ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ບໍ່ເຫັນຄວາມກ້າວໜ້າໃດໆ ກ່ຽວກັບຂໍ້ຕົກລົງທາງດ້ານນິວເຄລຍ ຢູ່ກອງປະຊຸມສະຫະປະຊາຊາດ

ແຟ້ມ-ຢູ່ໃນຮູບພາບທີ່ໄດ້ຮັບການເປີດເຜີຍຈາກອົງກອນປະລະມະນູຂອງ ອີຣ່ານນີ້, ພະນັກງານດ້ານເຕັກນິກ ເຮັດວຽກຢູ່ທີ່ວົງຈອນທີສອງ ຂອງເຄື່ອງປະຕິກອນນໍ້າທີ່ໜັກ, ໃນລະຫວ່າງການຢ້ຽມຢາມພື້ນທີ່ຂອງເຈົ້າໜ້າທີ່, ໃກ້ໆເມືອງອາເຣັກ ຫ່າງຈາກນະຄອນຫຼວງເຕຫະຣ່ານໄປທາງທິດຕາເວັນຕົກສຽງໃຕ້ 250 ກິໂລແມັດ, ທີ 23 ທັນວາ 2019.

ອີຣ່ານ ແລະປະເທດຕາເວັນຕົກ ຍັງຄົງຂັດແຍ້ງກັນໃນວັນອັງຄານວານນີ້ ກ່ຽວກັບການສືບ​ສວນ ໃນ​ການ​ຊອກ​ຫາ​ຮ່ອງ​ຮອຍ​ຂອງທາດຢູເຣນຽມ ຢູ່​ສະ​ຖານທີ່ທັງສາມແຫ່ງຂອງອີຣ່ານ ເນື່ອງຈາກສະຫະລັດກ່າວວ່າ ພວກເຂົາເຈົ້າບໍ່ໄດ້ຄາດຫວັງທີ່​ຈະ​ເກີດ​ຄວາມ​ກ້າວ​ໜ້າ ໃນ​ການຟື້ນຟູ​ຂໍ້​ຕົກ​ລົງນິວເຄລຍຂອງອີຣ່ານ​ ສະ ບັບປີ 2015 ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດໃນ​ອາ​ທິດນີ້, ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.

ເຕຫະຣ່ານ ໄດ້ຜັກດັນວໍຊິງຕັນໃຫ້ປິດການສືບສວນໂດຍອົງການປະລະມະນູສາກົນ ຫຼື IAEA ໃນການຕິດຕາມຫາ​ຮ່ອງ​ຮອຍ​ຂອງທາດຢູເຣນຽມ ​ທີ່​ພົບ​ເຫັນຢູ່ໃນສາມສະ​ຖານທີ່ ທີ່​ບໍ່​ໄດ້​ມີ​ການ​ປະ​ກາດ ກ່ອນພວກເຂົາເຈົ້າ​ຈະ​ຈັດ​ຕັ້ງປະຕິ ບັດໂດຍ​ເຕັມ ຕາມຂໍ້ຕົກລົງ ເພື່ອຟື້ນຟູສົນທິສັນຍານິວເຄລຍ.

ຢ່າງໃດກໍຕາມ, ສະຫະລັດ ແລະບັນດາປະເທດພັນທະມິດຂອງພວກເຂົາເຈົ້າ ປະຕິເສດຕໍ່ທ່າທີດັ່ງກ່າວໂດຍໂຕ້ຖຽງວ່າ ການສືບສວນຈະສິ້ນລົງເມື່ອ ອີຣ່ານ ໄດ້ໃຫ້ຄໍາຕອບທີ່ໜ້າພໍໃຈແກ່ພະ​ແນກ​ການ​ຂອງອົງການສະຫະປະຊາຊາດ ທີ່ມີສໍານັກງານ​ຕັ້ງຢູ່ນະຄອນວຽນນາ.

