ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລວ່າ ໂຄງການນິວເຄລຍ ຂອງອີຣ່ານ ເປັນການທ້າທາຍ ຕໍ່ໂລກ (ວີດິໂອກ່ຽວຂ້ອງ)


ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ທ່ານ Ehud Barak
ກ່າວ​ວ່າ ​ໂຄງ​ການ​ນິວ​ເຄລຍຂອງອິຣ່ານ ​ແມ່ນ​ເປັນການ​ທ້າ​ທາຍ​ອັນ​​ໃຫຍ່ທີ່​ສຸດ
ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ທ່ານ Ehud Barak ກ່າວ​ວ່າ ​ໂຄງ​ການ​ນິວ​ເຄລຍຂອງອິຣ່ານ ​ແມ່ນ​ເປັນການ​ທ້າ​ທາຍ​ອັນ​​ໃຫຍ່ທີ່​ສຸດ
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອິສຣາ​ແອ​ລ ທ່ານ Ehud
Barak ກ່າວ​ວ່າ ​ໂຄງ​ການ​ນິວ​ເຄລຍຂອງອິຣ່ານ ​ແມ່ນ​ເປັນ
ການ​ທ້າທາຍ​ອັນໃຫຍ່ທີ່​ສຸດທີ່ປະ​ເຊີນ​ໜ້າ ອິສຣາແອ​ລ ພາກ
ຕາ​ເວັນ​ອອກ​ກາງແລະ​ໂລກ ຢູ່ໃນ​ ຂະນະ​ນີ້ ​ແລະ “ທາງ​ເລືອກ​
ທັງ​ໝົດ” ​ແມ່ນຍັງ​ເປີດ​ກວ້າງ​ ສໍາລັບ​ຮັບ​ມື​ກັບການພັດທະນາ
ອາວຸດ​ນິວ​ເຄລຍທີ່ເປັນ​ໄປ​ໄດ້​ຂອງ​ອິຣ່ານນັ້ນ.

ທ່ານ Barak ໄດ້​ກ່າວ ​ເວລາໄຂ​ກອງ​ປະ​ຊຸມ ຂອງ​ຄະນະ​ກໍາ
ມະການ​ກິດຈະການ​ສາທາລະນະ​ຊົນ ອາ​ເມຣິກັນ-ອິສຣາ​ແອ​ລ ​
ຫລື AIPAC ໃນ​ວັນ​ອາທິດວານ​ນີ້ ທີ່​ນະຄອນຫລວງວໍ​ຊິງ​ຕັນ
ວ່າ ແມ່ນ​ແຕ່ ​ຕໍ່ໜ້າ​ສະ​ພາບການທີ່​ມີ​ການ​ດໍາ​ເນີນຄວາມ​ພະຍາ
ຍາມ​ທາງ​ດ້ານ​ການ​ທູດ ​“ຢ່າງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ” ແລະການ​ລົງ
ໂທດຕໍ່ອິຣ່ານນັ້ນ​ກໍ​ຕາມ ທ່ານກໍ​ບໍ່​ເຊື່ອ​ວ່າ ບັນດາ​ຜູ້​ປົກຄອງ​ປະ​
ເທດອິຣ່ານ ຈະພາກັນຍົກ​ເລີກ “ຄວາມໄຝ່ຝັນ​ດ້ານ​ນິວ​ເຄລຍ”
ຂອງ​ເຂົາ​ເຈົ້າ​.

ອິສຣາ​ແອ​ລ ​ແລະ​ຝ່າຍຕາ​ເວັນ​ຕົກ ສົງໄສ​ວ່າ ອິຣ່ານກໍາລັງພັດ
ທະນາ ຄວາມ​ສາມາດ​ດ້ານອາວຸດ​ນິວ​ເຄລຍ ຢູ່ພາຍ​ໃຕ້​ໂຄງ
ການ​ພ​ະລັງງານ​ນິວ​ເຄລຍພົນລະ​ເຮື​ອນ​ ອັນ​ເປັນການ​ກ່າວ​ຫາ​ທີ່ອິຣ່ານປະຕິ​ເສດ. ກຸງ​ເຕຫະຣ່ານກ່າວ​ວ່າ​ ​ໂຄງການ​ນີວ​ເຄລຍຂອງຕົນ ມີ​ຈຸດປະສົງ​ໃນ​ທາງ​ສັນຕິ.

ນາຍົກລັດຖະມົນ​ຕີ ອິສຣາ​ແອ​ລ ທ່ານ Benjamine Natanyahu ​ແລະຮອງ​ປະທານາທິບໍດີ
ສະຫະລັດ ທ່ານ Joe Biden ມີ​ກໍານົດ​ຈະຖະ​ແຫລ​ງຕໍ່ກອງ​ປະຊຸມ​ດຽວ​ກັນ​ນີ້ ​ໃນວັນຈັນ​ມື້​ນີ້.

ກອງ​ປະຊຸມດັ່ງກ່າວ​ມີ​ຂື້ນ​ກ່ອນ​ໜ້າ ປະທານາທິບໍດີສະຫະລັດ ທ່ານ Barack Obama ມີ
ແຜນ​ເດີນທາງ​ໄປ ອິສຣາ​ແອ​ລ ​ໃນ​ທ້າຍ​ເດືອນ​ນີ້ ຊຶ່ງ​ຈະ​ເປັນການ​ຢ້ຽມຢາມ​ຄັ້ງ​ທໍາອິດ
ຂອງ​ທ່ານ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ຮັບຕໍາ​ແໜ່ງ​ໃນ​ປີ 2009.

ວີດິໂອລາຍງານກ່ຽວກັບ ກອງປະຊຸມ AIPAC:

Iran, Israel and Palestinians To Top AIPAC Convention
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ
XS
SM
MD
LG