ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວວ່າ ມັນຂຶ້ນຢູ່ກັບ ອິຣ່ານ ທີ່ຈະພິສູດ ໃຫ້ໂລກເຊື່ອ ກ່ຽວກັບໂຄງການນີວເຄລຍ ຂອງຕົນ


Iran nuclear
please wait
Embed

No media source currently available

0:00 0:00:49 0:00

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ກ່າວ​ວ່າມັນ​ຂຶ້ນ​ຢູ່​ກັບ​ເຕຫະຣ່ານ ທີ່​ຈະ​ສະ​ແດງ​ໃຫ້​ໂລກເຫັນ
​ແລະ​ພິສູດ​ໃຫ້​ເຫັນ​ວ່າ ຄຳບັນ​ລະ​ຍາຍຂອງ​ອິຣ່ານ ທີ່​ວ່າ​ໂຄງ
ການ​ນີວ​ເຄລຍຂອງ​ຕົນມີ​ເປົ້າ​ໝາຍ​ທາງ​ດ້ານ​ສັນຕິ​ນັ້ນ ​ແມ່ນ​
ເປັນ​ເຊັ່ນ​ນັ້ນ​ແທ້.

​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ງ ຢູ່ຄຽງ​ຂ້າງ​ ທ່ານ Laurent Fabiusລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ທີ່​ນະຄອນຫຼວງ​ປາຣີ ​ໃນ​ວັນ​ເສົາວານ​ນີ້ ທ່ານ Kerry ກ່າວ​ວ່າ ​ໄດ້​ບັນລຸ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈລະຈາ​ກັນ ລະຫວ່າງ​ອິຣ່ານ ​ແລະ​ພວກ​ມະຫາ​ອຳນາດ​ຂອງ​ໂລກ ​ແຕ່ຍັງ​ມີ​ວຽກ​
​ທີ່​ຈະ​ຕ້ອງ​ໄດ້ເຮັດ​ຕື່ມ​ອີກ​ຢູ່.

ທ່ານ John Kerry ກ່າວ​ວ່າ “ພວກ​ເຮົາ​ຍັງ​ມີ​ເວລາ​ຕື່ມ​ອີກ​ສອງ​ອາທິດ ທີ່​
ສຳຄັນ​ທີ່​ສຸດ. ​ພວກ​ເຮົາ​ທັງໝົດ​ແມ່ນ​ຮູ້​ດີ​ວ່າ ​ເວລາ​ກຳລັງ​ຈະໝົດລົງ​ແລ້ວ ​
ແຕ່​ພວກ​ເຮົາ ກໍບໍ່​ໄດ້​ມີ​ຄວາມ​ຮູ້ສຶກທີ່​ຈະ​ຕ້ອງ​ຟ້າວຟັ່ງ​ໃຫ້​ບັນລຸ​ຂໍ້​ຕົກລົງ​ກັນ​.
ພວກ​ເຮົາ​ ຕ້ອງ​ບັນລຸ​ຂໍ້​ຕົກລົງ​ທີ່​ຖືກຕ້ອງ.”

ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ກໍ​ເຫັນ​ດີ​ນຳ​ຄວາມ​ເຫັນ​ຂອງ​ທ່ານ Kerry ທີ່​ວ່າ​ຍັງ​ມີ​ວຽກ​ຕື່ມ​ອີກ​ທີ່​ຈະ​ຕ້ອງ​ໄດ້​ເຮັດ​ໃນ​ເດືອນ​ນີ້ ກ່ຽວ​ກັບ​ ຂໍ້​ຕົກລົງສຳ​ຫລັບ​ໃຊ້​ເປັນ​ໂຄງ​ຮ່າງ​ນັ້ນ.

ກຸ່ມ​ຫ້າ​ປະ​ເທດ​ບວກ​ນຶ່ງ ​ທີ່​ທຳ​ການ​ເຈລະຈາ​ກັບ​ອິຣ່ານ ຫວັງ​ວ່າ​ຈະ​ສາມາດບັນລຸ​ຂໍ້​ຕົກລົງ​ໂຄງ​ຮ່າງ ຂອງ​ຂໍ້​ຕົກລົງ​ໂດຍ​ເຕັມທີ່​ຈະເຊັນ​ກັນ​ໃນ​ຂັ້ນ​ຕໍ່​ໄປ ພາຍ​ໃນ​ທ້າຍ​ເດືອນ​ນີ້ ​ແລະ​ມີ​ກຳນົດ​ເວລາ​ເສັ້ນ​ຕາຍ ຄືວັນ​ທີ 30 ​ເດືອນ​ມິຖຸນາປີ​ນີ້ ສຳຫລັບ​ໃຫ້​ບັນລຸ​ຂໍ້​ຕົກລົງ​ຂັ້ນ​ສຸດ​ທ້າຍ ​ທີ່​ເປັນ​ທີ່​ຮັບ​ເອົາ​ໄດ້​ ​ແກ່​ທັງ​ສອງ​ຝ່າຍ​ນັ້ນ.

ທ່ານ Kerry ຫາລືກັບ ບັນດາຜູ້ນຳເຂດອ່າວເປີເຊຍ ເລື້ອງນິວເຄລຍຂອງອິຣ່ານ:

Nuclear Talks With Iran Intensify Ahead of Deadline
please wait

No media source currently available

0:00 0:02:31 0:00

U.S. Secretary of State John Kerry says it is up to Tehran to show the world and prove that Iran's description of its nuclear program as peaceful is indeed that.

Speaking alongside his French counterpart (French Foreign Minister Laurent Fabius) in Paris Saturday, Kerry said progress has been made in the talks between Iran and the world powers, but there is still work to be done. ((:14))

JohnKerry - U.S. Secretary of State))

"We have a critical couple of weeks ahead of us. We're all mindful that the days are ticking by, but we're not feeling a sense of urgency that we have to get any deal, we have to get the right deal." ((:17))


The French foreign minister agreed with Kerry that there is still work to do on the framework agreement this month.((:18))

TheP5 + 1 - the group negotiating with Iran - hopes to reach a framework agreement - the outline ofan eventual full agreement - by the end of this month, and there is a tentative deadline of June 30 for a final agreement acceptable to both sides.

###

XS
SM
MD
LG