ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາຍພົວພັນລະຫວ່າງ ອີຣ່ານ ກັບ ເທີກີ ມີຄວາມເຄັ່ງຕຶງ ເພີ່ມຂຶ້ນຢ່າງວ່ອງໄວ


ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຄຳປາໄສໃນກອງປະຊຸມຂອງບັນດາຜູ້ນຳທ້ອງຖິ່ນ ໃນນະຄອນຫຼວງ ອັງກາຣາ, ເທີກີ. 1 ທັນວາ, 2016.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຄຳປາໄສໃນກອງປະຊຸມຂອງບັນດາຜູ້ນຳທ້ອງຖິ່ນ ໃນນະຄອນຫຼວງ ອັງກາຣາ, ເທີກີ. 1 ທັນວາ, 2016.

ຄວາມເຄັ່ງຕຶງລະຫວ່າງປະເທດເພື່ອນບ້ານ ເທີກີ ກັບ ອີຣ່ານ ແມ່ນກຳລັງຮຸນແຮງຂຶ້ນ, ດ້ວຍຫຼາຍປະເທດຕໍ່ສູ້ເພື່ອອຳນາດໃນປະເທດ ຊີເຣຍ ແລະ ອີຣັກ ທີ່ຖືກທຳລາຍໂດຍສົງ ຄາມ. ແຕ່ມັນມີຄວາມເປັນຫ່ວງວ່າ ການຊີງດີຊີງເດັ່ນກັນແມ່ນກຳລັງເຕີມເຊື້ອໄຟ ໃຫ້ການ ແບ່ງແຍກຄົນນອກສາສະໜາໃນພາກພື້ນ. ດັ່ງທີ່ນັກຂ່າວວີໂອເອ Dorian Jones ລາຍ ງານຈາກນະຄອນ ອິສຕານບູລ ນັ້ນແມ່ນວ່າ ຄວາມເຄັ່ງຕຶງກໍອາດເປີດປະຕູໄວ້ໃຫ້ການ ຮ່ວມມືກັບປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ເຊັ່ນກັນ. ຕໍ່ໄປ ພຸດທະສອນ ຈະມີລາຍລະອຽດມາສະເໜີທ່ານ.

ຕາມທາງການແລ້ວ ລັດຖະບານ ອັງກາຣາ ກ່າວວ່າ ພວກເຂົາເຈົ້າມີຄວາມສຸກໃນການມີ ສາຍພົວພັນກັບ ເຕເຮຣ່ານ ເພື່ອນບ້ານທີ່ດີຂອງພວກເຂົາເຈົ້າ. ແຕ່ສົງຄາມຄຳເວົ້າທີ່ກຳ ລັງຂະຫຍາຍຂຶ້ນ ໃນຂ່າວຂອງສື່ມວນຊົນທີ່ສະໜັບສະໜູນລັດຖະບານຂອງ ເທີກີ ໄດ້ລາຍ ງານໄປນັ້ນ ແມ່ນເລື່ອງທີ່ມີຄວາມແຕກຕ່າງອອກໄປ, ອີງຕາມ ທ່ານ Semih Idiz ນັກ ຂຽນເລື້ອງການເມືອງຈາກເວັບໄຊ Al-Monitor ແລະ ໜັງສືພິມປະຈຳວັນ Hurriyet ຂອງ ເທີກີ.

ທ່ານ Idiz ກ່າວວ່າ “ມັນເຂົ້າປະເດັນຫຼາຍ ທີ່ມັນປາກົດໃຫ້ເຫັນວ່າພວກເຮົາມີການໂຄ ສະນາຕໍ່ຕ້ານ ອີຣ່ານ ໃນສື່ມວນຊົນອິສລາມທີ່ສະໜັບສະໜູນລັດຖະບານ. ຂ້າພະເຈົ້າ ໄດ້ອ່ານການໃຫ້ຄຳເຫັນໂດຍບຸກຄົນສຳຄັນໃນອີກປະເທດໜຶ່ງທີ່ສະເໜີວ່າ ອີຣ່ານ ແມ່ນໜຶ່ງໃນຈຳພວກສັດຕູຄົນສຳຄັນຂອງ ເທີກີ ທີ່ບໍ່ພຽງແຕ່ເປັນຄູ່ແຂ່ງໃນປະພາກ ພື້ນເທົ່ານັ້ນ, ຍ້ອນວ່າພວກເຂົາເຈົ້າກຳລັງສະໜັບສະໜູນເຄື່ອງໝາຍສາສະໜາພວກ ເຂົາເຈົ້າຢູ່, ເຊິ່ງແມ່ນ ອິສລາມ ນິກາຍ ຊີໄອ. ແຕ່ຂ້າພະເຈົ້າບໍ່ໄດ້ເຫັນການປະເຊີນ ໜ້າກັນໂດຍກົງຕາມຄວາມເປັນຈິງ ເຖິງແມ່ນວ່າຂ້າພະເຈົ້າຈະເຫັນການປະເຊີນໜ້າ ກັນຜ່ານພວກກຸ່ມຕົວແທນ ແລະ ໃນຫຼາຍວິທີທີ່ມັນໄດ້ເກີດຂຶ້ນແລ້ວກໍຕາມ.”

ປະທານາທິບໍດີຂອງ ເທີກີ ທ່ານ Recep Tayyip Erdogan ແມ່ນຄົນມຸສລິມທີ່ມີຈິດໃຈ ສັດທາໃນນິກາຍ ຊຸນນີ, ຜູ້ທີ່ໄດ້ຮັບການສະໜັບສະໜູນສ່ວນໃຫຍ່ຂອງທ່ານຈາກສະຖານ ທີ່ລົງຄະແນນສຽງທີ່ມີຜູ້ສັດທານິກາຍ ຊຸນນີ ຂະໜາດໃຫຍ່ຂອງປະເທດ.

ຜູ້ນຳສູງສຸດ ອີຣ່ານ ທ່ານ Ayatollah Ali Khamenei, ຂວາ, ເຈລະຈາກັບປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໃນລະຫວ່າງການພົບປະກັນຂອງພວກທ່ານໃນນະຄອນຫຼວງ ເຕຮະຣ່ານ, ອີຣ່ານ. 7 ເມສາ 2015.
ຜູ້ນຳສູງສຸດ ອີຣ່ານ ທ່ານ Ayatollah Ali Khamenei, ຂວາ, ເຈລະຈາກັບປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ໃນລະຫວ່າງການພົບປະກັນຂອງພວກທ່ານໃນນະຄອນຫຼວງ ເຕຮະຣ່ານ, ອີຣ່ານ. 7 ເມສາ 2015.

ທ່ານ Erdogan ແມ່ນກຳລັງກ່າວປະນາມການກະທຳຂອງພວກທະຫານບ້ານນິກາຍ ຊີ ໄອທີ່ໄດ້ຮັບການໜູນຫຼັງຈາກ ເຕຮະຣ່ານ ໃນ ອີຣັກ ຍິ່ງຂຶ້ນກວ່າເກົ່າ. ປະທານາທິບໍດີຂອງ ເທີກີ ໄດ້ກ່າວຫາພວກທະຫານບ້ານ ກ່ຽວກັບ ການແນເປົ້າໝາຍໂຈມຕີຊາວ ຊຸນນີ. ນອກ ນັ້ນ ທ່ານຍັງໄດ້້ກ່າວຫາ ລັດຖະບານ ເຕຮະຣ່ານ ໃນທາງອ້ອມ ກ່ຽວກັບ ການຫາທາງຂະ ຫຍາຍອິດທິພົນຂອງຕົນ ດ້ວຍການທຳລາຍຊາວມຸສລິມນິກາຍຊຸນນີ ຢູ່ໃນພາກພື້ນ. ແຕ່ ທ່ານນາງ Ayse Sozen Usluer ຫົວໜ້າຝ່າຍພົວພັນສາກົນຂອງທ່ານ Erdogan ໄດ້ ຢືນຢັນເຖິງ ຄວາມເປັນຫ່ວງ ດ້ານມະນຸດສະທຳ ແທນທີ່ຈະແມ່ນຄວາມແຕກຕ່າງທາງນິ ກາຍສາສະໜາ ທີ່ຄວບຄຸມນະໂຍບາຍຂອງ ເທີກີ.

ທ່ານນາງ Zosen ກ່າວວ່າ “ພວກເຮົາກຳລັງເຫັນວ່າ ຫຼັງຈາກທຸກໆການປະຕິບັດການ ຂອງທະຫານບ້ານຢູ່ພາກພື້ນນັ້ນ ພວກເຮົາກຳລັງເຫັນວ່າມີການປ່ຽນແປງຂອງພົນລະ ເມືອງ. ພວກເຮົາບໍ່ໄດ້ຕໍ່ຕ້ານພວກທະຫານບ້ານ ຊີໄອ ຍ້ອນວ່າພວກເຂົາເຈົ້າແມ່ນຊາວ ຊີໄອ. ແຕ່ພວກເຮົາຢາກຮັກສາຈຳນວນພົນລະເມືອງຢູ່ໃນພາກພື້ນ, ເຊັ່ນເມືອງ ເທລ ອາຟາ, ໂມຊູລ, ຈາຣາບູລັສ, ອາລ ບາບ, ຫຼື ແມ່ນຫຍັງກໍຕາມ.”

ທ່ານ Erdogan ໄດ້ສົ່ງລົດຖັງຫຼາຍຄັນໄປເຂດຊາຍແດນ ອີຣັກ, ແລະ ເຕືອນວ່າທ່ານຈະ ບໍ່ຢືນກຽມພ້ອມຢູ່ ຖ້າຊາວ ຊຸນນີ ຕົກເປັນຜູ້ເຄາະຮ້າຍຂອງພວກທະຫານບ້ານ ຊີໄອ ໃນ ການຕໍ່ສູ້ກັບພວກລັດອິສລາມໃນເມືອງ ໂມຊູລ ແລະ ເທລ ອາຟາ. ນັກວິເຄາະບາງຄົນ ເຕືອນວ່າ ປະເທດເພື່ອນບ້ານຂອງ ເທີກີ ເບິ່ງຄືຈະໃຫ້ທັດສະນະຕໍ່ປະເທດວ່າ ກຳລັງປະຕິ ບັດນະໂຍບາຍນອກສາສະໜາ ທີ່ມັນຈະເຮັດໃຫ້ພວກເຂົາເຈົ້າຢູ່ໃນເສັ້ນທາງການປະທະ ກັນກັບລັດຖະບານ ເຕຮະຣ່ານ.

ແຕ່ຄວາມເຄັ່ງຕຶງໃດໆທີ່ກຳລັງຂະຫຍາຍຂຶ້ນກັບລັດຖະບານ ເຕຮະຣ່ານ ນັ້ນ ອາດເປັນ ພື້ນຖານສຳລັບການຮ່ວມມື ກັບປະທານາທາທິບໍດີທີ່ຫາກໍຖືກເລືອກໃໝ່ ທ່ານ Donald Trump. ສາຍພົວພັນ ລະຫວ່າງ ສະຫະລັດ ແລະ ເທີກີ ຍັງຄົງຕຶງຄຽດຢູ່ຢ່າງເລິກເຊິ່ງ ແຕ່ ດ້ວຍວ່າ ທ່ານ ທຣຳ ປະຕິຍານວ່າຈະເອົາມາດຕະການທີ່ເຄັ່ງຄັດກັບ ອີຣ່ານ ນັ້ນ, ທ່ານ Idiz ທີ່ເປັນນັກຂຽນ ຈຶ່ງກ່າວວ່າ ພວກເຂົາເຈົ້າອາດຄົ້ນພົບຜົນປະໂຫຍດຮ່ວມກັນກໍເປັນ ໄດ້.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວຄຳປາໄສທີ່ງານ USA THANK YOU ໃນນະຄອນ ເດມອຍ, ລັດ ໄອໂອວາ. 8 ທັນວາ 2016.
ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວຄຳປາໄສທີ່ງານ USA THANK YOU ໃນນະຄອນ ເດມອຍ, ລັດ ໄອໂອວາ. 8 ທັນວາ 2016.

ທ່ານ Idiz ກ່າວວ່າ "ພວກເຂົາເຈົ້າອາດເປັນພັນທະມິດທີ່ບໍລິສຸດ, ແຕ່ການພະຍາຍາມ ເອົາຊະນະ ອີີຣ່ານ ຂອງທ່ານ ທຣຳ ແມ່ນອີງຕາມການຕໍ່ຕ້ານລັດທິອິສລາມຂອງທ່ານ ທຣຳ ແທ້ໆ. ມັນບໍ່ໄດ້ອີງໃສ່ຄວາມແຕກຕ່າງດ້ານແນວຄິດແຜນຍຸດທະສາດ, ແລະ ການຕໍ່ຕ້ານລັດທິອິສລາມ ກໍຍັງເຊື່ອມຕໍ່ໃສ່ ເທີກີຢູ່ ເຊັ່ນກັນ, ແລ້ວແຕ່ວ່ານະໂຍບາຍ ຂອງ ເທີກີ ຈະເປັນແນວໃດ.”

ນອກນັ້ນ ລັດຖະບານ ອັງກາຣາ ກໍອາດຄົ້ນພົບຜົນປະໂຫຍດຮ່ວມກັນກັບ ອິສຣາແອລ ເຊິ່ງໄດ້ຮຽກຮ້ອງໃຫ້ເອົາມາດຕະການທີ່ໜັກໜ່ວງຕໍ່ ລັດຖະບານ ເຕຮະຣ່ານ ເຊັ່ນກັນ.

ໃນເດືອນທີ່ຜ່ານມາ ອິສຣາແອລ ກັບ ເທີກີ ໄດ້ຟື້ນຟູສາຍພົວພັນການທູດນຳກັນຢ່າງ ເຕັມສ່ວນ. ສ່ວນສາຍພົວພັນລະຫວ່າງ ເທີກີ ກັບ ອີຣ່ານ ແມ່ນຈະຖືກອະທິບາຍຕາມທຳ ນຽມວ່າ ແມ່ນຍ້ອນຄວາມດຸ່ນດ່ຽງຂອງການເປັນຄູ່ແຂ່ງກັນ ແລະ ການຮ່ວມມືກັນທີ່ລະ ອຽດອ່ອນ, ແຕ່ບັນດານັກວິເຄາະໄດ້ເຕືອນວ່າ ລັດຖະບານ ອັງກາຣາ ອາດຈະປະສົບກັບ ຜົນທີ່ຕາມມາຢ່າງໜັກໜ່ວງ ສຳລັບການປະເຊີນໜ້າໃດໆກັບ ເຕຮະຣ່ານ, ເຊິ່ງ ອີຣ່ານ ແມ່ນຜູ້ທີ່ມີຄວາມຊ່ຽວຊານໃນການໃຊ້ຕົວແທນ ເພື່ອເຮັດໃຫ້ຄູ່ແຂ່ງຢູ່ໃນພາກພື້ນສູນເສຍ ຄວາມໝັ້ນຄົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG