງ ​ທີ່​ໄດ້​ໃຫ້​ໄປ ຫຼັງ​ຈາກ​ທີ່ ຫົວ​ໜ້າ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ ໄດ້​ກ່າວ​ອ້າງ​ໃນ​ວັນ​ຈັນ​ວານນີ້ ວ່າ ດຽວນີ້ ປະ​ເທດ​ກຳ​ລັງ​ແລ່ນ​ເຄື່ອງ​ຈັກ​ແຍກ​ທີ່​ທັນ​ສະ​ໄໝຫຼາຍສິບໜ່ວຍ ອັນ​ເປັນ​ການ​ເຄື່ອນໄຫວ ທີ່ຂັດ​ກັບ​ຂໍ້​ຕົກ​ລົງ​ປີ 2015 ອອກ​ໄປ​ຕື່ມ​ອີກ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ທ່ານນີ້ ໄດ້​ກ່າວ​ອີກວ່າ ເຕ​ຫະ​ຣ່ານ​ກຳ​ລັງ​ພະ​ຍາ​ຍາມ ຈະ​ເຮັດ​ໃຫ້​ພວກ​ປະ​ເທດ​ໃນ​ທະ​ວີບ​ຢູ​ໂຣບ ທີ່​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ທີ່​ຮູ້​ຈັກ​ກັນ​ໃນ
ຊື່ ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ນັ້ນ ເກີດ​ຄວາມ​ກັງ​ວົນ ເພື່ອ​ທີ່​ຈະເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ຍອມ​ຮັບ​ຕໍ່​ຂໍ້​ຮຽກ​ຮ້ອງ​ຂອງອີ​ຣ່ານ.

ປ​ະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຖືກສອບ​ຖາມ​ໃນ​ວັນ​ຈັນ​ວານນີ້ ​ໂດຍ​ວີ​ໂອ​ເອ ວ່າ ຄວນ​ເຮັດ​ແນວ​ໃດກ່ຽວກັບ​ຂ່າວເຄື່ອງ​ຈັກແຍກໃໝ່ ​ທີ່​ມີຄວາມ​ກ້າວໜ້າທັງຫຼາຍ ຊຶ່ງທ່ານ​ທ​ຣຳ ໄດ້​ຕອບ​ວ່າ “​ພວກ​ເຮົາ​ກຳ​ລັງ​ເບິ່ງ​ເລື້ອງນັ້ນ​ຢູ່. ພວກ​ເຮົາ​ຈະ​ຖ້າ​ເບິ່ງ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG