ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທີ​ມກູ້​ໄພ​ຂອງ​ອີຣ່ານ​ ກໍາລັງ​ຊອກ​ຫາ ​ເຮືອບິນລໍາ​ນຶ່ງ​ຕົກ ທີ່​ມີ​ຄົນ 65 ຄົນ ​ຢູ່​ໃນ​ນັ້ນ


ພີ່ນ້ອງຂອງຄົນໂດຍສານຄົນນຶ່ງ ທີ່ເຊື່ອວ່າໄດ້ເສຍຊີວິດຍ້ອນ
ເຮືອບິນ​ຕົກ ທີ່​ມີ​ຄົນ 65 ຄົນ​ຢູ່​ໃນ​ນັ້ນ ພາກັນຮ້ອງໃຫ້ຢູ່ເມືອງ Semirom ຂອງອີຣ່ານໃນວັນທີ 18 ກຸມພາ 2017. (REUTERS/Tasnim News Agency)
ພີ່ນ້ອງຂອງຄົນໂດຍສານຄົນນຶ່ງ ທີ່ເຊື່ອວ່າໄດ້ເສຍຊີວິດຍ້ອນ ເຮືອບິນ​ຕົກ ທີ່​ມີ​ຄົນ 65 ຄົນ​ຢູ່​ໃນ​ນັ້ນ ພາກັນຮ້ອງໃຫ້ຢູ່ເມືອງ Semirom ຂອງອີຣ່ານໃນວັນທີ 18 ກຸມພາ 2017. (REUTERS/Tasnim News Agency)

ທີ​ມກູ້​ໄພ​ຂອງ​ອີຣ່ານ​ໄດ້​ຕໍ່ສູ້​ກັບ​ອາກາດ ​ແລະ​ພື້ນດິນ​ທີ່​ເປັນ​ຫລຸບ​ໂນນ​ໃນ​ວັນ​ຈັນ​ມື້ນີ້
​ເພື່ອ​ຊອກ​ຫາ​ເຮືອບິນລໍາ​ນຶ່ງ​ຕົກ ທີ່​ມີ​ຄົນ 65 ຄົນ​ຢູ່​ໃນ​ນັ້ນ.

​ເຮືອບິນ​ຂອງສາຍ​ການບິນ ​ເອຊີແມນ (Aseman) ​ໄດ້ບິນ​ອອກ​ຈາກ​ນະຄອນຫລວງ ​
ເຕຫະຣ່ານ​ໃນ​ເຊົ້າວັນ​ອາທິດ​ວານ​ນີ້ ​ເພື່ອ​ໄປ​ຍັງ​ເມືອງຢາ​ຊຸ​ຍ(Yasuj) ​ໃນ​ແຂວງ​ອິສ
ຟາ​ຮ່າ​ນ (Isfahan) ​ແຕ່​ວ່າ​ໄດ້​ຕົກລົງ​ທີ່ເຂດ​ພູ​ເຂົາ​ຊາຣົສ (Zagros). ພວກ​ເຈົ້າໜ້າທີ່
​ຢ້ານ​ວ່າ​ທັງໝົດທຸກຄົນ ທີ່​ຢູ່​ໃນ​ເຮືອບິນ​ລໍາ​ດັ່ງ​ກ່າວ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ.

ຄວາມ​ພະຍາຍາມ​ໃນ​ການ​ຊອກ​ຫາ​ທໍ​າອິດ​ໄດ້​ຖືກ​ຊັກ​ຊ້າ​ລົງ ​ຍ້ອນ​ມີໝອກໜາ, ລົມ​ແຮງ
​ແລະ​ຫິມະ​ຕົກ ທີ່​ເຮັດ​ໃຫ້​ເຮືອບິນ​ເຮ​ລິ​ຄອບ​ເຕີ​ບິນໄປ​ໃກ້​ບ່ອນ​ເຮືອບິນ​ຕົກ​ບໍ່​ໄດ້. ສະ
ພາບ​ການ​ໄດ້​ດີ​ຂຶ້ນພໍ​ ໃນ​ວັນ​ຈັນ​ມື້ນີ້ ​ເພື່ອ​ເຮັດ​ໃຫ້ເຮືອບິນ​ເຮ​ລິ​ຄອບ​ເຕີສາມາດ​ບິນ​ປະຕິ
ບັດ​ງານ​ໄດ້.

ອົງການ​ສະຫະ​ປະຊາ​ຊາດ​ເວົ້າວ່າ ທ່ານ ​ແອນ​ໂຕ​ນິ​ໂຍ ກູ​ແຕ​ຣ໌​ເຣັສ (Antonio
Guterres) ເລຂາທິການ​ໃຫຍ່​ອົງການ​ດັ່ງກ່າວ​ ໄດ້ຮ່ວມສະ​ແດງ​ຄວາມ​ເສຍ​ໃຈກັບ​
ບັນດາ​ຜູ້​ນໍາ​ໂລກ​ຄົນ​ອື່ນໆ ຕໍ່​ເຫດ​ເຮືອບິນ​ຕົກ​ໃນ​ຄັ້ງນີ້. ອົງການ​ສະຫະ​ປະຊາ​ຊາດ
​ບອກ​ວ່າ ທ່ານກູ​ແຕ​ຣ໌​ເຣັສ (Guterres) "ມີ​ຄວາມ​ເສົ້າ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງທີ່​ໄດ້​ຍິນ
​ຂ່າວ​ໂສກ​ນາດຕະກໍາ​ທີ່​ເກີດ​ຈາກ​ອຸປະຕິ​ເຫດ​ເຮືອບິນ​ຕົກ​ໃນ​ຄັ້ງນີ້." ​ແລະ​ທ່ານ​ໄດ້​ສົ່ງ
ຄວາມ​ຮູ້ສຶກ "​ເສົ້າສະຫລົດ​ຢ່າງ​ສຸດຊຶ້ງຂອງ​ທ່ານ" ​ໄປ​ຍັງ​ຄອບຄົວ​ຂອງ​ຜູ້​ໄດ້​ຮັບ​ເຄາະ​
ຮ້າຍ ​ແລະ​ປະຊາຊົນ​ອີຣ່ານ.

ການ​ລົງ​ໂທດ​ຂອງ​ສາກົນ​ທີ່​ໄດ້​ດໍາ​ເນີນ​ມາໄດ້ຫລາຍທົດ​ສະ​ວັດ​ນັ້ນ ​ໄດ້​ເຮັດ​ໃຫ້​ອີຣ່ານ
ມີ​ເຮືອບິນ​ໂດຍສານ​ທີ່​ເກົ່າ​ແກ່ ​ແລະ​ອຸປະຕິ​ເຫດ​ແມ່ນ​ມີ​ເພີ້ມຂຶ້ນ​ເລື້ອຍໆ ​ໃນ​ຊຸ​ມປີໝໍ່ໆ
ມານີ້. ປະ​ເທດ​ດັ່ງກ່າວ​ບໍ່ສາມາດ​ຊື້​ເຄື່ອງ​ອາ​ໄຫລ່ຂອງ​ເຮືອບິນ​ທີ່​ຈໍາ​ເປັນ​ໃນ​ການ​ສ້ອມ​
ແປງ​ເຮືອບິນ ​ຫລື​ເພີ້ມສະມັດ​ຕະພາບ​ຂອງ​ເຮືອບິນຂອງ​ຕົນ.

ພາຍຫລັງ​ທີ່​ມີ​ສັນຍາ​ນີວ​ເຄລຍ​ທີ່​ເຊັນ​ໃນ​ປີ 2015 ກັບ​ປະ​ເທດມະຫາ​ອໍານາດ​ໃນ​ໂລກ
ອີຣ່ານ​ໄດ້​ເຊັນ​ສັນຍາ​ກັບ​ທັງ​ບໍລິສັດ​ແອ​ບັສ (Airbus) ​ແລະ​ໂບອິງ (Boeing) ​ເພື່ອ​ຊື້​
ເຮືອບິນ​ໃໝ່.

ທ່ານ​ທອດ ​ເຄີ​ຕິ​ສ (Todd Curtis) ຜູ້​ສ້າງຕັ້ງ​ເວັບ​ໄຊ໌ AirSafe.com ​ເວົ້າວ່າ​ອີຣ່ານ
ສາມາດ​ເຮັດ​ໃຫ້​ເຮືອບິນ​ຂອງ​ຕົນ​ບິນ​ໄດ້​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ລົງ​ໂທດທີ່​ເຮັດ​ໃຫ້​ປະ
​ເທດດັ່ງກ່າວ​ພົບ​ຄວາມ​ຫຍຸ້ງຍາກ​ຂຶ້ນ​ໃນ​ການ​ຊື້​ເຄື່ອງ​ອາ​ໄຫ​ລ່ຂອງ​ເຮືອບິນ ຫລື​ຊື້​ເຮືອ
ບິນ​ໃໝ່ກໍ​ຕາມ ​ແຕ່​ວ່າ​ຂະ​ແໜງການບິນ​ບໍ່​ໄດ້​ຮັບຜົນປະ​ ໂຫຍ​ດຫຍັງ​ກັບ​ການ​ພົວພັນ​
ກັບ​ຂະ​ແໜງການ​ອື່ນ​ຢູ່​ໃນ​ວົງ​ການ​ອຸດສາຫະກໍາ​ດັ່ງກ່າວຢູ່​ໃນ​ໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອນີ້ເພີ້ມເປັນພາສາອັງກິດ

Iranian Plane Crash
please wait
Embed

No media source currently available

0:00 0:01:23 0:00

XS
SM
MD
LG