ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ຢາກໃຫ້ໃຊ້ ການພົວພັນ ແບບສ້າງສັນ ແກ້ໄຂ ບັນຫາ


ປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງອີຣ່ານ ທ່ານ Hasan Rouhani
ປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງອີຣ່ານ ທ່ານ Hasan Rouhani
ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງອີຣ່ານ ທ່ານ Hassan
Rouhani ຮຽກຮ້ອງໃຫ້ໃຊ້ການເຈລະຈາແບບສ້າງສັນເພື່ອແກ້
ໄຂບັນຫາຕ່າງໆຂອງໂລກ ເຊັ່ນວ່າ ບັນຫາສົງຄາມ ແລະການກໍ່
ການຮ້າຍເປັນຕົ້ນ.

ໃນບົດຄວາມເຫັນ ທີ່ພິມເຜີຍແຜ່ໂດຍໜັງສືພິມ Washington
Post ນັ້ນ ທ່ານ Rouhani ຂຽນວ່າ ການໃຊ້ວິທີການແບບສ້າງ
ສັນທາງດ້ານການທູດບໍ່ໄດ້ໝາຍຄວາມວ່າເປັນການຍົກເລີກສິດ
ທິຂອງຜູ້ໃດຜູ້ນຶ່ງ. ທ່ານເວົ້າວ່າ ມັນໝາຍເຖິງການພົວພັນກັບຄູ່
ຕຳແໜ່ງ ເພື່ອແກ້ໄຂບັນຫາທີ່ມີຄວາມວິຕົກກັງວົນນຳກັນ ແລະ
ບັນລຸຈຸດປະສົງທີ່ມີຮ່ວມກັນ.

ທ່ານ Rouhani ເວົ້າວ່າ ໂດຍຜ່ານການເຈລະຈາກັນນັ້ນຜົນທີ່ໄດ້ຮັບແບບມີແຕ່ໄດ້ກັບໄດ້ ແມ່ນສາມາດບັນລຸກັນໄດ້. ທ່ານກ່າວຕື່ມວ່າການດຳເນີນການຕາມລຳພັງແຕ່ພຽງຝ່າຍດຽວ ມັກຈະເປັນເງົາບົດບັງວິທີການໃນທາງທີ່ສ້າງສັນ.

ປະທານາທິບໍດີອີຣ່ານຂຽນຕື່ມວ່າ ການເມືອງນາໆຊາດບໍ່ແມ່ນເກມການເມືອງທີ່ບໍ່ສົມສ່ວນ ອີກຕໍ່ໄປແລ້ວ ແຕ່ເປັນເວທີ ທີ່ມີຫຼາຍທິດທາງຮູບແບບ ບ່ອນທີ່ການຮ່ວມມື ແລະການແຂ່ງ ຂັນສາມາດມີຂຶ້ນພ້ອມໆກັນໄດ້.

ທ່ານ Rouhani ຂຽນບົດຄວາມເຫັນຂອງທ່ານ ບໍ່ເທົ່າໃດມື້ກ່ອນທີ່ທ່ານຈະປະກົດຕົວເປັນ ເທື່ອທຳອິດໃນນາມປະທານາທິບໍດີອີຣ່ານຢູ່ໃນເວທີສາກົນເວລາທ່ານໄປຮ່ວມກອງປະຊຸມ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ.
XS
SM
MD
LG