ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີຣ່ານ ກ່າວວ່າ ການຍິງລູກສອນໄຟ ຂອງຕົນ ບໍ່​ໄດ້​ລະ​ເມີດ ຂໍ້ຕົກລົງນິວເຄລຍ


Iran Missiles
please wait
Embed

No media source currently available

0:00 0:00:36 0:00

ອີຣ່ານ ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ໂຄງການລູກ​ສອນ​ໄຟ​ຂອງ​ຕົນ ​ແລະ​ການ​ທົດ​ລອງໃນ​ສັບປະດາ​ນີ້ ບໍ່​ໄດ້​ລະ​ເມີດພັນທະ​ຂອງ​ຕົນ ​ພາຍ​ໃຕ້ຂໍ້ຕົກລົງນິວ​ເຄລຍທີ່​ໄດ້​ບັນລຸ​ໃນ​ປີ​ກາຍ​ນີ້ ກັບກຸ່ມ 6 ປະ​ເທດ ມະ​ຫາ​ອຳນາດ​ຂອງໂລກ.

ອົງການ​ຂ່າວ​ຂອງ​ທາງ​ການ​ອີ​ຣ່ານ ​ໄດ້​ອ້າງ​ເອົາ​ຄຳ​ເວົ້າ​ຂອງ​ທ່ານ Hossein Jaberi-Ansari ​ໂຄສົກ​ກະຊວງການ​ຕ່າງປະ​ເທດອິຣ່ານ ທີ່​ວ່າ ອິຣ່ານຍັງ​ຈະ​ສືບ​ຕໍ່ໂຄງການລູກ​ສອນ​ໄຟ​ຂອງ​ຕົນ ​ແລະ​ນັ້ນ​ແມ່ນ​ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ແລະ​ຢູ່​ໃນ​ລັກສະ ນະ​ການ​ປ້ອງ​ກັນ​ຕົວ.

ກະຊວງການ​ຕ່າງປະ​ເທດຂອງ​ສະຫະລັດ ​ໄດ້​ສະ​ແດງຄວາມ​ເປັນ​ຫວ່ງ​ ຕໍ່​ການ​ທົດ​ລອງລູກ
ສອນ​ໄຟ ທີ່​ອີ​ຣ່ານໄດ້​ກ່າວ​ວ່າ ມີ​ຂຶ້ນ​ໃນ​ວັນ​ອັງຄານ​ແລະ​ວັນ​ພຸດ​ຜ່ານ​ມາ​ນີ້.

ທ່ານ John Kirby ໂຄສົກ​ກະຊວງການ​ຕ່າງປະ​ເທດສະຫະລັດ ​ໄດ້ກ່າວ​ວ່າ “ພວກ​ເຮົາ​ຈະ​ສຶກສາ​ເບິ່ງ​ໂຄງການ​ທີ່​ວ່າ​ນີ້ ​ແລະ​ຈະ​ກະທຳ​ທຸກ​ວິຖີ​ທາງ​ໃນ​ການ​ຕອບ​ໂຕ້​ທີ່​ເໝາະ​ສົມ​ທີ່​ຈຳ​ເປັນ ບໍ່​ວ່າ​ຈະ​ໂດຍ​ຜ່ານ​ທາງ​ອົງການ​ສະຫະ​ປະຊາ​ຊາດ ຫຼື​ບໍ່ກໍດຳ​ເນີນພຽງ​ຝ່າຍ​ດຽວ.”

ຮອງປະທານາທິບໍດີ ທ່ານ Joe Biden ສະແດງທ່ານທີຂອງທ່ານ ທີ່ສະໜາມບິນນາໆຊາດ Ben Gurion ໃນ Lod, ໃກ້ໆກັບ ນະຄອນ Tel Aviv, Israel, 8 ມີນາ, 2016.
ຮອງປະທານາທິບໍດີ ທ່ານ Joe Biden ສະແດງທ່ານທີຂອງທ່ານ ທີ່ສະໜາມບິນນາໆຊາດ Ben Gurion ໃນ Lod, ໃກ້ໆກັບ ນະຄອນ Tel Aviv, Israel, 8 ມີນາ, 2016.

ທ່ານ Kirby ​ໄດ້​ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດທ່ານ John Kerry ​ໄດ້​ຍົກ​ເອົາ​ບັນຫາ​ນີ້​ຂຶ້ນ​ມາ​ໂອ້​ລົມ ​ໃນ​ວັນ​ພຸດ​ວານ​ນີ້ ກັບ​ທ່ານ Javad Zarif ລັດຖະມົນຕີ​ການ​ຕ່າງປະ​ເທດອິຣ່ານ.

​ແຕ່​ວ່າ​ອົງການຂ່າວ​ຂອງນັກສຶກສາອິຣ່ານ ​ໄດ້​ກ່າວ​ໃນ​ວັນ​ພະຫັດ
​ມື້​ນີ້​ວ່າ ທ່ານ Kerry ​ໄດ້​ສົ່ງ​ອີ​ແມ​ລ ​ໄປ​ຫາ​ທ່ານ Zarif ຂໍ​ສົນທະນາ​
ຫາລືທາງ​ໂທລະສັບ ​ແຕ່​ວ່າ ມັນ​ບໍ່​ໄດ້​ເກີດ​ຂຶ້ນ ເພາະວ່າ ທ່ານ Zarif
ພວມ​ຢູ່​ໃນລະຫວ່າງ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ.

​ຂໍ້​ຕົກລົງ​ນິວ​ເຄລຍ ​ທີ່ໄດ້​ເຈລະຈາ​ໂດຍ​ສະຫະລັດ​ແລະ 5 ປະ​ເທດ
ມາ​ຫາ​ອຳນາດ​ຂອງໂລກ​ບໍ່​ໄດ້​ເກືອດ​ຫ້າມ ການ​ທົດ​ລອງ​ລູກ​ສອນ
​ໄຟ ຊຶ່ງພາ​ໃຫ້​ມີ​ການ​ຮັບຮອງ​ເອົາ​ມະຕິສະບັບ​ໃໝ່​ຂອງ​ສະພາ
​ຄວາມໝັ້ນຄົງ ທີ່​ຮຽກຮ້ອງ​ໃຫ້​ອິຣ່ານ ບໍ່​ໃຫ້ເອົາ​ບາດກ້າວ​ໃດໆໃນ​ການ​ປະຕິບັດງານ​ທີ່​ພົວພັນ​ກັບໂຄງການລູກ​ສອນ​ໄຟ ທີ່​ອອກ​ແບບ​ເພື່ອໃຫ້ສາມາດ​ບັນທຸກ​ຫົວ​ລະ​ເບີດ​ນິວ​ເຄລຍ ຮວມທັງການ​ທົດລອງ​ທີ່​ໃຊ້​ລະບົບ​ເທັກໂນ​ໂລຈີຂອງລູກ​ສອນ​ໄຟນຳ​ດ້ວຍ.

XS
SM
MD
LG