​ມະ​ຕິຂອງການສືບສວນ ມີຄວາມສໍາຄັນຕໍ່ອົງການ IAEA, ເຊິ່ງພະຍາຍາມເຮັດໃຫ້ໝັ້ນໃຈວ່າ ພັກຝ່າຍຕ່າງໆຂອງສົນທິສັນຍາຫ້າມ​ແຜ່​ຜາຍ​ນິວເຄລຍ ບໍ່​ໄດ້​ຫັນ​ປ່ຽນ​ວັດ​ຖຸນິວ​ເຄ​ລຍ ​ທີ່ພວກ​ເຂົາ​ສາ​ມາດ​ນຳ​ໄປ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ.

ແຟ້ມ-ປະທານາທິບໍດີມາກຣົງ ຈັດການປະຊຸມທະວີພາຄີກັບປະທານາທິບໍດີຂອງອີຣ່ານ ທ່ານອີບຣາຮິມ ຣາຍຊີ ຢູ່ນອກການປະຊຸມສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດຄັ້ງທີ 77 ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນນິວຢອກ, ວັນທີ 20 ກັນຍາ 2022.

ປະທານາທິບໍດີຂອງຝຣັ່ງ ທ່ານເອມມານູເອລ ມາກຣົງ ແລະປະທານາທິບໍດີອີຣ່ານ ທ່ານອີບຣາຮິມ ຣາຍຊີ (Ebrahim Raisi), ຕ່າງກໍວາງທ່າ​ທີ ທີ່ຄ້າຍຄືກັນກ່ຽວກັບ​ການ​ຊອກຫາທາດຢູເຣນຽມ ລຸນຫຼັງການສົນທະນາຂອງພວກທ່ານທັງສອງ ໃນລະຫວ່າງການພົບ​ປະ​ປະ​ຈຳ​ປີຂອງບັນດາຜູ້ນໍາໂລກທີ່ນະຄອນນິວຢອກ.

ທ່ານມາກຣົງ ກ່າວກັບບັນດານັກຂ່າວລຸນຫຼັງການພົບປະກັບ ທ່ານຣາຍຊີ ວ່າ ປະເທດຕາເວັນຕົກ ຈະ​ບໍ່ກົດດັນ​ໃຫ້ອົງການ IAEA ປິດການສືບສວນ, ເຊິ່ງທ່ານໄດ້ກ່າວວ່າ “ປັດຈຸບັນ, ໝາກບານໜ່ວຍນີ້ແມ່ນຢູ່ໃນ​ເດີ່ນຂອງ ອີຣ່ານ, ເຊິ່ງຈໍາເປັນຕ້ອງໄດ້ກ່າວວ່າ ພວກເຂົາຈະຮັບເງື່ອນໄຂຕ່າງໆທີ່ໄດ້ມີການກໍານົດຢ່າງເປັນທາງການໂດຍຝ່າຍອາເມຣິກັນ ແລະຢູໂຣບຫຼື​ບໍ່.”

ໃນການຖະແຫຼງການຢູ່ທີ່ທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລລີວານ ກ່າວວ່າທ່ານບໍ່ໄດ້ຄາດຫວັງກ່ຽວກັບຄວາມກ້າວໜ້າໃດໆໃນລະຫວ່າງການປະຊຸມຂອງອົງການສະຫະປະຊາຊາດພາຍໃນອາທິດນີ້, ແຕ່​ກໍເນັ້ນຢໍ້າເຖິງຄວາມເຕັມໃຈຂອງສະຫະລັດ ທີ່​ຈະຟື້ນຟູຂໍ້ຕົກລົງດັ່ງກ່າວ ຊຶ່ງ​ຝ່າຍ​ອີ​ຣ່ານ​ຕ້ອງ​ໄດ້ຈໍາກັດໂຄງການນິວເຄລຍຂອງ​ຕົນ ເພື່ອ​ເປັນ​ການຕອບແທນ ສໍາລັບການຫຼຸດຜ່ອນການລົງໂທດທາງດ້ານເສດຖະກິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG