ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານ ແລະ ຊາອຸດີ ອາຣາເບຍ ເປັນປະເທດທີ່ເຮັດໃຫ້ການປະຫານຊີວິດສູງຂຶ້ນໃນທົ່ວໂລກ


Death Penalty Amnesty Report HOUSE
please wait

No media source currently available

0:00 0:03:00 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ກ່າວ​ວ່າ ບັນ​ທຶ​ກ​ການ​ປະ​ຫານ​ຊີ​ວິດ​ໃນ​ປີ 2022 ໄດ້​ຂຶ້ນ​ເຖິງ​ລະ​ດັບ​ສູງ​ທີ່​ສຸດ​ໃນ​ຮ​ອບ 5 ປີ. ອົງ​ການ​ດັ່ງ​ກ່າວ​ໄດ້​ບັນ​ທຶກ​ການ​ປະ​ຫານ​ຊີ​ວິດ 883 ຄັ້ງ​ ໃນ​ທົ່ວ 20 ປະ​ເທດ, ອັນ​ເປັນ​ຂີດ​ໝາຍ​ເພີ່ມ​ຂຶ້ນ 53 ເປີ​ເຊັນ ແລະ ນັ້ນ​ແມ່ນບໍ່​ໄດ້​ລວມ​ທັງ ຈີນ, ເຊິ່ງ​ຕົວ​ເລກ​ແມ່ນ​ຖືກ​ເກັບ​ເປັນ​ຄວາມ​ລັບ. ນັກ​ຂ່າວ​ວີ​ໂອ​ເອ ເຮັນ​ຣີ ຣິ​ຈ​ແວ​ລ໌ ມີ​ລາຍ​ງານ​ຈາກ​ນະ​ຄອນຫຼວງ ລອນດອນ, ເຊິ່ງ ພຸດ​ທະ​ສອນ ຈ​ະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ອົງ​ການ​ນິ​ລະ​ໂທດ​ກຳ​ກ່າວ​ວ່າ ​ການ​ເພີ່ມ​ຂຶ້ນ​ໃນ​ການ​ປະ​ຫານ​ຊີ​ວິດ​ໃນ​ປີ 2022 ແມ່ນ​ຖືກ​ດຳ​ເນີນ​ໂດຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ໃນ ອີ​ຣ່ານ, ຕົວ​ເລກ​ໄດ້​ເພີ່ມ​ຂຶ້ນ​ຈາກ 314 ຄັ້ງ​ໃນ​ປີ 2021 ເປັນ 576 ຄັ້ງ​ໃນ​ປິ 2022.

ໃນ ຊາ​ອຸ​ດີ ອາ​ຣາ​ເບຍ, ຕົວ​ເລກ​ການ​ປະ​ຫານ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ​ສາມ​ເທົ່າ, ຈາກ 65 ຄັ້ງ​ໃນ​ປີ 2021 ເປັນ 196 ຄັ້ງ​ໃນ​ປີ 2022 ເຊິ່ງ​ເປັນ​ການ​ປະ​ຫານ​ຊີ​ວິດ​ທີ່​ຖືກ​ບັນ​ທຶກ​ສູງ​ທີ່​ສຸດ​ໃນ 30 ປີ. ສ່ວນຫຼາຍ​ແມ່ນ​ສຳ​ລັບ​ການ​ກະ​ທຳ​ຜິດ​ ທີ່​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ.

ທ່ານ​ນາງ ເຈຍ​ຣາ ແຊນ​ຈີ​ອໍຈີ​ໂອ, ຈາກ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ກ່າວ​ວ່າ “ນອກ​ຈາກນີ້, ພວກ​ເຮົາ​ຄວນ​ໝາຍ​ໄວ້, ການ​ປະ​ຫານ​ຊີ​ວິດ​ໄດ້​ສືບ​ຕໍ່​ຖືກ​ໃຊ້​ໃນ​ທັງ​ສອງ​ປະ​ເທດ ດັ່ງ​ກັບ​ເຄື່ອງ​ມື​ສຳ​ລັບ​ການ​ກົດ​ຂີ່​ຂອງ​ລັດ. ພວກ​ເຮົາ​ໄດ້​ເຫັນ, ຍົກ​ຕົວ​ຢ່າງ, ໃນ​ຕອນ​ທ້າຍ​ຂອງ​ປີ, ອີ​ຣ່ານ ໄດ້​ທຳ​ການ​ຈັບ​ກຸມ​ຢູ່​ທີ່​ນັ້ນ ແລະ ໄດ້​ໃຊ້​ການ​ປະ​ຫານ​ຊີ​ວິດ​ເພື່ອ​ລົງ​ໂທດ​ການ​ປະ​ທ້ວງ, ດ້ວຍ​ການ​ປະ​ຫານ​ຊີ​ວິດ ແລະ ການ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ​ຍັງ​ສືບ​ຕໍ່​ຢ່າງ​ແນ່ນອນ​ໃນ​ປີ 2023. ນອກ​ຈາກ​ລັກ​ສະ​ນະ​ກາ​ນ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ແບບ​ນັ້ນ​ໃນ ອີ​ຣ່ານ ແມ່ນ​ຜົນ​ກະ​ທົບ​ທີ່ບໍ່​ສົມ​ສ່ວນ​ຂອງ​ການ​ປະ​ຫານ​ຊີ​ວິດ​ຕໍ່​ຊົນ​ເຜົ່າ​ກຸ່ມ​ນ້ອຍ ແລະ ສາ​ສະ​ໜາ​ກຸ່ມ​ນ້ອຍ.”

ນັ້ນ​ກໍ​ແມ່ນ​ລັກ​ສະ​ນະ​ທີ່​ຖືກ​ພົບ​ເຫັນ​ໃນ ຊາ​ອຸ​ດີ ອາ​ຣ​າ​ເບຍ ເຊັ່ນ​ກັນ.

ທ່ານ​ນາງ ເຈຍ​ຣາ ແຊນ​ຈີ​ອໍ​ຈີ​ໂອ ກ່າວ​ວ່າ “ແລະ​ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ເຫັນ​ການ​ປະ​ຫານ​ຊີ​ວິດ 81 ຄັ້ງ​ໃນ​ມື້​ດຽວ​ໃນ​ປີ 2022. ແລະ ເຄິ່ງ​ນຶ່ງ​ໃນ​ນັ້ນ​ແມ່ນ​ແທ້​ຈິງ​ແລ້ວ​ເປັນ​ການ​ປະ​ຫານ​ຊົນ​ກຸ່ມ​ນ້ອຍ​ຊາວ ເຊຍ ໃນ​ຊາ​ອຸ​ດີ​ ອາ​ຣາ​ເບຍ.”

ອົງ​ການ​ນິ​ລະ​ໂທດ​ກຳ​ກ່າວ​ວ່າ​ມັນ​ເຫັນ​ໄດ້​ຊັດ​ວ່າ ຈີນ ຍັງ​ຄົງ​ເປັນຜູ້​ທີ່ປະ​ຫານ​ຊີ​ວິດ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ທ່ານ​ນາງ ເຈຍ​ຣາ ກ່າວ​ວ່າ “ມັນ​ເປັນ​ປະ​ເທດ​ທີ່​ດຳ​ເນີນ​ການ​ປະ​ຫານ​ຊີ​ວິດ​ຢ່າງ​ລັບໆຫຼາຍ​ພັນ​ຄັ້ງ ແລະ ໄດ້​ນຳ​ໃຊ້​ການ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດໃນ​ຈຳ​ນວນ​ດຽວ​ກັນ. ແຕ່​ມັນ​ເປັນ​ໄປ​ບໍ່​ໄດ້​ແທ້ໆ​ທີ່​ຈະ​ໃຫ້​ຕົວ​ເລກ​ທີ່​ແນ່ນອນ, ຍ້ອນ​ຄວາມ​ລັບ​ນັ້ນ. ພວກ​ເຮົາ​ໄດ້​ການ​ຢືນ​ຢັນ​ເປັນ​ທາງ​ການ​ມາ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ທີ່​ວ່າ​ການ​ປະ​ຫານ​ຊີ​ວິດໄດ້ຖືກ​ດຳ​ເນີນ​ຂຶ້ນ​ຕໍ່ຜູ້​ກະ​ທຳ​ຜິດ​ທີ່​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ, ການ​ສໍ້​ລາດ​ບັງຫຼວງ​ກໍ​ຖືກ​ລົງ​ໂທດ​ດ້ວຍ​ການ​ປະ​ຫານ​ຊີ​ວິດ. ແຕ່​ຕົວ​ເລກ​ແມ່ນ​ເປັນ​ຄວາມ​ລັບ.”

ການ​ໃຊ້​ໂທດ​ປະ​ຫານ​ຊີ​ວິດ​ໃນ ເກົາຫຼີ​ເໜືອ ແລະ ຫວຽດ​ນາມ ກໍຖືກ​ເກັບ​ເປັນ​ຄວາມ​ລັບ​ເຊັ່ນ​ກັນ.

ປະ​ເທດ​ຕ່າງ​ທີ່​ໄດ້​ປະ​ສົບ​ການ​ກໍ່​ລັດ​ຖ​ະ​ປະ​ຫານ​ກໍ​ໄດ້​ມີ​ການ​ປະ​ຫານ​ຊີ​ວິດຫຼາຍ​ຂຶ້ນ​ເຊັ່ນ​ກັນ. ປະ​ເທດ ອີ​ຈິບ ໄດ້​ປະ​ຫານ 24 ຄົນ​ໃນ​ປີ 2022.

ມຽນ​ມາ ໄດ້​ສືບ​ຕໍ່​ການ​ໃຊ້​ໂທດ​ປະ​ຫານ​ຊີ​ວິດ ​ເປັນ​ຄັ້ງ​ທຳ​ອິດ​ ນັບ​ຕັ້ງ​ແຕ່​ຊຸມ​ປີ 1980 ລວມ​ມີ​ນັກ​ເຄື່ອນ​ໄຫວ​ປະ​ຊາ​ທິ​ປະ​ໄຕ ທ່ານ ຈໍ ມິນ ຢູ ແລະ ອະ​ດີດ​ສະ​ມາ​ຊິກ​ສະ​ພາ ທ່ານ ໂມງ ຈໍ.

ສະ​ຫະ​ລັດ ກໍມີ​ຕົວ​ເລກ​ການ​ປະ​ຫານ​ຊີ​ວິດ​ເພີ່ມ​ຂຶ້ນ, ຈາກ 11 ເປັນ 18 ຄັ້ງ.

ທ່ານ​ນາງ ເຈຍ​ຣາ ກ່າວ​ວ່າ “ພວກ​ເຮົາ​ຍັງ​ມີ​ຕົວ​ເລກ​ການ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ​ທີ່​ຕ່ຳ​ເປັນ​ອັນ​ດັບ​ສອງ​ໃນ​ປະ​ຫວັດ​ສາ​ຂອງ​ໂທດ​ປະ​ຫານ​ຊີ​ວິດ​ໃນ ສະ​ຫະ​ລັດ, ເພາະ​ວ່າ​ມັນ​ໄດ້​ບອກ​ພວກ​ເຮົາ​ວ່າ​ຄວາມ​ຮູ້​ສຶກ ແລະ ຄວາມ​ຄິດ​ຂອງ​ໂທດ​ປະ​ຫານ​ຊີ​ວິດ​ໃນ​ບັນ​ດາ​ຄະ​ນະ​ຕຸ​ລາ​ການ​ ທີ່​ນັ່ງ​ຢູ່​ບ່ອນ​ດຳ​ເນີນ​ຄະ​ດີ​ປະ​ຫານ​ຊີ​ວິດ​ແມ່ນ​ໄດ້​ມີ​ການ​ປ່ຽນ​ແປງ.”

ໃນ​ຂະ​ນະ​ທີ່​ ລາຍ​ງານ​ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ​ໄດ້​ກວມ​ເອົາ​ປີ 2022 ນັ້ນ, ການ​ປະ​ຫານ​ຊີ​ວິດ​ໃນ ອີ​ຣ່ານ ກໍ​ຍັງ​ສືບ​ຕໍ່​ສູງ​ຂຶ້ນ​ໃນ​ປີ 2023. ຢ່າງ​ໜ້ອຍ 209 ຄົນ​ຖືກ​ປະ​ຫາ ນ​ໃນ​ປີນີ້, ອີງ​ຕາມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເຊິ່ງ​ໄດ້​ຮຽກ​ຮ້ອງ​ໃຫ້ຢຸດ​ການ​ປະ​ຕິ​ບັດ​ດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG