ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານຍຶ່ນຂໍ້ສະເໜີ ຕໍ່ມະຫາອໍານາດໂລກ ກ່ຽວກັບໂຄງການນິວເຄລຍ (ວີດີໂອ)


iran
please wait
Embed

No media source currently available

0:00 0:01:37 0:00
ອີຣ່ານ​ໄດ້​ຍື່ນ​ຂໍ້ສະ​ເໜີ​ສະບັບ​ນຶ່ງ ຕໍ່​ບັນດາ​ມະຫາ​ອໍານາດໂລກ
​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ໂຄ​ງການ​ນິວ​ເຄລຍຂອງ​ຕົນ ​ໃນ​ຂະ
ນະທີ່ສອງ​ຝ່າຍທໍາ​ການ​ເຈ​ລະ​ຈາ​ກັນ ​ເປັນ​ເທຶ່ອທໍາ​ອິດ ນັບ​ຕັ້ງ​
ແຕ່ມີການ​ເລືອກ​ຕັ້ງ​ປະທານາທິບໍດີ ອີຣ່ານ ຄົນ​ໃໝ່.

ສະຫະລັດ ຣັດ​ເຊຍ ຈີນ ຝຣັ່ງ ອັງກິດ ​ແລະເຢຍລະ​ມັນ ຕ້ອງ
ການ​ໃຫ້ ອີຣ່ານ ພິສູດ​ໃຫ້​ເຫັນ​ວ່າ ຕົນ​ບໍ່​ໄດ້​ກໍາລັງພັດທະນາ
ອາວຸດ​ນິວ​ເຄລຍ ​ໃນ​ຂະນະ​ທີ່ອີຣ່ານ ຊອກ​ຫາ​ຊ່ອງ​ທາງບັນ​ເທົາ
​ ການ​ລົງ​ໂທດ​ຕ່າງໆ ທີ່ນາໆ​ຊາດ​ໄດ້​ປະກາດ​ໃຊ້ໃນ​ການ​ຕອບ
​ໂຕ້ຕໍ່​ການທີ່​ອີຣ່ານ ບໍ່​ຢາກ​ຢຸດ​ເຊົາ​ກິດຈະການ​ກັ່ນ​ທາດ​ຢູ​ເຣນຽມ
​ເພື່ອ​ປັບປຸງ​ຄວາມ​ບໍລິສຸດ​ນັ້ນ.

ທ່ານ Michael Mann ​ໂຄສົກຂອງ ທ່ານ​ນາງ Catherine
Ashton ຫົວ​ໜ້າຝ່າຍນະ​ໂຍບາຍ​ຕ່າງປະ​ເທດ​ຂອງສະຫະ
ພາບ ຢູ​ໂຣບ ​ກ່າວໃນ​ວັນ​ອັງຄານ​ມື້​ນີ້​ ​ໃນ​ຂະນະ​ທີ່​ການເຈລະ
ຈາກໍາ ລັງດໍາ​ເນີນ​ໄປ​ຢູ່​ນັ້ນ ວ່າທ່ານບໍ່ມີ​ລາຍ​ລະອຽດ​ຂອງ​
ແຜນການ ​ແຕ່ວ່າ ກຸ່ມ​ທີ່​ຮ້ອງວ່າ P5+1 ​ນັ້ນ ຫວັງວ່າຂໍ້ສ​ະ
​ເໜີຂອງອີຣ່ານ ຈະ​ແກ້​ໄຂຄວາມ​ເປັນ​ຫ່ວງ​ຂອງພວກ​ຕົນ.

ທ່ານ​ຍັງ​ກ່າວອີກວ່າ ຝ່າຍມະຫາ​ອໍານາດ ​ໄດ້​ຍື່ນ​ຂໍ້ສ​ະ​ເໜີ​ຂອງ​ພວກ​ຕົນ​ໄປແລ້ວ ນັບ​ຕັ້ງ​
ແຕ່​ໄດ້​ມີ​ການ​ເຈລະຈາ​ຮອບ​ກ່ອນ.

World Powers Want New Iranian Overtures in Nuclear Talks
please wait

No media source currently available

0:00 0:01:54 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG