ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນໍາ ມະຫາອໍານາດໂລກ ພົບປະກັນອີກ ກ່ຽວກັບ ບັນຫາ ນິວເຄຼຍ ຂອງອີຣ່ານ (ວີດີໂອ)


Iran, World Powers to Meet Again on Nuclear Issuess
please wait

No media source currently available

0:00 0:03:19 0:00
ລິງໂດຍກົງ
ຄະນະ​ເຈົ້າໜ້າ​ທີ່ເຈລະຈາ​ນີວ​ເຄຼຍຂອງ​ນາໆ​ຊາດ ​ໄດ້​ພົບ​ປະກັນ​
ອີກ ກັບລັດຖະມົນຕີ​ຕ່າງປະເທດ​ອິຣ່ານ​ໃນ​ອາທິດ​ນີ້ ​ເພື່ອເຈລະ​
ຈາ​ກ່ຽວ​ກັບ​ຂໍ້​ຈໍາກັດ​ຮັດແຄບ​ດ້ານ​ໂຄງການ​ນີວ​ເຄຼຍຂອງ​ອິຣ່ານ
ຍ້ອນ​ຄວາມ​ເປັນ​ຫ່ວງ​ທີ່​ວ່າ​ ອິຣ່ານອາດ​ພະຍາຍາມ​ ພັດທະນາ​
ອາວຸດ​ປະລະມະ​ນູ. ຂະນະ​ນີ້​ອິຣ່ານ ກໍາລັງ​ດຳ​ເນີນ​ງານ​ເພື່ອ​ຍຸຕິ​
ການ​ລົງ​ໂທດ​ຕ່າງໆ​ ທີ່ເຮັດ​ໃຫ້​ສະພາວະ​ເສດຖະກິດ ຂອງ​ຕົນ
ກາຍເປັນ​ອໍາມະພາດ​ໄປ​ນັ້ນ​ ​ໂດຍ​ການ​ນໍາ​ເອົາ​ຂໍ້​ສະ​ເໜີ​ຊຸດ​ໃໝ່​
ຍື່ນຕໍ່​ຄະນະ​ເຈລະຈາ​ນີວ​ເຄຼຍດັ່ງກ່າວ.ແຕ່​ຂະນະ​ດຽວ​ກັນບັນດາ​
ປະ​ເທດ​ພັນທະ​ມິດ​ ຂອງ​ສະຫະ​ລັດ​ ເຊັ່ນ ອີສຣາ​ແອ​ລ ​ແລະ
Saudi Arabia ​ເຊື່ອ​ວ່າ ລັດຖະບານ​ໂອ​ບາ​ມາ ແມ່ນກໍາລັງ​
ເຄຶ່ອນ​ໄຫວ​ໄວວາ​ເກີນ​ໄປ​ ໃນ​ເລຶ່ອງນີ້. Scott Stearns ຜູ້​ສື່​
ຂ່າວ​ວີໂອ​ເອ ປະ​ຈໍາ​ກະຊວງ​ຕ່າງປະ​ເທດ ​ມີ​ລາຍ​ງານ​ກ່ຽວ​ກັບ​ເລຶ່ອງນີ້ ຊຶ່ງວັນນະສອນ ຈະ​ນໍາ​ມາ ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

please wait

No media source currently available

0:00 0:06:43 0:00
ລິງໂດຍກົງ

ຈາກ​ລາຍ​ງານ​ການ​ເຈລະຈາ​ທີ່​ເປັນ​ໝາກຜົນ ຂອງ​ອົງການພະລັງງານ​ນີວ ເຄຼຍສະຫະ​ປະຊາ​ຊາດ ກັບ​ອິຣ່ານກ່ຽວ​ກັບ​ການ​ກວດກາ​ໂຮງ​ໄຟຟ້າ​ປະລະມາ​ນູ ທີ່​ຊັກ​ຊ້າມາ​ໄດ້​ດົນ​ນານ​ແລ້ວ​ນັ້ນ ສະຫະລັດ​ເວົ້າ​ວ່າ ຕົນ​ຍິນ​ດີນໍາ​ໂອ ກ​າດດັ່ງກ່າວ​ນີ້ ​ເພື່ອ​ພິສູດໃຫ້​ເຫັນ​ວ່າ ​ອິຣ່ານ​ເຕັມ​ໃຈ ​ທີ່​ຈະ​ປະຕິບັດ​ຕາມ​ມາດຕະຖານ​ສາກົນຫລື​ບໍ່ ຊຶ່ງ​ທ່ານ ຈອນ ​ແຄຣີ ລັດ ຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກ່າວ​ຊີ້​ແຈງ​ເລຶ່ອງນີ້​ວ່າ:

ທ່ານ ​ແຄຣີ ​ເວົ້າ​ວ່າ: “ບາງ​ຄົນ​ແນະ​ນໍາ​ວ່າ ​ມີບາງ​ສິ່ງ​ທີ່​ຜິດ​ໄປ ກັບ​ແມ່ນ​ແຕ່ ຈະ​ຍົກ​ເອົາ​ເລຶ່ອງນີ້​ມາ​ທົດ​ສອບ​ກັນ. ຂ້າພະ​ເຈົ້າຂໍ​ແນະ​ນໍາ​ວ່າ ​ໃນ​ຄວາມ​ຄິດ​ທີ່​ວ່າ ສະຫະລັດ​ອາ​ເມຣິກາ ​ໃນຖານະ​ເປັນ​ປະ​ເທດ​ນຶ່ງ​ ທີ່ຮັບຜິດຊອບ​ ຕໍ່ເພື່ອນມະ ນຸດຊາດ​ທັງ​ໝົດ ທີ່ຈະ​ບໍ່​ຄົ້ນຄວ້າ​ຫາ​ຄວາມ​ເປັນ​ໄປ​ໄດ້ນັ້ນ ກໍ​ຈະເປັນ​ການ​ຂາດ​ຄວາມ​ຮັບຜິດຊອບ​ສູງ ​ແລະ​ເປັນ​ອັນຕະລາຍ​ໃນ​ຕົວ​ມັນເອງ​ໄດ້ ​ແລະ​ພວກ​ເຮົາ​ຈະ​ບໍ່​ຍອມ​ຈໍານົນ​ຕໍ່​ກົນ​ລະ​ຍຸດ​ທີ່​ໜ້າ​ຢ້ານ​ກົວ​ເຫຼົ່ານັ້ນ​ແຕ່​ຢ່າງ​ໃດ ​ແລະທີ່​ຕ້ອງບັງຄັບ​​ໃຫ້ແນະ​ນໍາ​ ໄປ​ໃນ​ທາງອື່ນນັ້ນ.”

​ໃນ​ບັນດາ​ປະ​ເທດ​ທີ່​ເປັນ​ຫ່ວງ​ກ່ຽວ​ກັບວິ​ໄສ​ທັດ​ຕ່າງໆ​ຈາກ​ລັດຖະບານ​ຊຸດໃໝ່​ຂອງອິ ຣ່ານນັ້ນ ​ກໍ​ຄືປະ​ເທດ​ພັນທະ​ມິດ​ເກົ່າ​ແກ່​ຂອງ​ສະຫະລັດ ​ເຊັ່ນ ອີສຣາ​ແອ​ລ ​ແລະ Saudi Arabia ຊຶ່ງ​ທ່ານນາງ Tzipi Livni ລັດຖະມົນຕີຍຸຕິ​ທຳ​ອີສ​ແອລ ກ່າວຊີ້​ແຈງ​ວ່າ:

