ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວອີຣ່ານ "ຖືກໄລ່ອອກ" ການ ຫລັງຈາກເປີດເຜີຍການປະພຶດ ຂອງກຳລັງພິເສດ


ແມ່ຍິງຄົນນຶ່ງ ຢູ່ Cypriot ນະຄອນຫລວງຂອງ Nicosia ເບິ່ງຮູບພາບນັກຂ່າວອີຣ໋ານ ນາງ Nazila Maroufian ວຫນທີ 4 ພະຈິກ 2022.
ແມ່ຍິງຄົນນຶ່ງ ຢູ່ Cypriot ນະຄອນຫລວງຂອງ Nicosia ເບິ່ງຮູບພາບນັກຂ່າວອີຣ໋ານ ນາງ Nazila Maroufian ວຫນທີ 4 ພະຈິກ 2022.

ນັກຂ່າວອີຣ່ານຄົນນຶ່ງ ຜູ້ທີ່ຖືກຕິດຄຸກປີກາຍນີ້ ໃນຖານສຳພາດ ກັບພໍ່ຂອງນາງ ມາຊາ ອາມີນີ ກ່າວໃນວັນພະຫັດວານນີ້ວ່າ ນາງໄດ້ຖືກ “ໄລ່ອອກ” ຈາກການ ຢູ່ໜັງສືພິມແຫ່ງນຶ່ງ ບ່ອນທີ່ນາງຫາກໍ່ເລີ້ມເຮັດວຽກ.

ນາງນາຊິລາ ມາຣູຟຽນ ກ່າວວ່າ ​ເຫດ​ການ​ດັ່ງ​ກ່າວໄດ້ເກີດຂຶ້ນບໍ່ເທົ່າໃດມື້ຫລັງຈາກນາງໄດ້ຂຽນ​ລົງ ໃນບັນຊີທວິດເຕີຂອງນາງໂດຍກ່າວຫາວ່າ ເຈົ້າໜ້າທີ່ກຳ ລັງພິເສດ ໄດ້ເວົ້າຄຳຫຍາບຊ້າຕໍ່ນາງ ເວລານາງປະຕິເສດບໍ່ປະຕິບັດຕາມຄຳສັ່ງ​ໃຫ້ເອົາຜ້າປົກຫົວ.

ຢູ່ໃນການຂຽນຂໍ້ຄວາມ ​ລົງທາງທວິດ ໃນວັນອາທິດ​ແລ້ວ ນາງມາຣູຟຽນ ໄດ້ ກ່າວຢ້ອນຄຶືນເຖິງເຫດການບ່ອນທີ່ເຈົ້າໜ້າທີ່ຄົນນຶ່ງ ຢູ່ໃນໂຮງລະຄອນເມືອງ ໄດ້ກ່າວຕໍ່ນາງວ່າ “ເປັນຫຍັງເກີດ​ຂຶ້ນກັບເຄື່ອງນຸ່ງເຈົ້າ? ແນ່ນອນ ເພາະວ່າ (ໃຊ້ຄຳຫຍາບຊ້າ) ເພາະສະນັ້ນ ເຈົ້າຈຶ່ງນຸ່ງແບບນີ້.”

ນາງບໍ່ໄດ້ເປີດເຜີຍຊື່ຂອງໜັງສືພິມ ທີ່ນາງໄດ້ຖືກ “ໄລ່ອອກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG