ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ແລະ ປະເທດ ມະຫາອໍານາດ ເຈລະຈາ ນິວເຄຼຍ ອີກຮອບໃໝ່ (ວີດີໂອ)


Iran, World Powers Focus In on Final Deal
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

ເບິ່ງວີດີໂອ ຂອງລາຍງານນີ້

ຄະນະ​ເຈ​ລະ​ຈາ​ນິວ​ເຄຼຍຈາກ​ອິຣ່ານ​ແລະຫົກ​ປະ​ເທດ​ມະຫາ​
ອໍານາດ​ຂອງ​ໂລກ ພົບປະກັນ ​ໃນ​ການ​ເຈລະຈາ​ ເລື້ອງນີວ​
ເຄຼຍຮອບ​ໃໝ່ ​ໃນ​ວັນ​ອັງຄານ ທີ່ 18 ກຸມພາ​ມື້​ນີ້ ທີ່ນະຄອນ
ຫຼວງ​ວຽນນາ ປະ​ເທດ​ອອສ​ເຕຣຍ ຊຶ່ງເປົ້າ ໝາຍສໍາຄັນກໍ​
ແມ່ນ ເພື່ອໃຫ້ບັນລຸ​ຂໍ້​ຕົກລົງ​ບັ້ນ​ສຸດທ້າຍ ທີ່​ແນໃສ່​ຮັບປະ
ກັນ ບໍ່​ໃຫ້​ອິຣ່ານ ສ້າງ​ອາວຸດ​ນີວເຄຼຍ ​ເພື່ອ​ແລກປ່ຽນ​ ກັບ​
ການ​ຍຸຕິ​ການ​ລົງ​ໂທດ ຕ່າງໆຂອງ​ຝ່າຍ​ຕາ​ເວັນ​ຕົກ ທີ່​ໄດ້​
ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ແກ່​ເສດຖະກິດ​ຂອງ​ອິຣ່ານຢ່າງ​
ໜັກ​ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Jeff Seldin ມີ​ລາຍ​ງານກ່ຽວ​
ກັບ​ເລຶ່ອງນີ້ ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານໃນ​ອັນ​ດັບ​
ຕໍ່​ໄປ


​ພຽງ​ເມື່ອ​ສາມ​ເດືອນ​ກ່ອນ​ນີ້ ມີ​ແຕ່​ຮອຍ​ຍິ້ມ​ ແລະ​ຄວາມ​ຮູ້ສຶກ​ມີ​ຄວາມ​ຫວັງ ຫຼັງ​ຈາກ ທີ່ ບັນດາ​ປະ​ເທດ​ມະຫາ​ອໍານາດ​ໂລກ ​ແລະ​ອິຣ່ານ ​ໄດ້ບັນລຸ​ຂໍ້ຕົກ ລົງ​ຊົ່ວ​ຄາວ​ເລື້ອງນີວ​ເຄຼຍກັນ ​ແຕ່​ມາບັດ​ນີ້ ຮອຍ​ຍິ້ມ​ໄດ້​ຈາງ​ຫາຍ​ໄປ.

ທ່ານ Hassan Rouhani ປະທານາທິບໍດີ​ອິຣ່ານ ​ໄດ້​ໃຊ້​ວັນ​ຄົບຮອບ​ປີ ​ທີ 35 ຂອງ​ການ​ປະຕິວັດ​ອິສລາມ ​ເມື່ອອາທິດ​ຜ່ານ​ມາ​ນີ້ ປະກາດວ່າ ​ໂຄງການ​ນີວ​ເຄຼຍຂອງ​ເຕຫະ ຣ່ານ ຈະ​ດໍາ​ເນີນຕະຫຼອດ​ໄປ ແລະ​ທ່ານໄດ້ ຖືເບົາ​ແນວ​ຄິດທີ່​ວ່າ ​ບັນດາ​ປະ​ເທດ​ມະຫາ​ອໍານາດ​ຈະ​ຫັນ​ໄປດໍາ​ເນີນ​ການ​ທາງ​ທະຫານຕ້ານອິຣ່ານ ຖ້າ​ຫາກ​ອິຣ່ານຍັງ​ສືບ​ຕໍ່​ໂຄງ ກາ​ນນິວ​ເຄລຍຂອງ​ຕົນ​ຕໍ່​ໄປ.

​ສ່ວນ​ໃນ​ດ້ານຂອງ​ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ນັ້ນ ກໍເບິ່ງ​ຄື​ວ່າບໍ່​ມີ​ທ່າ​ທີວິຕົກກັງວົນແຕ່ຢ່າງ​ໃດ ​ເວ​ລາ​ທ່ານ​ໃຫ້​ສໍາພາດ​ຂ່າວ​ກັບ​ປະທານາທິບໍດີຝຣັ່ງ ທ່ານ Francis Hollande.

ທ່ານ ​ໂອ​ບາ​ມາ ​ເວົ້າ​ວ່າ: “ພວກ​ເຮົາ​ຍັງ​ຄົງ​ເປັນ​ເອກະພາບ​ກັນ ​ໃນເລື້ອງ ເປົ້າ ໝາຍ​ສູງ​ສຸດ​ຂອງ​ພວກ​ເຮົາ​ນັ້ນ​ຢູ່ ຊຶ່ງ​ກໍຄື​ການ​ປ້ອງ​ກັນ​ບໍ່​ໃຫ້​ອິຣ່ານມີ​ອາວຸດ​ນີວ​ເຄຼຍ​ໃຫ້​ໄດ້. ຖ້າ​ຫາກ​ວ່າ​ອິຣ່ານ​ໄດ້​ເຮັດ ໃນ​ສິ່ງ​ທີ່ໃຫ້​ຄວາມ​ໝັ້ນ​ໃຈ ແກ່​ພວກ​ເຮົາ​ໄດ້ໃນ​ທາງ​ເທັກ​ນິກແລ້ວ​ ກໍ​ອາດ​ຈະສາມາດມີ​ການ​ຕົກລົງ​ກັນໄດ້ ​ແຕ່ຖ້າ​ຫາກ​ອິຣ່ານບໍ່ເຮັດ​ຕາມ​ນັ້ນ​ແລ້ວ ກໍ​ຈະ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ.”

ນັກວິ​ເຄາະ Richard Lebaron ປະ​ຈໍາ​ອົງ​ການ Atlantic Council ມີ​ຄວາມ​ເຫັນ​ດັ່ງ​ນີ້:

ທ່ານ ​ເລ​ບາຣັນ ​ເວົ້າ​ວ່າ​: “ອຸບປະສັກ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ ກໍ​ຄື​ການ​ເຮັດ​ໃຫ້​ທັງ​ສອງຝ່າຍ​ ມີ​ຄວາມພໍ​ໃຈວ່າ ພວກ​ເຂົາ​ເຈົ້າ​ໄດ້​ຮັບຜົນ​ປະ​ໂຫຍ​ດຢ່າງພຽງພໍ​ ເພື່ອ​ທີ່​ຈະໃຫ້ບັນລຸ​ຂໍ້​ຕົກລົງກັນ​ໄດ້ນັ້ນ​.”

ທ່ານ LeBaron ຊຶ່ງ​ເປັນອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ບອກ​ວີ​ໂອ​ເອວ່າ ການ​ທີ່​ຈະ​ເຮັດ​ໃຫ້​ອິຣ່ານພໍ​ໃຈນັ້ນ ອາດ​ເປັນ​ເລຶ່ອງທີ່​ຍາກ​ເປັນ​ພິ​ເສດ.

ທ່ານ ​ເລ​ບາ​ຣັນ ​ເວົ້າ​ວ່າ: “ພວກ​ເຮົາ​ແມ່ນ​ຈະຕ້ອງການຫຼາຍ​ໄປກວ່າ ທີ່ ອິຣ່ານ ຄິດວ່າ ພວກເຮົາຢາກໄດ້ ​ໃນ​ແງ່​ຂອງ​ການ​ຮັບປະກັນ ​ແລະ​ໃນ​ແງ່​ຂອງ​ການ​ກວດກາ​ແບບຮອບດ້ານ​ນັ້ນ.”

ທ່ານ David Albright ນັກວິ​ເຄາະແລະອະດີດ​ຜູ້​ກວດກາ​ນີວ​ເຄຼຍ ເວົ້າໃນຕອນ​ໃຫ້ ການ​ຕໍ່ສະມາຊິກ​ສະພາ​ສະຫະລັດ​ວ່າ ການ​ທີ່​ຈະ​ໄປ​ເຖິງ​ຈຸດ​ນັ້ນໄດ້​ ກໍຄົງຈະຕ້ອງ ໄດ້ ສ້າງໃຫ້​ມີ​ຄວາມໄວ້​ວາງ​ໃຈ​ກັນ​ໃນລະດັບທີ່ບໍ່ເຄີຍມີມາ​ກ່ອນ ຈົນຮອດປັດຈຸບັນ​ນີ້ ​ເຖິງ​ແມ່ນ​ໄດ້​ມີ​ຂໍ້​ຕົກ​ລົງ​ກັນ​ຊົ່ວ​ຄາວ​ໃນ​ເບື້ອງຕົ້ນ​ກໍ​ຕາມ.

ທ່ານ ອອລ​ໄບຣ້ ​ເວົ້າ​ວ່າ: “ແຕ່ວ່າ ຄວາມ​ສໍາ​ເລັດ​ໃນ​ອະ​ດີດ​ນັ້ນ ບໍ່ແມ່ນວ່າ ຈະ​ຮັບປະກັນ​ຄວາມ​ສໍາ​ເລັດ​ໃນ​ອະ​ນາ​ຄົດ​ໄດ້ສະເໝີໄປ ​ໂດຍ​ສະ​ເພາະ​ຢ່າງ ຍິ່ງ ກັບອິຣ່ານ ​ທີ່ຮຽນຮູ້ຈາກການເຄີຍຖືກ​ຈັບ​ໄດ້ ແລະຮຽນ​ຮູ້​ວິທີຊຸ​ກ​ເຊຶ່ອງ ໄດ້ເກັ່ງຂຶ້ນ.”

​ແລະເລື້ອງນີ້​ຫຼ່ະ​ທີ່​ສ້າງ​ຄວາມ​ກັງວົນ​ໃຈ​ໃຫ້​ແກ່​ທ່ານ Robert Menendez ປະທານ​ຄະນະ​ກໍາມະການ​ຄວາມ​ສໍາພັນ​ຕ່າງປະ​ເທດຂອງ​ສະພາ​ສູງ​ສະຫະລັດ.

ສະມາຊິກ​ສະພາ​ສູງ Menendez ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ມີ​ວັນ​ທີ່​ຈະ​ພຶງ​ພໍ​ໃຈ ຈົນ​ກວ່າ​ພວກ​ເຮົາ​ຮັບປະກັນ​ໄດ້​ວ່າ ອິຣ່ານບໍ່​ມີ​ສະມັດຖະພາບ​ທາງອາວຸດ​ນີວ​ເຄຼຍ ອີກ​ຕໍ່​ໄປ​ແລ້ວນັ້ນ.”

ສະມາຊິກ​ສະພາສູງ Menendez ​ແລະ​ຜູ້​ອື່ນໆ ​ໄດ້​ຜັກ​ດັນຕະຫຼອດ​ມາ ​ເພື່ອໃຫ້ສະຫະ ລັດ ຮັກສາ​ມາດ​ຕະການ​ລົງ​ໂທດ​ທີ່​ໜັກໜ່ວງ​ຕໍ່​ອິຣ່ານ ໄວ້​ຕໍ່​ໄປ ​ແມ່ນແຕ່ໃນຂະນະທີ່​ການ​ເຈ​ລະ​ຈາ​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ ຊຶ່ງ​ເປັນ​ເລື້ອງ ທີ່​ສ້າງຄວາມບໍ່ພໍໃຈ ໃຫ້ແກ່​ທ່ານ Javad Zarif ລັດຖະມົນຕີ​ຕ່າ​ງປ​ະ​ເທດ ອິຣ່ານ.

ລັດ​ຖະມົນຕີ​ຕ່າ​ງປະ​ເທດ ຊາຣິຟ ​ເວົ້າ​ວ່າ: “ໜ້າ​ເສຍ​ໃຈ ທີ່​ການປະພຶດ ຂອງຝ່າຍ ອາ​ເມຣິກາ ໃນໄລຍະ​ສອງ​ສາມເດືອນ​ຜ່ານ​ມາ​ນີ້ ບໍ່ໄດ້ຊ່ວຍ ສ້າງ​ຄວາມ​ໄວ້​ວາງ​ໃຈ​ກັນ​ເລີຍ.”

​ເຖິງຢ່າງໃດກໍຕາມ ບັນດາ​ສະມາຊິກ​ສະພາ​ສະຫະລັດ ​ເຊັ່ນ ສະມາຊິກ​ສະພາສູງ Marco Rubio ສັງກັດ​ພັກຣີພັບ​ບລິ​ກັນ ໄດ້ຊີ້​ໄປໃສ່​ການ​ສືບ​ຕໍ່​ ​ພະຍາຍາມຢ່າງ​ບໍ່​ລົດ​ລະຂອງ​ອິຣ່ານ ເພື່ອສະແຫວງຫາເທັກ​ໂນ​ໂລ​ຈີ່​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ທີ່​ສາມາດໃຊ້​ເປັນ​ຕົວ​ນໍາ​ສົ່ງ​ຫົວ​ລະ​ເບີດນີວ​ເຄຼຍໄດ້ນັ້ນ ແລະເວົ້າວ່າ ມັນເປັນ​ຮ່ອງຮອຍ​ທີ່ສະ​ແດງໃຫ້​ເຫັນ​ວ່າ ອິຣ່ານບໍ່​ໄດ້ເອົາ​ຈິງ​ເອົາ​ຈັງ​ໃນ​ເລຶ່ອງຂໍ້​ຕົກລົງ​ກັນ​ນີ້​ ແຕ່​ຢ່າງ​ໃດ.

ທ່ານ Rubio ​ເວົ້າ​ວ່າ: “​ແລະ​ມື້​ໃດ​ມື້​ນຶ່ງ ພວກ​ເຮົາ​ກໍຈະ​ຕື່ນ​ຂຶ້ນມາ ໄດ້​ຍິນ​ຂ່າວວ່າ​ ອິຣ່ານ​ໄດ້​ທົດ​ລອງ​ອາວຸດນິວເຄຼຍ ຫຼືໄດ້​ພິສູດ​ໃຫ້ເຫັນເຖິງຄວາມ​ສາມາດໃນ ການມີອາວຸດ​ນິວ​ເຄຼວ​ ​ແລະ​ເມື່ອ​ເວລາ​ມື້​ນັ້ນ​ມາ​ເຖິງ ​ກໍ​ຂໍໃຫ້​ພະ​ເຈົ້າຈົ່ງ​ຊ່ວຍ​ພວກ​ເຮົາ​ທຸກໆ​ຄົນເຖີ້ນ.”

​ແຕ່​ບາງ​ຄົນ​ກໍ​ເວົ້າ​ວ່າ ການ​ລົງ​ໂທດ​ທາງ​ເສດຖະກິດ​ຕໍ​່ອິຣ່ານນັ້ນ ແມ່ນໄດ້ ສ້າງຄວາມ ດືອດຮ້ອນຢ່າງໃຫຍ່ຫຼວງໃຫ້ແກ່ອິຣ່ານແລ້ວ. ສະນັ້ນການ​ຕົກ ລົງກັນຂັ້ນສຸດ​ທ້າຍ ເລື້ອງ ນີວ​ເຄຼຍ ກໍອາດ​ຈະ​ຫຼີກ​ລ່ຽງບໍ່​ໄດ້. ທ່ານ Mark Dubowitz ປະ​ຈໍາ ​ມູນ​ນິທີເພື່ອ​ການ​ປ້ອງ​ກັນ​ປະ​ເທດປະຊາທິປະ​ໄຕ ​ມີຄວາມ​ເຫັນ​ດັ່ງນີ້:

ທ່ານ Dubowitz ​ເວົ້າ​ວ່າ: “ຖ້າ​ຫາກ​ປະທານາທິບໍດີ ​ຣູຮາ​ນີ ຕ້ອງ​ການ​ຢາກຄໍ້າ ປະກັນ ໃຫ້ມີ​ການຟື້ນ​ຕົວ​ຄືນ​ດ້ານ​ເສດຖະກິດ​ ຢ່າງ​ມີ​ຄວາມ​ໝາຍ​ແກ່​ຊາວອິ ຣ່ານ ທັງຫຼາຍ​ແລ້ວ ທ່ານກໍ​ຈະ​ຕ້ອງມາ​ທີ່​ໂຕະ​ເຈລະຈາ​ ​ແລະ​ຕອບສະໜອງ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາ​ຄົມ​ໂລກ.”

​ແຕ່​ກໍ​ຍັງ​ມີ​ຄົນ​ອື່ນໆ ທີ່​ເຕືອນ​ວ່າ ​ເອົາ​ຫຍັງ​ແນ່​ນອນ​ບໍ່​ໄດ້ດອກ ກັບອິຣ່ານ ປະ​ເທດທີ່​ມີ​ຄວາມເຕັມໃຈໃນການທ້າທາຍຕໍ່ຄໍາ​ຮຽກຮ້ອງ​ຕ້ອງການ​ຂອງ​ນານາ​ຊາດ​ ມາ​ແຕ່​ດົນນານ​ແລ້ວ​ນັ້ນ.
XS
SM
MD
LG