ສື່ມວນຊົນອິຣ່ານ ກ່າວວ່າ ປະຊາຊົນຈໍານວນຫລາຍເຖິງ 77 ຄົນເສຍຊີວິດໃນວັນອາທິດວານນີ້ ເວລາເຮືອບິນໂດຍສານຂອງສາຍການບິນ Air Iran ເກີດອຸບັດເຫດຕົກລົງຈາກດິນຟ້າອາກາດບໍ່ດີ ໃນພາກຕາເວັນຕົກສຽງເໜືອຂອງປະເທດ.
ທາງການອິຣ່ານກ່າວວ່າ ໃນວັນຈັນມື້ນີ້ ພວກຊ່ອຍກູ້ໄພຍັງຊອກຫາຄົນໂດຍສານຄົນນຶ່ງໃນບັນດາຜູ້ໂດຍສານ 106 ຄົນ ທີ່ຢູ່ໃນເຮືອບິນ ເວລາເຮືອບິນເກີດອຸບັດເຫດຕົກລົງນັ້ນ.
ທ່ານ Mahmoud Mozaffar ຫົວໜ້າສະພາຈັນສ້ຽວ
ຂອງອິຣ່ານ ກ່າວຕໍ່ໂທລະພາບແຫ່ງລັດໃນວັນອາທິດ
ວານນີ້ວ່າ ເຮືອບິນລໍານີ້ເກີດອຸບັດເຫດຕົກລົງຫລັງຈາກ
ພະຍາຍາມລົງຈອດສຸກເສີນໃກ້ໆກັບເມືອງ Urumiyeh
ຫ່າງຈາກນະຄອນຫລວງກຸງເຕຮະຣ່ານໄປທາງກໍ້າຕາເວັນ ຕົກສຽງເໝືອຂອງປະເທດ 700 ຫລັກກິໂລແມັດ.
ບັນດາເຈົ້າໜ້າທີ່ອິຣ່ານ ກ່າວວ່າ ພວກຄົນໂດຍສານບາງຄົນລອດຊີວິດໂດຍໄດ້ຮັບບາດເຈັບ
ເລັກນ້ອຍ ແລະພວກຄົນໂດຍສານອື່ນໆຕ້ອງໄດ້ໄປຮັບການປິ່ນປົວທີ່ໂຮງໝໍ. ມີພວກລູກ
ເຮືອປະຈໍາເຮືອບິນລໍານີ້ຢ່າງນ້ອຍ 10 ຄົນ.
ກ່ອນໜ້ານີ້ ສື່ມວນຊົນອິຣ່ານ ໄດ້ແຈ້ງລາຍງານໃຫ້ຊາບຕ່າງກັນກ່ຽວກັບຈໍານວນຜູ້ຄົນຢູ່
ໃນເຮືອບິນໂດຍສານ Boeing ຮຸ່ນ 727 ລໍານີ້ ຊຶ່ງທ່ານ Mozaffar ກ່າວວ່າ ເຮືອບິນ
ລໍານີ້ ໄດ້ຕົກແຕກຫັກອອກເປັນທ່ອນໆ ແຕ່ບໍ່ໄດ້ລະເບີດຂຶ້ນເວລາມັນຕົກລົງໃນຟາມ
ແຫ່ງນຶ່ງໃກ້ໆກັບເມືອງ Urumiyeh ນັ້ນ.
ເຮືອບິນລໍານີ້ກໍາລັງບິນອອກຈາກກຸງເຕຮະຣ່ານໄປ ເວລາມັນເກີດອຸບັດເຫດຕົກລົງນັ້ນ. ຍັງບໍ່
ເປັນທີ່ຈະແຈ້ງເທື່ອວ່າ ແມ່ນຫຍັງພາໃຫ້ເຮືອບິນລໍານີ້ເກີດອຸບັດເຫດຕົກລົງກັນແທ້. ຫິມະຕົກ
ໜັກແລະໝອກກຸ້ມໄດ້ເປັນອຸບປະສັກກິດກັນຕໍ່ຄວາມພະຍາຍາມໃນການຊ່ອຍກູ້ໄພຄັ້ງນີ້.
ອິຣ່ານໄດ້ປະສົບກັບອຸບັດເຫດທາງອາກາດຈໍານວນນຶ່ງມາໃນຫວ່າງບໍ່ດົນຜ່ານມານີ້ ຊຶ່ງ
ສ່ວນໃຫຍກໍມັກເປັນດ້ວຍພວກເຮືອບິນທ່ີເກົ່າແກ່ ແລະຮັກສາບົວລະບັດບໍ່ດີ. ການລົງໂທດຂອງສະຫະລັດຕໍ່ອິຣ່ານ ແມ່ນຫ້າມບໍ່ໃຫ້ອິຣ່ານຊື້ເຮືອບິນໃໝ່ຫລືເຄື່ອງອາໄຫລ່ເຮືອບິນຕ່າງໆຈາກປະເທດຝ່າຍຕາເວັນຕົກໄດ້.