ລັດຖະມົນຕີ Livni ​ເວົ້າ​ວ່າ: “​ເວລາ​ເຮົາ​ໄດ້​ຍິນ Saudi Arabia ​ເວົ້າ​ເລຶ່ອງກ່ຽວ​ກັບ​ສິ່ງ​ໃດ​ແດ່​ຕ້ອງ​ໄດ້​ເຮັດ​ລົງ​ໄປ​ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອິຣ່ານມີ​ອາວຸດ​ນີ​ວ​ເຄຼຍ ນັ້ນ ຂ້າພະ​ເຈົ້າໝາຍ​ເຖິງ​ວ່າ​ ​ເຄີຍ​ໄດ້​ຍິນ​ມາ​ແລ້ວ ຂ້າພະ ​ເຈົ້າຄິດ​ວ່າ​ເຮົາ​ຈະ​ໄດ້​ຍິນ​ວ່າ​ສຽງ​ພາສາ​ອາຣັບ ມັນ​ກໍອອກ​ມາຄ້າຍໆ​ກັນກັບ​ພາສາ Hebrew ເວລາ​ເວົ້າ​ເຖິງອິຣ່ານ.”

ທ່ານ​ນາງ Livni ​ເວົ້າ​ວ່າ ອີສຣາ​ແອ​ລ ຢາກ​ຮ່ວມ​ມື​ກັບ​ລັດຖະບານ​ອາຣັບ ທີ່​ມີ​ຄວາມ​ລະມັດລະວັງ​ເທົ່າ​ທຽມ​ກັນ ກ່ຽວ​ກັບ​ເລຶ່ອງອິຣ່ານ.

ລັດຖະມົນຕີ Livni ​ເວົ້າ​ອີກ​ວ່າ: “​ແຕ່​ກໍ​ໜ້າ​ເສຍ​ໃຈ ທີ່ບັນຫາແຍ້​ງກັນ​ທີ່ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ລະຫວ່າງ​ອີສຣາ​ແອ​ລ ​ແລະປາ​ແລັສ​ໄຕ ນັ້ນ ​ເຮັດ​ໃຫ້​ເປັນ​ໄປ​ບໍ່ໄດ້ ຫຼື​ມັນ​ລໍາບາກ​ຫຼາຍ ທີ່​ພວກ​ເຂົາ​ເຈົ້າຈະ​ປະຕິບັດ​ເຊັ່ນ​ນັ້ນ​ຮ່ວມ​ກັບ​ອີສຣາແອ​ລ ​ເພື່ອ​ຕໍ່ຕ້ານ​ອິຣ່ານ. ເພາະວ່າ ​ເວລາຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຈາກມະຫາຊົນ​ພາຍ​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ​ເອງແລ້ວ ​ເຂົາ​ເຈົ້າຖື​ວ່າອີສ​ແອ​ລ ຍັງ​ເປັນ​ສັດຕູ​ຂອງ​ເຂົາ​ເຈົ້າຢູ່.

ດັ່ງ​ທີ່ ທ່ານ Adam Ereli ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ເວົ້າ​ວ່າ ວໍ​ຊິງ​ຕັນ ຍັງ​ບໍ່​ໄດ້​ເຮັດ​ຫຍັງ​ລົງ​ໄປ​ຢ່າງ​ພຽງພໍ​ເທື່ອ ​ເພື່ອ​ຜ່ອນ​ຄວາມ​ເປັນ​ຫ່ວງ​ຂອງ Saudi ​ແລະ ອີ​ສຣາ​ແອ​ລ ລົງ​ໄປ ກ່ຽວ​ກັບ​ການ​ເຈ​ລະ​ຈາ​ກັນ​ເລຶ່ອງນີວ​ເຄຼຍນີ້.

ທ່ານ Ereli ​ເວົ້າ​ວ່າ: “ຄວາມ​ວິຕົກ​ກັງວົນ​ຂອງ​ເຂົາ​ເຈົ້ານັ້ນ ກໍ​ພໍ​ເຂົ້າໃຈ​ກັນ​ຢູ່ ​ເພາະວ່າພວກ​ເຂົາ​ເຈົ້າ​ກໍເຫັນ​ໃນ​ສິ່ງ​ທີ່​ກໍາລັງ​ເກີດ​ຂຶ້ນຢູ່​ໃນ​ວໍ​ຊິງ​ຕັນ ​ແລະ ນີວ ຢ໊ອກ ​ແລະ​ເຂົາ​ເຈົ້າກໍ່​ບໍ່​ໄດ້​ຍິນ​ຫຍັງ​ແຕກ​ຕ່າງ​ໄປ​ຈາກ​ເຈົ້າໜ້າ​ທີ່ອາວຸ​ໂສ​ຂອງ​ລັດຖະບານ​ສະຫະລັດ.”

ທ່ານ​ເຊື່ອ​ວ່າ ຄວາມ​ກັງວົນ​ໃຈ​ກ່ຽວ​ກັບ​ເຈດ​ຕະນາ​ຂອງ​ອິຣ່ານນັ້ນ ​ແມ່ນ​ສົມເຫດ​ສົມ​ຜົນ​ແລ້ວ.

ທ່ານ Ereli ​ເວົ້າ​ວ່າ​: “ຂ້າພະ​ເຈົ້າຄິດ​ວ່າ ​ເປົ້າໝາຍ​ຂອງ​ເຂົາ​ເຈົ້າກໍ​ເພື່ອ ພັດທະ ນາ​ອາວຸດ​ນີວ​ເຄຼຍຫັ້ນ​ຫຼ່ະ ​ແລະ​ພວກ​ເຂົາ​ເຈົ້າຈະ​ບໍ່​ຮັບ​ເອົາ​ຂໍ້​ຈໍາກັດ​ໃດໆ ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ເຂົາ​ເຈົ້າ​ເຮັດ​ດັ່ງ​ນັ້ນ​ໄດ້ ​ແມ່ນ​ແຕ່​ການບັນ​ເທົາ​ການ ລົງ​ໂທດ​ກໍ​ຕາມ.”

ອິຣ່ານ​ເວົ້າ​ວ່າ ຕົນ​ຈະ​ບໍ່​ພະ​ຍາ​ຍາມ​ພັດທະນາ​ອາວຸດ​ປະ​ລະ​ມາ​ນູ ​ແລະ​ພຽງ ​ແຕ່​ດໍາ​ເນີນ​ໂຄງການ​ນີວ​ເຄຼຍດ້ານ​ພົນລະ​ເຮືອນ​ຢ່າງ​ສັນຕິ​ເທົ່າ​ນັ້ນ. ສື່​ມວນ ຊົນ​ຂອງ​ທາງ​ການ​ເວົ້າ​ວ່າການ​ເຈລະຈາ​ກັນ​ໃນ​ເດືອນ​ຕຸລາ​ຜ່ານ​ມາ ກັບ​ກຸ່ມ​ສິ້ງ​ຊອມ​ນີວເຄຼຍຂອງ​ສະຫະປະຊາ​ ຊາດ​ນັ້ນ ​ແມ່ນ​ໄດ້​ທັບ​ມ້າງ ສະພາບການ​ບໍ່​ໄປ​ບໍ່​ມາ ລະຫວ່າງ​ອິຣ່ານ ​ແລະ​ອົງການດັ່ງ ກ່າວ​ລົງ​ໄດ້

ທ່ານ Akbar Ahmed ອາຈານ​ສອນ ປະ​ຈໍາ​ມະຫາ​ວິທະຍາ​ໄລ American Univer sity ​ເວົ້າ​ວ່າ ຄວາມ​ກ້າວໜ້າ​ກ່ຽວ​ກັບ​ການ​ເຈລະຈາ​ກັນ​ດັ່ງກ່າວ ​ໄດ້​ມີ​ຂຶ້ນຫຼັງຈາກ​ການ​ເລືອກ​ຕັ້ງ​ຂອງ​ປະທານາທິບໍດີ Hassan Rouhani ຜູ້​ທີ່​ກໍາລັງຫັນປ່ຽນທິດ​ທາງໃໝ່​ຂອງ​ອິຣ່ານ.

ທ່ານ Ahmed ​ເວົ້າ​ວ່າ​: “ຂ້າພະ​ເຈົ້າຄິດ​ວ່າ ມີ​ການ​ເຊື່ອ​ກັນແລ້ວ ຈາກ​ຝ່າຍ​ອິ ຣ່ານ ວ່າ ພວກ​ເຮົາ​ສາມາດ ​ແລະ​ພວກ​ເຮົາ​ຕ້ອງ​ປະຕິ​ບັດ​ງານ​ຢູ່​ ພາຍ​ໃນ​ກຸ່ມ​ລະຫວ່າງ​ຊາດ ພາຍ​ໃຕ້ຂອບ​ຂອງ​ປະຊາ​ຄົມນາໆ​ຊາດ ​ແລະ ວ່າ​ພວກ​ເຮົາ​ຢາກເຂົ້າມາ ອອກຈາກ​ຄວາມ​ເສີຍ​ເມີຍ​ນັ້ນ.”

ທ່ານ ​ແຄຣີ ​ເວົ້າ​ວ່າ ສະຫະລັດ​ຫວັງ​ຢາກ​ເຫັນ​ການເອົາ​ບາດກ້າວ​ຢ່າງ​ໜັກແໜ້ນ​ຈາ​ກ ອິຣ່ານ.

ທ່ານ​ ​ແຄຣີ ​ເວົ້າວ່າ: “​ສາຍຕາ​ຂອງ​ພວກ​ເຮົາ​ແມ່ນ​ເປີດ​ກວ້າງແລ້ວ​ ໃນ​ຂະນະ​ນີ້. ນັ້ນ​ຄືການ​ປະຕິບັດ​ງານ​ໃດໆ​ຈະ​ຕ້ອງ​ເປັນ​ຈິງ. ອິຣ່ານຕ້ອງ​ໃຫ້​ມີ​ການ​ພິສູດໄດ້​ຢ່າງ​ເຕັມ​ສ່ວນ ປະຕິບັດ​ພາລະກິດ​ໃຫ້​ສໍາ​ເລັດ​ລຸ​ລ່ວງ ​ແລະ​ບໍ່​ມີ​ຄໍາ​ເວົ້າໃດໆ​ຈະ​ມາທົດ​ແທນ​ການ​ປະຕິບັດ​ນັ້ນ​ໄດ້.”

ທ່ານ ​ແຄຣີ ​ເວົ້າ​ວ່າ ມີແຕ່ການ​ປະຕິບັດ​ການ​ທີ່​ສາມາດ​ພິສູດ​ໄດ້​ເທົ່າ​ນັ້ນ ທີ່​ຈະ​ນໍາ​ໄປ​ສູ່​ການ​ຜ່ອນຜັນ​ການ​ລົງ​ໂທດ​ຂອງ​ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ ທີ່​ໄດ້​ຕັດ​ການ​ສົ່ງ​ອອກ​ນໍ້າມັນ​ຂອງ​ອິຣ່ານລົງ ​ໃນປະລິມານ​ຫຼາຍ​ກວ່າ ນຶ່ງ​ລ້ານ​ຖັງ​ຕໍ່​ມື້ ຊຶ່ງ​ໄດ້​ເຮັດ​ໃຫ້​ເກີດ​ສະພາບ​ເງິນ​ເຟີ້ ​ແລະ​ເຮັດ​ໃຫ້​ຄ່າ​ເງິນຕາ​ຂອງ​ອິຣ່ານຕົກ​ຕໍ່າລົງ​ໄປ​ນັ້ນ.
XS
SM
MD
LG